Header Ads

ປູກດອກດາວເຮືອງແລະພືດຜັກເປັນອາຊີບສາມາດເຮັດໃຫ້ຄອບຄົວມີຢູ່ມີກິນ


ຄອບຄົວ ພໍ່ ປານ ແກ້ວພະຮັກສາ ອາຍຸ 77 ປີ ແລະ ແມ່ ວິຊຽນ ແກ້ວພະຮັກສາ ອາຍຸ 66 ປີ, ປະຊາຊົນບ້ານສະພານໄຊ ເມືອງປາກເຊ ແຂວງຈໍາປາສັກ, ຖືເອົາການປູກດອກດາວເຮືອງ ແລະ ພືດຜັກ ເປັນອາຊີບຕົ້ນຕໍ ສາມາດປະກອບສ່ວນເຮັດໃຫ້ຄອບຄົວມີລາຍຮັບໃນແຕ່ລະວັນ ແລະ ຊີວິດການເປັນຢູ່ກໍ່ດີຂຶ້ນເລື້ອຍໆ.


ພໍ່ ປານ ແກ້ວພະຮັກສາ ໃຫ້ສໍາພາດໃນວັນທີ 13 ກຸມພາ 2018 ນີ້ວ່າ: ແຕ່ກ່ອນອາຊີບຕົ້ນຕໍຂອງຄອບຄົວຂ້າພະເຈົ້າ ແມ່ນເຮັດນາ ຢູ່ບ້ານແກ້ງແກວ ເມືອງຊະນະສົມບູນ, ໄລຍະນັ້ນ ສະພາບເສດຖະກິດຄອບຄົວມີຄວາມຫຍຸ້ງຍາກຝືດເຄືອງ. ປີ 1983 ຈິ່ງໄດ້ເຊົາເຮັດນາ ແລະ ເຂົ້າມາເປັນກໍາມະກອນຢູ່ເມືອງປາກເຊ ໂດຍຕັ້ງຖິ່ນຖານຢູ່ບ້ານສະພານໄຊ, ຕອນນັ້ນ ຊີວິດການເປັນຢູ່ກໍ່ຍັງບໍ່ດີຂຶ້ນ, ລາຍໄດ້ຂອງຄອບຄົວກໍ່ຂາດໆເຂີນໆ ມື້ໃດໄດ້ເຮັດວຽກ ຈິ່ງມີລາຍຮັບ. ຍ້ອນແນວນັ້ນ ປີ 1995 ຈິ່ງຫັນມາປູກດອກໄມ້ ແລະ ພືດຜັກເປັນອາຊີບ ໂດຍປູກໃນດິນລັດ ຕາມເລນແຄມຫ້ວຍປູນ ເຊິ່ງເປັນດິນນໍ້າຖ້ວມ ແລະ ການປູກໃນແຕ່ລະປີ ແມ່ນອີງໃສ່ທໍາມະຊາດ ໝາຍວ່າ ຖ້ານໍ້າບົກ ແມ່ນລົງມືປູກໂລດ, ສ່ວນໃຫຍ່ແມ່ນບຸນອອກພັນສາແລ້ວ ຫຼື ປະມານກາງ - ທ້າຍເດືອນຕຸລາຂອງແຕ່ລະປີ, ທໍາອິດແມ່ນປູກໝາກຖົ່ວຝັກຍາວ ແລະ ໝາກແຕງ ເຊິ່ງປູກໄດ້ເທື່ອດຽວກໍ່ເຊົາ, ປູກຕໍ່ບໍ່ໄດ້ ເພາະແມງໄມ້ລົງ ໂດຍສະເພາະແມ່ນແມງຊ້າງນ້ອຍລົງທໍາລາຍ. ຕໍ່ຈາກນັ້ນ ຈິ່ງປູກດອກໄມ້ ຄື: ດອກດາວເຮືອງ, ດອກຈອກ ແລະ ດອກຫອນໄກ່ ແຕ່ປູກຫຼາຍກ່ວາໝູ່ແມ່ນດອກດາວເຮືອງ.

ສໍາລັບຂັ້ນຕອນໃນການປູກດອກດາວເຮືອງນັ້ນ, ພໍ່ ປານ ແກ້ວພະຮັກສາ ອະທິບາຍວ່າ: ກ່ອນຈະປູກດອກດາວເຮືອງ ເຮົາຕ້ອງຂຸດໜານຫວ່ານໃນດອກດາວເຮືອງກ່ອນ, ເມື່ອເບ້ຍດອກດາວເຮືອງສູງໄດ້ປະມານ 10 ຊັງຕີແມັດ ຈິ່ງເອົາອອກຈາກໜານ ແລ້ວໄປປູກໃສ່ດິນ ໂດຍຂຸດເປັນຂຸມ ເພື່ອຄວາມສະດວກໃນເວລາໃສ່ຝຸ່ນ, ຫົດນໍ້າ, ແຕ່ຂຸມບໍ່ເລິກປານໃດ, ຈາກນັ້ນ ກໍ່ເອົາໃຈໃສ່ບົວລະບັດຮັກສາ, ໃສ່ຝຸ່ນ ທັງຝຸ່ນວິທະຍາສາດ ກາກະຕ່າຍ, ໃສ່ 2 ເທື່ອ, ໃສ່ຝຸ່ນຄອກໄປພ້ອມໆກັນ ແລະ ໃສ່ຝຸ່ນເລັ່ງນໍາອີກ. ເມື່ອຕົ້ນດາວເຮືອງ ມີອາຍຸໄດ້ 1 ເດືອນ ກັບ 25 ວັນ(ນັບແຕ່ມື້ເຮັດໜານຫວ່ານໃນ ຈົນຮອດມື້ເອົາອອກປູກ) ກໍ່ສາມາດເກັບດອກຂາຍໄດ້ ແລະ ແຕ່ລະຕົ້ນສາມາດເກັບດອກຂາຍໄດ້ 3 ເດືອນ, ຖ້າກາຍ 3 ເດືອນໄປແລ້ວ ຕົ້ນດອກດາວເຮືອງຈະເປັນດອກໜ້ອຍລົງ ແລະ ຫ່ຽວຕາຍໃນທີ່ສຸດ, ຈາກນັ້ນ ເຮົາກໍ່ຫຼົກຖິ້ມ ແລ້ວເອົາເບ້ຍດອກດາວເຮືອງທີ່ເຮົາຫວ່ານກຽມໄວ້ນັ້ນ ປູກໃໝ່ອີກ.

ເມື່ອຖາມເຖິງຕະຫຼາດຮອງຮັບນັ້ນ, ພໍ່ ປານ ບອກວ່າ: ບໍ່ມີບັນຫາ, ປູກໄດ້ຫຼາຍ ກໍ່ສາມາດຂາຍໄດ້ໝົດ, ຂາຍດີກ່ວາໝູ່ແມ່ນຍາມວັນສິນດັບ, ສິນເພັງ ເພາະຄົນລາວຊາວພຸດຊື້ໄປເຮັດໝາກເບັງຂາຍ ຫຼື ນໍາໄປຖວາຍຢູ່ຕາມວັດຕ່າງໆ. ນອກນັ້ນ ກໍ່ແມ່ນຍາມມີງານມຸງຄຸນທີ່ມີພາຂວັນ ເຊັ່ນ: ງານບຸນເຮືອນ, ງານແຕ່ງດອງ ແລະ ພິທີບາສີສູ່ຂວັນຕ່າງໆ ເຊິ່ງຈະຂາຍແຕ່ສະເພາະດອກດາວເຮືອງ ໂດຍຂາຍເປັນກິໂລກຼາມ, ລາຄາກໍ່ອີງຕາມເງື່ອນໄຂຕົວຈິງ, ຍາມມີຄົນປູກດອກດາວເຮືອງຫຼາຍ ລາຄາ 25 ພັນກີບ/ກິໂລກຼາມ, ຍາມຄົນປູກບໍ່ຫຼາຍ ລາຄາ 50 ພັນກີບ/ກິໂລກຼາມ ໂດຍສະເພາະຫຼັງຈາກແລ້ວງານບຸນປີໃໝ່ລາວ. ສ່ວນຮູບແບບການຊື້-ຂາຍ ແມ່ນອີງໃສ່ແມ່ຄ້າຢູ່ຕະຫຼາດ ໃນເມືອງປາກເຊ ເມື່ອເພິ່ນຕ້ອງການຊື້ ເພິ່ນຈະໂທມາສັ່ງ ແລ້ວພວກເຮົາກໍ່ເອົາໄປສົ່ງໃຫ້. ນອກນີ້ ແມ່ຄ້າຢູ່ຕະຫຼາດ ຍັງສົ່ງໄປຂາຍຕໍ່ຢູ່ໃນ 4 ແຂວງພາກໃຕ້ນໍາອີກ.


ພໍ່ ປານ ໃຫ້ຮູ້ຕື່ມອີກວ່າ: ສໍາລັບດອກດາວເຮືອງ ທີ່ປູກຂາຍໃນໄລຍະບຸນປີໃໝ່ຊາວຫວຽດນາມ ແລະ ຊາວຈີນນັ້ນຕ້ອງປູກສະເພາະຕ່າງຫາກ. ເພາະຫຼັງຈາກຫວ່ານໃນດອກດາວເຮືອງແລ້ວ ເວລາເອົາອອກປູກ ແມ່ນປູກໃສ່ຖົງຢາງ ແລະ ຕ້ອງມີການຄິດໄລ່ໄລຍະເວລາໃຫ້ຖືກຕ້ອງ ເພື່ອໃຫ້ດອກດາວເຮືອງສາມາດຂາຍທັນພໍດີກັບໄລຍະບຸນປີໃໝ່ຊາວຫວຽດນາມ ແລະ ຊາວຈີນ. ລາຄາຂາຍແມ່ນອີງຕາມຂະໜາດຂອງຕົ້ນດອກດາວເຮືອງ ສະເລ່ຍ 20–30 ພັນກີບ/ຕົ້ນ, ຖ້າຊື້ຫຼາຍຕົ້ນ ກໍ່ຫຼຸດລາຄາໃຫ້ອີກ.


ກ່ຽວກັບຄວາມຮູ້ທາງດ້ານເຕັກນິກວິຊາການໃນການປູກຝັງ ໂດຍສະເພາະແມ່ນປູກໝາກຖົ່ວ, ໝາກແຕງ,ພືດຜັກ ແລະ ປູກດອກໄມ້ນັ້ນ, ພໍ່ ປານ ແກ້ວພະຮັກສາ ກ່າວວ່າ: ບໍ່ໄດ້ຮໍ່າຮຽນມາແຕ່ໃສ, ມີແຕ່ຄວາມມັກ-ຮັກອາຊີບ, ປູກໄປນໍາ, ຖອດຖອນບົດຮຽນໄປນໍາ. ນອກນີ້ ກໍ່ຮຽນຮູ້ຈາກປຶ້ມ, ຈາກເອກະສານຕ່າງໆ ທີ່ພົວພັນກັບການປູກຝັງ ແລະ ສ່ວນໜຶ່ງກໍ່ສອບຖາມນໍາຜູ້ຮູ້, ຜູ້ມີປະສົບການໃນດ້ານນີ້ມາກ່ອນ ແລ້ວນໍາມາຈັດຕັ້ງປະຕິບັດເຂົ້າໃນການເຄື່ອນໄຫວວຽກງານຕົວຈິງ. ໃນຄອບຄົວມີທັງໝົດ 6 ຄົນ, ຍິງ 3 ຄົນ ເຊິ່ງລ້ວນແຕ່ສາມາດອອກແຮງງານໄດ້. ນອກຈາກປູກເອງແລ້ວກໍ່ຍັງມີຄອບຄົວລູກ 3 ຄອບຄົວ ທີ່ຖືເອົາການປູກພືດຜັກ ແລະ ດອກໄມ້ ເປັນອາຊີບຕົ້ນຕໍເຊິ່ງແຕ່ລະປີ ຈະເລີ່ມປູກພາຍຫຼັງນໍ້າບົກ ປະມານທ້າຍເດືອນຕຸລາ ຈົນຮອດຍາມນໍ້າຂຶ້ນຖ້ວມຫ້ວຍປູນ ສ່ວນໃຫຍ່ປະມານທ້າຍເດືອນກໍລະກົດ - ກາງເດືອນສິງຫາ ຈິ່ງໄດ້ເຊົາປູກ ແລະ ໃນໄລຍະນໍ້າຖ້ວມ ພວກລູກໆ ກໍ່ພາກັນແລ່ນລົດສາມລໍ້, ບາງຄອບຄົວ ກໍ່ໄປເປັນຊ່າງກໍ່ ແລະ ອື່ນໆ.


ພໍ່ ປານ ແກ້ວພະຮັກສາ ກ່າວຕອນທ້າຍອີກວ່າ: ການຖືເອົາວຽກງານປູກພືດຜັກ ແລະ ດອກໄມ້ ເປັນອາຊີບຕົ້ນຕໍ ໄດ້ເຮັດຄອບຄົວມີລາຍຮັບໃນແຕ່ລະວັນ, ເຖິງວ່າບໍ່ລ້ໍາລວຍຄືອາຊີບອື່ນໆ ແຕ່ກໍ່ຊ່ວຍໃຫ້ຊີວິດມີຢູ່ມີກິນ, ຍ້ອນແນວນັ້ນ ໃນຕໍ່ໜ້າ ຄອບຄົວຂອງຂ້າພະເຈົ້າ ກໍ່ຍັງຈະປູກພືດຜັກ ແລະ ດອກໄມ້ຕໍ່ໄປເລື້ອຍໆ, ປູກຈົນກ່ວາວ່າລັດຈະມີໂຄງການພັດທະນາເຂົ້າມາຈັດຕັ້ງປະຕິບັດໃນຂອບເຂດບໍລິເວນ ເລນຫ້ວຍປູນ ຈິ່ງຈະເຊົາປູກ.
ຂ່າວ-ພາບ: ທູນທອງໃຈ ໜັງສືພິມຈໍາປາໃໝ່ 
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.