Header Ads

ນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ຊີ້ນຳວຽກງານຢູ່ເມືອງປາກຊ່ອງ




ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີພ້ອມດ້ວຍ ຄະນະໄດ້ເດີນທາງໄປຢ້ຽມ ຢາມ ແລະ ຊີ້ນຳວຽກງານທີ່ ເມືອງປາກຊ່ອງແຂວງຈຳປາ ສັກ ໃນວັນທີ 6 ກຸມພານີ້. ຮ່ວມເດີນທາງນຳທ່ານນາຍົກ ໄປເມືອງປາກຊ່ອງມີທ່ານ ບຸນ ຖອງ ດີວິໄຊ ເຈົ້າແຂວງຈຳປາ ສັກ, ບັນດາທ່ານການນຳຂັ້ນ ສູງຂອງແຂວງ ແລະ ພະນັກ ງານທີ່ກ່ຽວຂ້ອງຂອງແຂວງຈຳ ນວນໜຶ່ງ. ທີ່ສະໂມສອນເມືອງປາກ ຊ່ອງທ່ານນາຍົກໄດ້ຮັບການ ຕ້ອນຮັບຢ່າງອົບ ອຸ່ນຈາກທ່ານ ວິຈິດ ແກ້ວບົວພາ ເຈົ້າເມືອງ ປາກຊ່ອງພ້ອມດ້ວຍຄະນະ. ໃນພິທີທ່ານເຈົ້າເມືອງໄດ້ຂຶ້ນ ລາຍງານສະພາບທີ່ຕັ້ງຈຸດພິ ເສດຂອງເມືອງ ແລະ ການນຳ ພາການຈັດຕັ້ງປະຕິບັດວຽກ ງານ ແຕ່ລະດ້ານໃນປີຜ່ານມາ ພ້ອມທັງທິດທາງແຜນການ ຕໍ່ໜ້າ ແລະ ມາດຕະການຈັດ ຕັ້ງປະຕິບັດໂດຍຫຍໍ້ໃຫ້ທ່ານ ນາຍົກລັດຖະມົນຕີຮັບຊາບ. 



ຈາກນັ້ນທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ ເປັນກຽດ ໂອ້ລົມ ຊຶ່ງກ່ອນອື່ນໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜົນ ງານການຊີ້ນຳ - ນຳພາທີ່ຄະ ນະພັກ, ອຳນາດການປົກຄອງ ເມືອງປາກຊ່ອງຍາດມາໄດ້. ພ້ອມນີ້ ທ່ານນາຍົກ ຍັງໄດ້ຍົກ ໃຫ້ເຫັນທ່າແຮງບົ່ມຊ້ອນຂອງ ເມືອງທີ່ຕັ້ງໃນເຂດພູພຽງບໍລະ ເວນທີ່ມີຄວາມອຸດົມສົມບູນຮັ່ງ ມີທາງດ້ານຊັບພະຍາກອນທຳ ມະຊາດ ແລະ ອາກາດເໝາະ ສົມໃນການປູກຝັງ ແລະ ລ້ຽງ ສັດຊະນິດຕ່າງໆເປັນສິນຄ້າ. ກາເຟປາກຊ່ອງຍັງເປັນທີ່ຮູ້ ຈັກກັນທົ່ວໂລກວ່າເປັນກາເຟ ທີ່ມີລົດຊາດດີເລີດ ຊຶ່ງເປັນສິ່ງ ໜຶ່ງທີ່ໜ້າພາກພູມໃຈເປັນຢ່າງ ຍິ່ງ. ໃນຕໍ່ໜ້າເມືອງປາກຊ່ອງ ຍັງຈະເປັນສະຖານທີ່ທ່ອງທ່ຽວ ທີ່ສຳຄັນທີ່ຂຶ້ນຊື່ລືຊາທີ່ສຸດ ຂອງປະເທດ ຍ້ອນສະພາບ ທາງດ້ານທຳມະຊາດ, ຮີດຄອງ ປະເພນີຂອງບັນດາຊົນເຜົ່າ ແລະ ອາຫານການກິນທີ່ຈະດຶງ ດູດຄົນທົ່ວໂລກມາທ່ຽວຊົມ. 

ເພື່ອເຮັດໃຫ້ເຂດພູພຽງ ບໍລະເວນປາກຊ່ອງຍັງຄົງ ຄວາມອຸດົມສົມບູນສາມາດ ນຳຜົນປະໂຫຍດມາໃຫ້ປະຊາ ຊົນ ແລະ ປະເທດຊາດຢ່າງບໍ່ ໝົດສິ້ນ, ທ່ານ ທອງລຸນ ສີສຸລິດ ໄດ້ເນັ້ນໃຫ້ຄະນະພັກ, ອຳນາດ ການປົກຄອງເມືອງຫຼາຍບັນ ຫາເຊັ່ນ: ໃຫ້ຮີບຮ້ອນເອົາໃຈ ໃສ່ຄຸ້ມຄອງບໍ່ໃຫ້ມີການຕັດ ໄມ້ທຳລາຍປ່າໂດຍສະເພາະ ປ່າຕົ້ນນ້ຳ, ປ່າຍອດນ້ຳຢ່າງ ເດັດຂາດ. ເອົາໃຈໃສ່ຄຸ້ມຄອງ ການນຳໃຊ້ສານເຄມີເຂົ້າໃນ ການຜະລິດເພື່ອຮັກສາຄວາມ ອຸດົມສົມບູນຂອງດິນ, ໃຫ້ສົ່ງ ເສີມການປູກພືດຜັກປອດສານ ພິດເພື່ອສ້າງຄວາມເຊື່ອໝັ້ນ ແກ່ຜູ້ບໍລິໂພກ. ເອົາໃຈໃສ່ການ ສຶກສາອົບຮົມໃຫ້ຄວາມຮູ້ປະ ຊາຊົນ, ຊາວໝຸ່ມນັກຮຽນນັກ ສຶກສາຕະຫຼອດຮອດພະນັກ ງານລັດຖະກອນທຸກຂັ້ນໃຫ້ຮູ້ ຈັກຮັກສາທຳມະຊາດ, ຮັກສາ ຊັບພະຍາກອນທີ່ອຸດົມສົມບູນ ໄວ້ກິນຍາວນານບໍ່ໄປຕັດໄມ້ ທຳລາຍປ່າຊະຊາຍ. ເອົາໃຈ ໃສ່ໃຫ້ຄວາມຮູ້ບັນດານັກທຸລະ ກິດ, ຜູ້ປະກອບອາຊີບ ແລະ ປະຊາຊົນທີ່ເຮັດການຜະລິດ ໃຫ້ຍົກຄຸນນະພາບຍົກປະສິດ ທິຜົນຂອງການຜະລິດຂຶ້ນຕື່ມ ອີກ. ເອົາໃຈໃສ່ດຶງດູດການລົງ ທຶນຂອງນັກລົງທຶນທັງພາຍໃນ ແລະ ຕ່າງປະເທດເຂົ້າມາປາກ ຊ່ອງໃຫ້ຫຼາຍໃຫ້ເຂົ້າມາພັດ ທະນາ ແລະ ເລືອກນັກລົງທຶນ ທີ່ມີຄວາມຈິງໃຈໃນການພັດ ທະນາ ພ້ອມນີ້ກໍເອົາໃຈໃສ່ໃນ ການຮັກສາຄວາມສະຫງົບ ປອດໄພຂອງສັງຄົມ, ຄຸ້ມຄອງ ບັນຫາຢາເສບຕິດບໍ່ໃຫ້ແຜ່ລາມ ໃນຊາວໜຸ່ມ ແລະ ປະຊາຊົນ. 

ພາຍຫຼັງສຳເລັດການພົບ ປະໂອ້ລົມກັບຄະນະນຳ ແລະ ອຳນາດການປົກຄອງເມືອງ ປາກຊ່ອງ, ທ່ານນາຍົກລັດຖະ ມົນຕີ ພ້ອມດ້ວຍການນຳຂອງ ແຂວງ ແລະ ເມືອງໄດ້ໄປຢ້ຽມ ຢາມສວນດອກໄມ້ມົນຕາຊຶ່ງ ຜູ້ສຳປະທານໃຫ້ຮູ້ວ່າຈະເປັນ ໂຄງການພັດທະນາເພື່ອການ ທ່ອງທ່ຽວແບບຄົບວົງຈອນທີ່ ໃຫຍ່ ແລະ ສວຍງາມທີ່ສຸດ ແຫ່ງໜຶ່ງໃນປະເທດລາວ. ຕໍ່ ຈາກນັ້ນທ່ານນາຍົກໄດ້ໄປພົບ ປະ ແລະ ຊີ້ນຳຄະນະຮັບຜິດ ຊອບໂຄງການພັດທະນາກວມ ລວມທົ່ວເຂດພູພຽງບໍລະເວນ ໃນການສ້າງແຜນງານສ້າງ ໂຄງການແຜນພັດທະນາແບບ ກວມລວມທົ່ວເຂດພູພຽງບໍລະ ເວນເພື່ອກຽມສະເໜີຕໍ່ລັດຖະ ບານຊຶ່ງກວມເອົາ 3 ເມືອງ ຂອງ 3 ແຂວງຄື: ເມືອງປາກ ຊ່ອງແຂວງຈຳປາສັກ, ເມືອງ ທ່າແຕງແຂວງເຊກອງ ແລະ ເມືອງເລົ່າ​ງາມແຂວງສາລະວັນ. ຈາກນັ້ນ ທ່ານນາຍົກລັດ ຖະມົນຕີຍັງໄດ້ພົບປະໂອ້ລົມ ກັບປະຊາຊົນເຂດຈຸດສຸມບ້ານ ທົ່ງກາຫຼົງ ແລະ ໄປເບິ່ງການ ພັດທະນາສະຖານທີ່ທ່ອງທ່ຽວ ຕາດສະເມັກ ຊຶ່ງເປັນສະຖານ ທີ່ທ່ອງທ່ຽວແຫ່ງໃໝ່ຂອງເມືອງ ປາກຊ່ອງນຳອີກ. 

ຂ່າວ-ພາບ: ສຸລິນ ໜັງສື ພິມຈຳປາໃໝ່

© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.