Header Ads

ກອງປະຊຸມຄົບຄະນະເປີດກວ້າງຂອງ ຄຊກມດ ປະຈຳປີ 2017




ໃນວັນທີ  26 ກຸມພາ  2018 ທີ່ຫໍປະຊຸມແຫ່ງຊາດ ຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ໄດ້ຈັດກອງປະຊຸມຄົບຄະນະຂອງຕົນຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ປະທານຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ໂດຍມີບັນດາທ່ານຮອງປະທານ ແລະ ກໍາມະການ ຄຊກມດ ລວມເຖິງບັນດາທ່ານປະທານ ແລະ ຮອງປະທານ ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄກມດ) ບັນດາກະຊວງ, ອົງການ, ແຂວງ-ນະຄອນຫຼວງວຽງຈັນ ພ້ອມດ້ວຍເສນາທິການຊ່ວຍວຽກ ຄກມດ ຂັ້ນສູນກາງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດເຂົ້າຮ່ວມ.





ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອເປັນການສະຫຼຸບລາຍງານ ການຈັດຕັ້ງປະຕິບັດວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ ແລະ ວຽກງານແມ່ ແລະ ເດັກ ປະຈຳປີ 2017 ແລະ ວາງທິດທາງແຜນການປີ 2018ແນໃສ່ຊຸກຍູ້ສົ່ງເສີມໃຫ້ບັນດາຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ໃນການຜັນຂະຫຍາຍວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ ແລະ ການມີສ່ວນຮ່ວມຂອງແມ່ຍິງໃນທຸກດ້ານ ກໍ່ຄືການສົ່ງເສີມ, ການປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ ແລະ ເດັກ ລວມທັງການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ ແລະ ເດັກ ໃຫ້ສັງຄົມຮັບຮູ້ຢ່າງກວ້າງຂວາງ ແລະ ນຳໄປຈັດຕັ້ງປະຕິບັດຕົວຈິງຢູ່ໃນຄອບຄົວ ແລະ ສັງຄົມ. ພ້ອມນີ້, ຍັງໄດ້ຮັບຟັງການສະຫຼຸບລາຍງານ ກ່ຽວກັບການສ້າງຄອບຄົວ, ບ້ານ ແລະ ເມືອງ ປະຕິບັດສິດສະເໝີພາບຍິງ-ຊາຍ ແລະ ປາສະຈາກການໃຊ້ຄວາມຮຸນຕໍ່ແມ່ຍິງ ແລະ ເດັກ; ຂະບວນການສ້າງກົດໝາຍ ວ່າດ້ວຍຄວາມສະເໝີພາບຍິງ-ຊາຍ; ໄດ້ຮັບຟັງການປະກອບຄຳເຫັນຂອງແຕ່ລະພາກສ່ວນ ໃນການຜັນຂະຫຍາຍ ແລະ ສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານ ເພື່ອຄວາມສະເໝີພາບຍິງ-ຊາຍ, ການສົ່ງເສີມ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ ແລະ ເດັກ, ການລຶບລ້າງທຸກຮູບການຈຳແນກ ຕໍ່ແມ່ຍິງ ແລະ ສິດທິເດັກ ເຂົ້າໃນວຽກງານຂອງບັນດາຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ຂອງຂະແໜງການອ້ອມຂ້າງສູນກາງ. ນອກຈາກນັ້ນ, ຍັງໄດ້ຮ່ວມກັນປຶກສາຫາລື ກ່ຽວກັບທິດທາງໃນການປະຕິບັດພັນທະຂອງ ສປປ ລາວ ໃນນາມທີ່ເປັນພາຄີຕໍ່ສົນທິສັນຍາ ວ່າດ້ວຍການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ (ຊີດໍ) ແລະ ສົນທິສັນຍາ ວ່າດ້ວຍສິດທິເດັກ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງ.



​​ກອງປະຊຸມຄັ້ງນີ້ ຍັງໄດ້ເປັນເອກະພາບກັນ ຮັບຮອງເອົາການສະຫຼຸບການຈັດຕັ້ງປະຕິບັດວຽກງານຄວາມສະເໝີພາບຍິງ-ຊາຍ ແລະ ວຽກແມ່-ເດັກປີ 2017 ແລະ ທິດທາງ ປີ 2018 ພ້ອມທັງສືບຕໍ່ ປັບປຸງກົງຈັກການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງ ຄຊກມດ ນັບແຕ່ສູນກາງ ລົງຮອດທ້ອງຖິ່ນ ໃຫ້ໄດ້ຮັບການປັບປຸງຢ່າງແທດເໝາະ ກັບສະພາບຕົວຈິງຂອງຂະແໜງການ ແລະ ທ້ອງຖິ່ນ; ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວຽກງານ ເພື່ອຄວາມສະເໝີພາບ ຍິງ-ຊາຍ, ການສົ່ງເສີມ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ ແລະ ເດັກ, ການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ ແລະ ສິດທິເດັກ ຫັນເຂົ້າເປັນແຜນການ, ແຜນງານ ແລະ ກິດຈະກຳເຄື່ອນໄຫວຕົວຈິງ ຂອງຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນ ພ້ອມກັບໃຫ້ມີການສະຫຼຸບລາຍງານ ຕີລາຄາໝາກຜົນຂອງການຈັດຕັ້ງປະຕິບັດ ຢ່າງເປັນປົກກະຕິ; ກ່ຽວກັບການປະຕິບັດພັນທະຂອງລັດພາຄີຂອງ ສປປ ລາວ ຕໍ່ສົນທິສັນຍາຊີດໍ ແລະ ສົນທິສັນຍາ ວ່າດ້ວຍສິດທິເດັກ ລວມທັງບັນດາອານຸສັນຍາ, ສັນຍາ, ຖະແຫຼງການສາກົນ ແລະ ພາກພື້ນພາຍໃຕ້ພາລະບົດບາດຂອງ ຄຊກມດ ໃຫ້ມີການໂຄສະນາຢ່າງກວ້າງຂວາງ ພ້ອມທັງເຊື່ອມສານເຂົ້າໃນແຜນການເຄື່ອນໄຫວຂອງຂະແໜງການ ແລະ ທ້ອງຖິ່ນຢ່າງຕັ້ງໜ້າ ແລະ ໃຫ້ສາມາດມີຂໍ້ມູນສະໜອງ ໃຫ້ແກ່ບົດລາຍງານແຫ່ງຊາດ ປະຈຳແຕ່ລະໄລຍະພາຍໃຕ້ຂອບຂອງບັນດາສົນທິສັນຍາ ແລະ ສັນຍາດັ່ງກ່າວ.



ແຫລ່ງ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ 
© ຈໍາປາໂພສ |  www.champapost.com
_________


No comments

Powered by Blogger.