Header Ads

ປະຊາຊົນບ້ານພັດທະນາ ບ້ານບຸ່ງຄ້າ ສົມທົບທຶນ 115 ລ້ານກວ່າກີບ ເຂົ້າໃນການກໍ່ສ້າງເສັ້ນທາງປູຄອນກີດ ພາຍໃນບ້ານຂອງຕົນ



ເມື່ອບໍ່ດົນມານີ້, ປະຊາຊົນບ້ານພັດທະນາບຸ່ງຄ້າ ກຸ່ມ 3 ເມືອງຊະນະສົມບູນ, ແຂວງຈຳປາສັກ ໄດ້ສ້າງຂະບວນການກໍ່ສ້າງເສັ້ນທາງປູຄອນກີດເຂົ້າບ້ານຂອງຕົນເອງ ຢ່າງເປັນຂະບວນການຟົດຟື້ນ,ເຊີ່ງໃຫ້ກຽດນຳພາຂະບວນໃນຄັ້ງນີ້: ຂອງ ທ່ານ ຄັດຄຳ ພົງສະຫວັດ ເລຂາໜ່ວຍພັກບ້ານ ນາຍບ້ານພັດທະນາບ້ານບຸ່ງຄ້າ, ທ່ານ ຄໍາໄພ ອິນທະສົມບັດ ປະທານແນວໂຮມບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນຊາວໜຸ່ມ, ໄວໜຸ່ມ ແລະ ເຖົ້າແກ່ແນວໂຮມເຂົ້າຮ່ວມຢ່າງຫຼວງຫຼາຍ. 




ທ່ານ ດວງພະໄທ ສີລາເພັດ ຮອງນາຍບ້ານ ໃຫ້ສໍາພາດວ່າ: ຂະບວນການກໍ່ສ້າງເສັ້ນທາງ ປູຄອນກີດລຽບຕາມແຄມຂອງພາຍໃນບ້ານຂອງຕົນ. ເລີ່ມລົງມືກໍ່ສ້າງນັບແຕ່ວັນທີ 9 ມັງກອນ 2018 ເຊີ່ງໄດ້ເປັນເອກະພາບ ໂດຍອີງໃສ່ຕົວເລກພົນລະເມືອງພາຍໃນບ້ານທັງໝົດ 1,375 ຄົນ, ເທົ່າກັບ 244 ຄອບຄົວ, ເຊີ່ງໄດ້ຈັດແບ່ງເປັນຈຸໜ່ວຍກັນຢ່າງລະອຽດ. ພ້ອມທັງເຄື່ອນໄຫວໝູນວຽນຜັດປ່ຽນກັນອອກແຮງງານແຕ່ລະວັນທັງໝົດ 15 ຈຸ ຈົນເຖີງປະຈຸບັນສາມາດເປີດການນຳໃຊ້ໄດ້ອຳນວຍຄວາມສະດວກໄດ້ດີພໍສົມຄວນ,ລັກສະນະເປັນເສັ້ນທາງເປຕົງໝັ້ນຄົງຖາວອນ ມີຄວາມກວ້າງ 3,5 ແມັດ, ສູງ 15 – 20 ຊັງຕີແມັດ ແລະ ຄວາມຍາວ 650 ແມັດ, ນໍາໃຊ້ປູນ ຈໍານວນ 124 ໂຕນ ເປັນເງີນ 74 ລ້ານ 4 ແສນກີບ, ແຮ່-ຊາຍ ຈຳນວນ 44 ລົດ, ມູນຄ່າ 25 ລ້ານກີບ. ເຊີ່ງລ້ວນແຕ່ເປັນທຶນຂອງພໍ່ແມ່ປະຊາຊົນພາຍໃນບ້ານທັງໝົດ. ໃນນັ້ນໄດ້ລະດົມທຶນຈາກພໍ່ແມ່ປະຊາຊົນຄອບຄົວລະ 100,000 ກີບ, ທັງໝົດ 244 ຄອບຄົວ ລວມມູນຄ່າ 24 ລ້ານ 4 ແສນກີບ, ລະດົມຈາກລູກຫຼານທີ່ໄປອອກແຮງງານຢູ່ທັງພາຍໃນ ແລະ ຕ່າງປະເທດ ໄດ້ 69 ລ້ານກີບ ແລະ ຈາກອົງການແນວລາວສ້າງຊາດບ້ານ ໄດ້ຈາກການຫາລາຍໄດ້ໃນການຈັດງານບຸນ ປະເພນີປີຜ່ານມາມູນ ຄ່າ 21 ລ້ານກີບ ແລະ ພຣະອາຈານໃຫ່ຍວັດບ້ານບຸ່ງຄ້າ 9 ແສນກີບ ລວມມູນຄ່າທັງໝົດ 115 ລ້ານ 3 ແສນກີບ. ນອກຈາກນັ້ນຍັງໄດ້ຫັກຄ່າໃຊ້ຈ່າຍຊີ້ນເປືອງ ເຂົ້າໃນວຽກງານບໍລິຫານທີ່ກ່ຽວຂ້ອງ ທັງໝົດ 15 ລ້ານ 6 ແສນກີບ. 






ທ່ານ ດວງພະໄທ ສີລາເພັດ ໄດ້ກ່າວຕື່ມອີກວ່າ: ສໍາລັບຂະບວນການກໍ່ສ້າງປູເສັ້ນທາງຄອນກີດຕາມແຄມຂອງໃນຄັ້ງນີ້: ຍັງບໍ່ທັນສຳເລັດ ເນື່ອງຈາກວ່າຍັງຂາດງົບປະມານໃນການກໍ່ສ້າງຈຶ່ງໄດ້ຢຸດຕິ ແລະ ລໍຖ້າງົບປະມານພຽງພໍ ຈິ່ງຈະສຶບຕໍ່ລົງມືກໍ່ສ້າງໃຫ້ສຳເລັດຕາມແຜນການຂອງບ້ານ ທີ່ຄາດວາງໄວ້,ທັງໝົດນີ້ກໍ່ເພື່ອອຳນວຍຄວາມສະດວກສະບາຍເຮັດໃຫ້ການສັນຈອນໄປມາຂອງພໍ່ແມ່ປະຊາຊົນຊາວບ້ານພັດທະນາບຸ່ງຄ້າ ເມືອງຊະນະສົມບູນ ແຂວງຈຳປາສັກ ໃຫ້ດີຂື້ນ

ທີ່ມາ: ທີມຂ່າວ ເມືອງຊະນະສົມບູນ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.