Header Ads

ກອງປະຊຸມຄັ້ງທີ II ຄະນະພັກຮາກຖານພະແນກ ຖວທ ແຂວງບໍລິຄຳໄຊ



ກອງປະຊຸມໃຫຍ່ຄັ້ງທີ II ຄະນະພັກຮາກຖານພະແນກ ຖວທ ແຂວງບໍລິຄຳໄຊ ໄຂຂຶ້ນຢ່າງເປັນທາງ ການ ໃນຕອນເຊົ້າວັນທີ 2 ມີນາ 2018 ຢູ່ທີ່ຫ້ອງປະຊຸມພະແນກ ຖວທ ແຂວງ ພາຍໃຕ້ການເປັນປະທານ ຂອງທ່ານ ເຄນ ລໍມະນີ ກຳມະການພັກແຂວງ ເລຂາຄະນະພັກຮາກຖານຫົວໜ້າພະແນກ ຖວທ ແຂວງ ເປັນກຽດ ເຂົ້າຮ່ວມຂອງ ທ່ານ ບຸນມາ ບຸຈະເລີນ ຮອງເລຂາພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍແຂກຮັບເຊີນ ຈາກ ໜ່ວຍພັກອ້ອມຂ້າງ ແລະ ສະມາຊິກພັກພາຍໃນພະແນກ. ໃນພິທີໄດ້ຮັບຟັງບົດລາຍງານການເມືອງ ທັງ ສາມພາກ ຈາກທ່ານ ເຄນ ລໍມະນີ 


ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ໃນການຊີ້ນຳ-ນຳ ພາວຽກງານໃນໄລຍະຜ່ານມາ ຮາກຖານພັກພະແນກ ຖວທ ແຂວງບໍລິຄຳໄຊ ມີ 5 ໜ່ວຍພັກຂຶ້ນກັບຄື: ໜ່ວຍພັກ ບໍລິຫານ - ຈັດຕັ້ງ, ໜ່ວຍພັກຖະແຫຼງຂ່າວ, ໜ່ວຍພັກທ່ອງທ່ຽວ, ໜ່ວຍພັກວັດທະນະທຳ ແລະ ໜ່ວຍພັກ ສະຖານີວິທະຍຸ - ໂທລະພາບ ມີສະມາຊິກພັກທັງໝົດ 54 ຄົນ, ຍິງ 20 ຄົນ. ໄລຍະຜ່ານມາໄດ້ຖືເອົາວຽກງານ ການເມືອງ - ແນວຄິດເປັນກົກ ສອດຫ້ອຍເຂົ້າທຸກຂົງເຂດວຽກງານ ເຮັດໃຫ້ພາຍໃນພັກມີຄວາມສະຫງົບ, ມີ ຄວາມສາມັກຄີເປັນເອກະພາບຢ່າງໜັກແໜ້ນ, ສະມາຊິກພັກມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີນ້ຳໃຈຮັກຊາດອັນ ສູງສົ່ງ, ມີຄວາມເປັນເອກະພາບຕໍ່ແນວທາງປ່ຽນແປງໃໝ່ຂອງພັກ, ເຊີດຊູຈິດໃຈເປັນເຈົ້າຕົນເອງ ເພິ່ງຕົນເອງ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ ແລະ ສາມາດເຮັດໃຫ້ການຊີ້ນຳ-ນຳພາ ແຕ່ລະວຽກງານພາຍໃນຮາກຖານ ພັກໄດ້ຮັບ ຜົນສຳເລັດເປັນກ້າວໆ. ອັນພົ້ນເດັ່ນແມ່ນສາມາດຍາດໄດ້ຮັບນາມມະຍົດ ເປັນໜ່ວຍພັກເຂັ້ມແຂງ-ຮູ້ນຳ ພາຮອບ ດ້ານ 5 ປີຕິດຕໍ່ກັນ. 

ໃນພິທີພາຍຫຼັງຄະນະພັກຊຸດເກົ່າໄດ້ອຳລາໜ້າທີ່ແລ້ວ ກອງປະຊຸມໄດ້ພ້ອມກັນປ່ອນບັດຄັດ ເລືອກເອົາຄະ ນະພັກຊຸດໃໝ່ໂດຍມີຜູ້ລົງສະໝັກ 8 ຄົນ, ເລືອກເອົາ 5 ຄົນ ຜ່ານການປ່ອນບັດກອງປະ ຊຸມຄັ້ງປະຖົມມະເລີກ ຕົກລົງເຫັນດີເປັນເອກະພາບ ເລືອກເອົາທ່ານ ເຄນ ລໍມະນີ ກໍາມະການ ພັກແຂວງເປັນ ເລຂາຄະນະພັກຮາກຖານ ພະແນກ ຖວທ ແຂວງ, ທ່ານ ອຸດອນ ສອນສຸລິນ ເປັນຮອງເລຂາຄະນະພັກຮາກ ຖານ, ທ່ານ ສົນທອງ ວິບຸນກ້ວາງ ເປັນຜູ້ກວດກາ, ທ່ານ ສົມສີ ວິໄລຜົນ ເປັນຮອງຜູ້ກວດກາ ແລະ ທ່ານ ນາງ ຄໍາຍອງ ຈອມມະນີວົງ ເປັນກໍາມະ ການຄະນະພັກ. ຕອນທ້າຍກອງປະຊຸມ ໄດ້ຮັບຟັງການໂອ້ລົມຈາກ ທ່ານ ບຸນມາ ບຸຈະເລີນ ຮອງເລຂາພັກແຂວງ ຮອງເຈົ້າແຂວງບໍລິຄໍາໄຊ ກ່ອນອື່ນທ່ານໄດ້ສະແດງຍ້ອງຍໍຊົມເຊີຍຜົນງານການຈັດຕັ້ງປະຕິບັດ ມະຕິກອງປະຊຸມ ໃຫ່ຍຄັ້ງທີ 1, ພ້ອມທັງໄດ້ເໜັ້ນໜັກໃຫ້ຄະນະ ພັກຊຸດໃໝ່ ກໍ່ຄືສະມາຊິກພັກ-ພະນັກງານ ເອົາໃຈໃສ່ສຶກສາອົບ ຮົມການເມືອງ - ແນວຄວາມຄິດໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນ ແລະ ຮັກສາໄດ້ຄວາມສາມັກຄີພາຍໃນໃຫ້ເປັນ ປືກແຜ່ນ

ເຮັດວຽກເປັນໜູ່ຄະນະ ໂດຍປະຕິບັດ ຕາມຫຼັກການ ລວມສູນປະຊາທິປະໄຕສືບຕໍ່ກໍ່ສ້າງພັກ - ພະນັກ ງານທາງດ້ານທິດສະດີ ແລະ ວິຊາສະເພາະ ໃຫ້ສູງຂຶ້ນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ ວຽກງານໃນໄລຍະໃໝ່ ຕ້ອງສຶບຕໍ່ເພີ່ມທະວີວຽກງານປັບປຸງກໍ່ສ້າງພັກ - ພະນັກງານ ແລະ ສ້າງພັກໃຫ້ປອດໃສ ເຂັ້ມແຂງໜັກແໜ້ນ ທັງນີ້ເພື່ອສຶບຕໍ່ຮັບປະກັນໃຫ້ ການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ເຮັດໃຫ້ ວຽກງານຖະແຫຼງຂ່າວ ວັດ ທະນະທໍາ ແລະ ທ່ອງທ່ຽວ ກໍ່ຄຶການຜັນຂະຫຍາຍມະຕິຂອງກອງປະຊຸມໃຫ່ຍຄັ້ງທີ 2 ຄະນະພັກຮາກຖານພະ ແນກ ຖວທ ແຂວງບໍລິຄໍາໄຊຄັ້ງນີ້ ໃຫ້ປະກົດຜົນເປັນຈິງ.

ຂ່າວ - ພາບ: ຫົງທອງ (ວສລ)
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.