ເຫດລົດຈັກລົ້ມ ແລ້ວລົດໃຫ່ຍແລ່ນມາຢຽບ ເສຍຊີວິດຄາທີ່ 1 ຄົນທີ່ ແຂວງຫລວງພະບາງ
ໃນວັນທີ 31 ມີນາ 2018 ເວລາປະມານ 13:00 ໂມງ ເກີດເຫດເສົ້າສະຫຼົດໃຈກ່ຽວອຸບັດຕິດເຫດ ໂດຍມີການລາຍງານຈາກປະຊາຊົນວ່າ ເກີດອຸປະຕິເຫດລົດໃຫ່ຍຢຽບຄົນເສຍຊີວິດຄາທີ່ (ເປັນເພດຍິງ) ເຊິ່ງຈຸດເກີດເຫດຢູ່ເສັ້ນທາງບ້ານ ຫ້ວຍສາລາ ແຂວງຫຼວງພະບາງ. ຂໍ້ມູນເບື້ອງອີງຕາມການບອກເລົ່າຂອງປະຊາຊົນວ່າ ຜູ້ຕາຍຂີ່ລົດຈັກມາ ແຕ່ລົດຈັດລົ້ມ ແລ້ວລົດໃຫ່ຍແລ່ນຕາມຫຼັງມາຢຽບຫົວ ເຮັດໃຫ້ເສຍຊີວິດຄາທີ່ຢ່າງອານາດໃຈ.
© ຈໍາປາໂພສ | www.champapost.com
_________
Post a Comment