Header Ads

ອຳນາດການປົກຄອງແຂວງອັດຕະປື ລົງຢ້ຽມຢາມຄອບຄົວຜູ້ປະສົບເຄາະຮ້າຍ ຈາກໄຟໄໝ້ເຮືອນ




ດ້ວຍຄວາມເປັນຫ່ວງເປັນໃຍຂອງຄະນະພັກ, ອຳນາດການປົກຄອງແຂວງອັດຕະປື ທີ່ມີຕໍ່ຄອບຄົວ ຜູ້ປະສົບເຄາະຮ້າຍ ຈາກໄຟໄໝ້ເຮືອນ ໃນຄັ້ງວັນທີ 3 ຜ່ານມາ. ດັ່ງນັ້ນ ໃນຕອນແລງ ຂອງວັນທີ 6/3/2018 ທ່ານ ເລັດ ໄຊຍະພອນ ເລຂາພັກແຂວງ, ເຈົ້າແຂວງອັດຕະປື ໄດ້ໃຊ້ເວລານອກໂມງລັດຖະການ ລົງຢ້ຽມຢາມ ຖາມຂ່າວ ແລະ ໃຫ້ກຳລັງໃຈ ໃຫ້ຄວາມອົບອຸ່ນ ຄອບຄົວທີ່ປະສົບເຄາະຮ້າຍດັ່ງກ່າວ ໂດຍໄດ້ນຳເອົາປັດໃຈ ຈຳນວນ 5.000.000 ກີບ. ໄປມອບໃຫ້ ຊ້ອງໜ້າອຳນາດການປົກເມືອງ ແລະ ບ້ານ. ໂອກາດດັ່ງກ່າວ ທາງພະແນກແຮງງານສະຫວັດດີການ ສັງຄົມແຂວງ ຍັງໄດ້ນຳເອົາ ສັງກະສີ 50 ແຜ່ນ ພ້ອມທັງເຄື່ອງອຸປະໂພກ, ບໍລິໂພກ ຈຳນວນໜື່ງໄປມອບໃຫ້ ລວມມູນຄ່າທັງໝົດ ເກືອບ 3 ລ້ານກີບ.










ແຫຼ່ງຂ່າວ:  ອັດຕະປີອອນລາຍ 
© ຈໍາປາໂພສ |  www.champapost.com

_________


No comments

Powered by Blogger.