ເຫດລັດຍິງເອົາລົດ ມີຮ່ອງຮອຍຖືກໄຟຊ໋ອດພ້ອມ ເຫດເກີດ ທີ່ບ້ານນາດີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ
ອີງຕາມການລາຍງານຂອງໜ່ວຍກູ້ຊີບ-ກູ້ໄພນະຄອນຫຼວງ ວ່າ : ໃນວັນທີ4/3/2018 ເວລາ 01:40 ໜ່ວຍກູ້ຊີບ-ກູ້ໄພນະຄອນຫຼວງ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າມີຄົນຖືກຍິງຢູ່ບ້ານນາດີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ. ດັ່ງນັ້ນ, ໜ່ວຍກູ້ຊີບ-ກູ້ໄພນະຄອນຫຼວງຈຶ່ງອອກກວດສອບເຫດພົບຜູ້ບາດເຈັບ 1 ຄົນເປັນເພດຊາຍມີບາດແຜຖືກຍິງບໍລິເວນຂາຊ້າຍ ແລະ ຖືກໄຟຊ໋ອດ. ດັ່ງນັ້ນ, ໜ່ວຍກູ້ໄພນະຫຼວງຈຶ່ງໄດ້ປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງໂຮງໝໍມິດຕະພາບ 150 ຕຽງ.
© ຈໍາປາໂພສ | www.champapost.com
_________
Post a Comment