Header Ads

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກ ທີ່ແຂວງບໍ່ແກ້ວ




ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງການເງິນ, ພ້ອມດ້ວຍ ຄະນະໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍ່ແກ້ວ ໃນເມື່ອບໍ່ດົນມານີ້ໂດຍ ການຕ້ອນຮັບຂອງທ່ານ ສຸວັນ ທອງ ບົວລັງສີ ກຳມະການ ພັກແຂວງ ຫົວໜ້າພະແນກ ການເງິນແຂວງບໍ່ແກ້ວ ພ້ອມ ດ້ວຍຄະນະ.

ຫຼັງຈາກນັ້ນ ທ່ານ ຮອງນາຍົກລັດຖະມົນຕີ ພ້ອມ ດ້ວຍຄະນະໄປພົບປະເຮັດ ວຽກກັບ ທ່ານ ຄຳພັນ ເຜີຍ ຍະວົງ ເຈົ້າແຂວງບໍ່ແກ້ວ, ມີທ່ານ ຮອງເຈົ້າແຂວງ, ພະນັກງານວິ ຊາການຈຳນວນໜຶ່ງເຂົ້າຮ່ວມ. ໂອກາດດັ່ງກ່າວ ທ່ານ ຄຳພັນ ເຜີຍຍະວົງ ໄດ້ລາຍງານ ສະພາບ ໂດຍລວມການພັດທະນາເສດ ຖະກິດ-ສັງຄົມພາຍໃນແຂວງ ໃນໄລຍະຜ່ານມາແມ່ນມີບັນ ຍາກາດທີ່ດີ ໂດຍສະເພາະ ແມ່ນສາມາດດຶງດູດນັກລົງທຶນ ທັງພາຍໃນ ແລະ ຕ່າງປະ ເທດ, ລວມຜະລິດຕະພັນພາຍ ໃນ (GDP) ແມ່ນເພີ່ມຂຶ້ນ ຢ່າງຕໍ່ເນື່ອງ, ຊີວິດການເປັນ ຢູ່ຂອງປະຊາຊົນດີຂຶ້ນເທື່ອລະ ກ້າວ, ແຕ່ແຂວງບໍ່ແກ້ວຍັງຈະ ສູ້ຊົນໃນຫຼາຍດ້ານໂດຍສະ ເພາະການເກັບລາຍຮັບເຂົ້າ ງົບປະມານແຫ່ງລັດເຖິງແມ່ນ ວ່າ ໃນປີ 2017 ຈະສາມາດ ເກັບລາຍຮັບລື່ນແຜນການກໍ ຕາມແຕ່ທາງແຂວງຍັງຈະສືບ ຕໍ່ຄຸ້ມຄອງເສດຖະກິດພາຍ ໃນແຂວງໃຫ້ມີການຂະຫຍາຍ ຕົວຢ່າງຕໍ່ເນື່ອງ ແລະ ໝັ້ນ ທ່ຽງ, ສືບຕໍ່ເຂັ້ມງວດການປະ ຕິບັດວິໄນທາງດ້ານການເງິນ ໃຫ້ເປັນຮູບປະທຳ, ສົ່ງເສີມ ການທ່ອງທ່ຽວຕິດພັນກັບການ ບໍລິການໃຫ້ເປັນການກະຕຸ້ນ ເສດຖະກິດ, ສ້າງລາຍຮັບໃຫ້ ປະຊາຊົນ, ສົ່ງເສີມການລົງ ທຶນທັງພາຍໃນ ແລະ ຕ່າງປະ ເທດ, ການເກັບພາສີອາກອນ ນຳບັນດາຫົວໜ່ວຍທຸລະກິດ ແລະ ບັນຫາອື່ນໆອີກຈຳນວນ ໜຶ່ງ. ໂອກາດນີ້ ທ່ານຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນໄດ້ມີຄຳເຫັນ ສະແດງຄວາມຊົມເຊີຍຕໍ່ທ່ານ ເຈົ້າແຂວງບໍ່ແກ້ວ ທີ່ໄດ້ເອົາໃຈ ໃສ່ຊີ້ນຳຕິດຕາມຢ່າງໃກ້ຊິດ ເຮັດໃຫ້ການພັດທະນາເສດ ຖະກິດ-ສັງຄົມພາຍໃນແຂວງ ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ເຮັດໃຫ້ການຈັດເກັບການລາຍ ຮັບເຂົ້າງົບປະມານລື່ນແຜນ ການທີ່ວາງໄວ້ ແລະ ບັນຫາ ອື່ນໆທີ່ຕິດພັນກັບຈັດເກັບ ລາຍຮັບເຂົ້າງົບປະມານແຫ່ງ ລັດ. 

ພາບ- ຂ່າວ: ກະຊວງການເງິນ
© ຈໍາປາໂພສ |  www.champapost.com
_________


No comments

Powered by Blogger.