Header Ads

ກວດຄົ້ນເຮືອນຜູ້ຂາຍຢາບ້າ ພົບຂອງກາງເກືອບ 3.000 ເມັດ ແລະ ປືນສັ້ນຮັນລີ 1 ກະບອກ ພ້ອມລູກປືນ 40 ລູກ




ອີງຕາມການລາຍງານຂອງນສພ ຄວາມສະຫງົບ ວ່າ:   ການລະບາດຂອງຢາເສບຕິດ ເປັນບັນຫາໜຶ່ງທີ່ກົດໜ່ວງ, ທ່ວງດຶງການພັດທະນາເສດຖະກິດ-ສັງຄົມຂອງປະເທດ ຍັງເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍ ແລະ ເກີດມີປະກົດການຫຍໍ້ທໍ້ຕ່າງໆເຊັ່ນ: ປຸ້ນ ຈີ້, ຊິງຊັບ, ຂີ້ລັກ, ງັດແງະ ແລະ ບັນຫາອື່ນໆຕາມມາ. ໃນການສະກັດກັ້ນ ແລະ ແກ້ໄຂບັນຫາດັ່ງກ່າວ ເຈົ້າໜ້າທີ່ ກ່ຽວຂ້ອງ ແລະ ອົງການຈັດຕັ້ງທາງສັງຄົມ ກໍໄດ້ສຸມໃສ່ໂຄສະນາເຜີຍແຜ່ຜົນຮ້າຍຂອງເສບຕິດ ຢູ່ຕາມໂຮງຮຽນ, ກຸ່ມບ້ານ ແລະ ກຸ່ມຄົນທີ່ເປັນເປົ້າໝາຍ ເພື່ອຈໍາກັດບໍ່ໃຫ້ມີນັກເສບໜ້າໃໝ່ເພື່ມຂຶ້ນ.


 ນອກນັ້ນ ກໍຍັງຈັບກຸມລົງ ໂທດຕາມລະບຽບກົດໝາຍວາງອອກ. ເຖິງຈະມີການສະກັດກັ້ນຢ່າງຈິງຈັງກໍຕາມ ແຕ່ບັນຫາດັ່ງກ່າວຍັງບໍ່ທັນສາ ມາດແກ້ໄຂໄດ້ໝົດ ເພາະຍັງມີກຸ່ມຄົນບໍ່ດີຈໍານວນໜຶ່ງ ມີການເຄື່ອນໄຫວລັກລອບຄ້າຂາຍຢາເສບຕິດ ເປັນຂະ ບວນການ ແລະ ມີການຈັດຕັ້ງຄັກແນ່ ພ້ອມທັງມີອາວຸດ ເພື່ອຕອບໂຕ້ເຈົ້າໜ້າທີ່ໄດ້ທຸກເວລາ ເຮັດໃຫ້ການຈັບ ກຸມຂອງເຈົ້າໜ້າທີ່ເປັນໄປໄດ້ຍາກ, ຢ່າງໃດກໍຕາມຍ້ອນຄວາມພະຍາຍາມ ແລະ ເອົາໃຈໃສ່ຂອງເຈົ້າໜ້າທີ່ ສາມາດ ຕັດຮອນເສັ້ນທາງການຂົນສົ່ງ ແລະ ຈັບຕົວຜູ້ຄ້າຂາຍຢາເສບຕິດໄດ້ເປັນຈໍານວນຫຼວງຫຼາຍ.

ໃນວັນທີ 1 ມີນາ 2018, ເຈົ້າໜ້າທີ່ ໜ່ວຍງານຕໍາຫຼວດ ສະກັດກັ້ນ ແລະ ຕ້ານຢາເສບຕິດ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ນໍາເອົາຄະດີຄ້າຂາຍຢາເສບຕິດ ( ຢາບ້າ ) ທໍາການສືບສວນຂະຫຍາຍຜົນ ພາຍຫຼັງຈັບ ກຸມຕົວ ທ້າວ ວິລະກອນ ຫຼື ແອັດດີ້ ອາຍຸ 37 ປີ ກໍາມະກອນບ້ານໜອງແຕ່ງໃຕ້ ເມືອງສີໂຄດຕະບອງ ນະຄອນ ຫຼວງວຽງຈັນ ພ້ອມຢາບ້າເກືອບ 3.000 ເມັດ ແລະ ປືນສັ້ນຮັນລີ 1 ກະບອກ ພ້ອມລູກປືນ 40 ລູກ, ຖືກຈັບຕົວ ໄດ້ໃນກ່ອນໜ້ານັ້ນ.

ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ຍ້ອນການສືບຮູ້ວ່າ ມີເຮືອນຫຼັງໜຶ່ງຢູ່ເຂດບ້ານໜອງແຕ່ງໃຕ້ ນໍາໃຊ້ເປັນບ່ອນຄ້າຂາຍຢາບ້າຢູ່ ພາຍໃນບ້ານ ແລະ ເຂດບ້ານໃກ້ຄຽງຫຼາຍຄັ້ງ. ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງຕິດຕາມຢ່າງໃກ້ຊິດ ເພື່ອຕິດຕາມການເຄື່ອນ ໄຫວຂອງເຈົ້າຂອງເຮືອນ; ຈາກການຕິດຕາມມາໄດ້ໄລຍະໜຶ່ງ, ເຫັນວ່າມີມູນຄວາມຈິງ ຮອດວັນທີ 14 ກຸມພາ 2018 ເຈົ້າໜ້າຈຶ່ງປະສານສົມທົບກັບ ປກສ ບ້ານເຂົ້າຈັບກຸມຕົວທ້າວ ແອັດດີ້ ຢູ່ເຮືອນຂອງຜູ້ກ່ຽວ ພ້ອມທັງກວດ ຄົ້ນຕົວພົບເຫັນຂອງກາງຢາບ້າທີ່ເຊື່ອງໄວໃນກະເປົາພາຍຈໍານວນທັງໝົດ 2.681 ເມັດ ທີ່ເຊື່ອງໄວ້ຢູ່ເຮືອນ ພ້ອມ ປືນສັ້ນຮັນລີ ປະດິດຍິງດ້ວຍລູກແວ່ງ 1 ກະບອກ ແລະ ລູກປືນ 40 ລູກ ມາສືບສວນ-ສອບສວນຂະຫຍາຍຜົນ ແລະ ຜ່ານການສອບສວນ  ທ້າວ ແອັດດີ້ ຮັບສາລະພາບວ່າ: ໄດ້ເລີ່ມຄ້າຢາບ້າມາແຕ່ຕົ້ນປີ 2017 ຜ່ານມາ, ໂດຍໄປຊື້ຢາ ບ້ານໍາ ຊາຍ ບໍ່ຊາບຊື່ ຢູ່ເຂດບ້ານໜອງໜ້ຽວ ແລະ ນັດຊື່ກັນແຕ່ລະຄັ້ງແມ່ນຢູ່ຕາມແຄມທາງ ຫຼື ຂອບເຂດບ້ານ ຕ່າງໆ; ຈາກນັ້ນ, ໄດ້ເອົາຢາບ້າມາຂາຍໃຫ້ກັບໄວລຸ້ນທີ່ຕ້ອງການຊື້ຢາບ້າຢູ່ພາຍໃນບ້ານ ແລະ ບ້ານໃກ້ຄຽງ; ມາໃນ ວັນທີ 14 ກຸມພາ 2018 ກໍາລັງຈະກຽມນໍາຢາບ້າໄປຂາຍໃຫ້ໄວລຸ້ນທີ່ຈະມາຊື້ຢູ່ເຮືອນຂອງຕົນ ແຕ່ຖືກເຈົ້າໜ້າທີ່ກັກ ຕົວໄດ້ກ່ອນ ພ້ອມຂອງກາງຢາບ້າ ຈໍານວນ 2.681 ເມັດ; ສ່ວນປຶນສັ້ນບອກດັ່ງກ່າວຕົນເອງໄດ້ຊື້ມາໄວ້ ເພື່ອປ້ອງ ກັນຕົວ.ປັດຈຸບັນ, ຄະດີດັ່ງກ່າວແມ່ນຢູ່ໃນຂັ້ນຕອນຂອງການສືບສວນ-ສອບສວນຂອງເຈົ້າໜ້າທີ່ ປກສ ເມືອງສີ ໂຄດຕະບອງ ເພື່ອຂະຫຍາຍຜົນຊອກຫາກຸ່ມແກ້ງພັກພວກຮ່ວມຂະບວນການດຽວກັນມາດໍາເນີນຄະດີຕາມລະ ບຽບກົດໝາຍ.
ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ຮຽກຮ້ອງມາຍັງອົງການຈັດຕັ້ງສັງຄົມທຸກພາກສ່ວນ ແລະ ພໍ່-ແມ່ປະຊາຊົນ ພ້ອມກັນເປັນເຈົ້າການໃນການສະກັດກັ້ນ ແລະ ຕ້ານຢາເສບຕິດ ເພື່ອແນໃສ່ເຮັດໃຫ້ບັນຫາດັ່ງກ່າວຫຼຸດໜ້ອນ ຖອຍລົງເທື່ອລະກ້າວ, ລາຍງານການເຄື່ອນໄຫວຂອງກຸ່ມຄົນບໍ່ດີໃຫ້ເຈົ້າໜ້າທີ່ຮັບຊາບ ແລະ ເຂົ້າສະກັດກັ້ນໃຫ້ ທ່ວງທັນເວລາ ພ້ອມນັ້ນ ອໍານາດການປົກຄອງບ້ານໜັ່ນກວດກາຈຸດຫຼ່ໍແຫຼມ ເປັນຕົ້ນການກິນ, ການດື່ມ, ເຮືອນພັກ, ຫ້ອງແຖວ, ຮ້ານເກມ ແລະ ໂຕະສະໜຸກເກີ້ ຢູ່ພາຍໃນບ້ານໃຫ້ເປັນປົກກະຕິ ພ້ອມທັງແນະນໍາຜູ້ປະ ກອບການປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ; ຄຽງຄູ່ກັນນີ້, ພໍ່-ແມ່ຜູ້ປົກຄອງຄວນຕັກເຕືອນລູກຫຼານຂອງ ຕົນ ໃຫ້ຮູ້ເຖິງຜົນອັນຕະລາຍທີ່ເກີດຂຶ້ນກັບຢາເສບຕິດ ຖ້າພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມແຂງ ເຊື່ອແນ່ວ່າ  ບັນຫາຢາເສບຕິດຈະຫຼຸດລົງເລື້ອຍໆ.

ພາບ ແລະ ຂ່າວ:  ນສພ ຄວາມສະຫງົບ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.