Header Ads

ຄວາມຄືບໜ້າຄະດີຢຶດເສືອ 3 ໂຕ ທີ່ແຂວງຄຳມ່ວນ ໂດຍເຈົ້າໜ້າທີ່ໄດ້ດໍາເນີນການສອບສວນເບື້ອງຕົ້ນ



ແຂວງຄຳມ່ວນ :  ໃນວັນທີ 12 ມັງກອນ 2018 ເຈົ້າໜ້າທີ່ກອງກວດກາປ່າໄມ້ແຂວງຄຳມ່ວນໄດ້ຮັບການແຈ້ງຈາກ ປກສ ເມືອງຍົມມະລາດ ແລະກອງຫຼອນບ້ານແກ້ງ ເຫຼັກວ່າໄດ້ກັກຢຶດເສືອໂຄ່ງຈຳນວນ 3 ໂຕ ຊຶ່ງແຕ່ລະໂຕແມ່ນຢູ່ໃນສະພາບທີ່ຕາຍແລ້ວ ແລະຖືກຄົວເອົາເຄື່ອງໃນອອກຈົນໝົດ.



ຕໍ່ກໍລະນີດັ່ງກ່າວໂດຍທ່ານ ຄຳແກ້ວ ລັດຖະຍອດ ຫົວໜ້າກອງກວດກາປ່າໄມ້ແຂວງຄຳມ່ວນໄດ້ຖະແຫຼງໃຫ້ຮູ້ວ່າ: ໃນຈຳນວນເສືອທີ່ຢຶດໄດ້ໂຕທີ 1 ມີນ້ຳໜັກ 165 ກິໂລກະກຣາມ ຢູ່ໃນສະພາບແຂ້ວແຕກຄ້າຍກັບຖືກທຸບ ຫຼື ງັດຈາກວັດຖຸຂອງແຂງ ແລະໜ້າຜາກຖືກປາດເອົາໜັງອອກ, ໂຕທີ 2 ມີນ້ຳ ໜັກ 151 ກິໂລກຣາມ, ແຂ້ວເບື້ອງຊ້າຍຫັກ 2 ເຫຼັ້ມແລະເລັບເບື້ອງຂວາ 1 ເລັບ ຖືກທອດອອກ, ໂຕທີ 3 ນ້ຳໜັກ 118 ກິໂລກຣາມ ສະພາບແມ່ນຍັງຄົບ ນອກຈາກເຄື່ອງໃນທີ່ຖືກຄົວອອກໄປ. ຫຼັງຈາກນັ້ນເຈົ້າໜ້າທີ່ກອງກວດກາ ປ່າໄມ້ໂດຍສົມທົບກັບ ປກສ ແຂວງໄດ້ ນຳເອົາເສືອດັ່ງກ່າວໄປໄວ້ທີ່ຕູ້ແຊ່ແຂງທີ່ຟາມເສືອຂອງບໍລິສັດວິນາ-ສາຄອນ ບ້ານນ້ຳດິກເມືອງຫີນບູນເພື່ອເກັບຮັກ ສາໄວ້ເປັນຫຼັກຖານ ແລະລໍຖ້າໃນການດຳເນີນຄະດີຕໍ່ຜູ້ກະທຳຜິດ.





ຜ່ານການສອບສວນເບື້ອງຕົ້ນຂອງ ເຈົ້າໜ້າທີ່ໄດ້ຊາບຊື່ຜູ້ຕ້ອງຫາແມ່ນທ້າວ ປໍວ່າງ ຫ້ວຍຢາງ ຊຶ່ງເປັນປະຊາຊົນຢູ່ບ້ານທົ່ງແປເມືອງຄຳເກີດແຂວງບໍລິຄຳໄຊ.ຜູ້ກ່ຽວໃຫ້ການວ່າຕົນເອງພຽງແຕ່ ເປັນຜູ້ຮັບຈ້າງຂົນສົ່ງ-ເຄື່ອນຍ້າຍເສືອ ຈຳນວນດັ່ງກ່າວໂດຍມີເປົ້າໝາຍຈະນຳສົ່ງອອກນອກປະເທດ, ສ່ວນວ່າເສືອທັງ 3 ໂຕນັ້ນເປັນຂອງໃຜແລະໄດ້ມາຈາກໃສແມ່ນຍັງບໍ່ຮູ້ລາຍລະອຽດທີ່ແທ້ຈິງ, ໃນວັນທີ 29 ມັງກອນຜ່ານມາທ່ານນາງ ຫຼອມຄຳແສງ ຈັນອຸດົມ ຮອງຫົວ ໜ້າກົມກວດກາປ່າໄມ້ກະຊວງກະສິກຳ ແລະປ່າໄມ້ໄດ້ລົງມາສົມທົບກັບກອງກວດກາປ່າໄມ້ແຂວງຄຳມ່ວນເພື່ອປຶກສາຫາລື ແລະເກັບກຳຂໍ້ມູນການດຳ ເນີນຄະດີການລັກລອບຊື້-ຂາຍ, ເຄື່ອນຍ້າຍເສືອໂຄ່ງດັ່ງກ່າວພ້ອມທັງຊີ້ນຳໃຫ້ເຈົ້າໜ້າທີ່ປະຕິບັດຕາມຂັ້ນຕອນຂອງກົດໝາຍ ຊຶ່ງປະຈຸບັນຜູ້ກະທໍາຜິດແມ່ນຢູ່ ໃນຂັ້ນຕອນການດຳເນີນຄະດີຂອງເຈົ້າໜ້າທີ່.



ແຫລ່ງຂ່າວ: ເສດຖະກິດ-ການຄ້າ
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.