Header Ads

ເຈົ້າຫນ້າທີ່ທະຫານຄໍ 122 ແຂວງບໍ່ແກ້ວ ຈັບຜູ້ຄ້າຂາຍຢາເສບຕິດຈໍານວນ 300,000 ເມັດ



ໃນວັນທີ່ 12 ກຸມພາ 2018 ນີ້ ເຈົ້າຫນ້າທີ່ທະຫານຄໍ 122 ປະຈຳບ້ານມອມ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ໄດ້ເຄື່ອນໄຫວລາດຕະເວນຕາມຊາຍແດນແມ່ນຳ້ຂອງລາວ-ມຽນມາໄດ້ພົບເຫັນຊາຍ 2 ຄົນທ່າທາງມີພິລຸດຈຶ່ງໄດ້ປະສານກັບພາກສ່ວນທີ່ກ່ຽວຂ້ອງເຂົ້າຈັບຕົວໄດ້ໜື່ງຄົນ ສ່ວນອີກໜຶ່ງຄົນແມ່ນໄດ້ເອົາຕົວລົບໜີ ຈາກນັ້ນ, ທາງເຈົ້າໜ້າທີ່ຂອງພວກເຮົາກໍ່ໄດ້ກວດກາບໍລິເວນໃກ້ຄຽງ ແລະ ໄດ້ພົບເຫັນຢາເສບຕິດປະເພດຢາບ້າຈຳນວນ 150 ມັດ ເທົ່າກັບ 300,000 ເມັດ. 








ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງນຳຕົວຜູ້ກ່ຽວມາດຳເນີນການ ສືບສວນ-ສອບສວນ ຈຶ່ງໄດ້ຮູ້ວ່າ: ຜູ້ກ່ຽວຊື່ ທ້າວ ຈ່າພະ ອາຍຸ 19 ປີ ອາຊີບເຮັດນາ ຢູ່ບ້ານປຸ່ງ ເມືອງທ່າຂີ້ເຫຼັກ ແຂວງຈຽງຕຸງ (ປະເທດມຽນມາ). ຜ່ານການສືບສອນ-ສອບສວນ ໃນເບື້ອງຕົ້ນ ຜູ້ກ່ຽວຮັບສາລະພາບວ່າ: ຢາບ້າຈຳນວນດັ່ງກ່າວບໍ່ແມ່ນຂອງຜູ້ກ່ຽວ ແຕ່ເປັນພຽງຄົນຮັບຈ້າງຂົນສົ່ງຈາກຝັງປະເທດເພື່ອນບ້ານຂ້າມມາສົ່ງໃຫ້ຂະບ່ວນການ ຄ້າ-ຂາຍຢາເສບຕິດຢູ່ຝັ່ງລາວ ສ່ວນເງິນຄ່າຂົນສົ່ງຢາເສບຕິດຈຳນວນດັ່ງກ່າວ ແມ່ນບໍ່ຮູ້ວ່າຈະໄດ້ເທົ່າໃດ ປັດຈຸບັນເຈົ້າຫນ້າທີ່ຂອງພວກເຮົາຈຶ່ງໄດ້ກັກຕົວຜູ້ກ່ຽວໄວ້ເພື່ອທຳການ ສືບສວນ-ສອບສວນ ຂະຫຍາຍຜົນຫາກຸ່ມແກ້ງ ຄ້າ-ຂາຍ ຢາເສບຕິດລາຍນີ້ມາດຳເນີນຄະດີ ຕາມລະບຽບກົດໝາຍຕໍ່ໄປ.







ຂ່າວ: ຣທ ວິທູນ ແກ້ວກັນຍາ/ປກສ ແຂວງບໍ່ແກ້ວ 
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.