Header Ads

ໄຟໄຫມ້ເຮືອນປະຊາຊົນໝົດຫຼັງ ທີ່ບ້ານບຸ່ງ ເມືອງສາມັກຄີໄຊ ແຂວງອັດຕະປື



ແຂວງອັດຕະປື :  ວັນທີ 3 ມີນາ 2018 ເວລາ 21 ໂມງ ມີລາຍງານຈາກປະຊາຊົນວ່າໄດ້ເກີດເຫດໄຟໄຫມ້ເຮືອນປະຊາຊົນ ໂດຍເຮືອນດັ່ງກ່າວເປັນຂອງ ພໍ່ເຖົ້າ ນວນ ທີ່ບ້ານບຸ່ງ ເມືອງສາມັກຄີໄຊ ແຂວງອັດຕະປື ເຊິ່ງເຫດອັກຄີໄຟດັ່ງກ່າວເຮັດໃຫ້ເຮືອນເສຍຫາຍຫມົດຫລັງ.






ອີງຕາມການບອກເລົ່າຂອງຍາດພີ່ນ້ອງ ແລະ ຊາວບ້ານໃນເບື້ອງຕົ້ນບອກໃຫ້ຮູ້ວ່າ:  ໃນຄອບຄົວທີ່ຖືກເຄາະຮ້າຍຈາກອັກຄີໄຟໃນຄັ້ງນີ້ແມ່ນ ມີຫລານສາວຈະຜ່າຕັດເກີດລູກຢູ່ໂຮງຫມໍແຂວງ. ດັ່ງນັ້ນ,  ຈຶ່ງມີການຈູດທູບທຽງ ແລ້ວອອກໄປເບິ່ງຫລານຢູ່ໂຮງຫມໍ ຈາກນັ້ນ ຈຶ່ງເກີດໄຟໄຫມ້ ຈາກຫ້ອງທີ່ໄຫວ້ພຣະ ແລະ ລາມທົ່ວທັງໂຕເຮືອນ.  ຢ່າງໃດກໍຕາມ , ສາຍເຫດທີ່ແທ້ຈິງຕ້ອງຈະຖ້າທາງເຈົ້າຫນ້າທີ່ກ່ຽວຂ້ອງສະຫລຸບຢ່າງເປັນທາງການ ພ້ອມທັງລາຍງານຕົວເລກຄວາມເສຍຫາຍຈາກເຫດອັກຄີໄຟດັ່ງກ່າວ.






© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.