Header Ads

ທ່ານ ຮອງນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ແລະເຮັດວຽກຢູ່ເມືອງວາປີ ແຂວງສາລະວັນ



ທ່ານ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ປະທານກວດກາສູນກາງພັກ ປະທານອົງການລັດຖະບານ ແລະຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ລົງເຄື່ອນໄຫວຢ້ຽມຢາມ ແລະເຮັດວຽກຢູ່ເມືອງວາປີ ແຂວງສາລະວັນ ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ສີສຸວັນ ວົງຈອມສີ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆສາລະວັນ ພ້ອມດ້ວຍຄະນະນຳ ຂັ້ນແຂວງ ແລະຂັ້ນເມືອງເຂົ້າຮ່ວມຕ້ອນຮັບຢ່າງອົບອຸ່ນ.


ທ່ານ ພທ ລັງສີ ຈັນທະມາລີ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆວາປີ ໄດ້ລາຍງານການນຳພາຂອງອົງຄະນະພັກເມືອງ ໃນໄລຍະ 1 ປີ ຜ່ານມາ ໃນທົ່ວເມືອງແມ່ນມີຄວາມສະຫງົບໂດຍພື້ນຖານເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບ 7-8 ສ່ວຍຮ້ອຍຕໍ່ປີ, ລວມຍອດຜະລິດຕະພັນພາຍໃນບັນລຸ 3ຕື້ກວ່າກີບ, ສະເລ່ຍໃສ່ຫົວຄົນ 9 ລ້ານກວ່າກີບ ຫຼື ເທົ່າກັບ 1ພັນກວ່າໂດລາຕໍ່ຄົນຕໍ່ປີ, ພ້ອມນີ້ຍັງໄດ້ປັບປຸງລະບົບການຈັດຕັ້ງນັບແຕ່ຂັ້ນເມືອງຈົນຮອດຂັ້ນຮາກຖານໂດຍການນຳເອົາມະຕິຄຳສັ່ງຕ່າງໆຂອງຂັ້ນເທິງລົງຜັນຂະຫຍາຍຢູ່ຮາກຖານຢ່າງຕໍ່ເນື່ອງ, ເຮັດໃຫ້ຮາກຖານສ່ວນຫຼາຍມີຄວາມສະຫງົບ ແລະເຂັ້ມແຂງ, ມີຄວາມເປັນເອກະພາບ, ມີຄວາມສາມັກຄີຢ່າງໜັກແໜ້ນ, ເຮັດໃຫ້ຊີວິດການເປັນຢູ່ພາຍໃນເມືອງໄດ້ຮັບການປັບປຸງແກ້ໄຂດີຂຶ້ນເທື່ອລະກ້າວ, ໄດ້ເອົາໃຈໃສ່ສົ່ງເສີມການຜະລິດເຂົ້າເພື່ອເປັນສະບຽງອາຫານໃຫ້ກົ້ມກິນ ແລະເປັນສິນຄ້າ, ສາມາດຜະລິດເຂົ້າໄດ້ທັງໝົດ 58 ພັນກວ່າໂຕນຕໍ່ປີ, ຜະລິດເຂົ້ານາປີໄດ້ 47 ກວ່າໂຕນຕໍ່ປີ, ນາແຊງຜະລິດໄດ້ 11 ພັນກວ່າໂຕນຕໍ່ປີ, ມີສິນຄ້າສົ່ງອອກທັງໝົດ 28 ຕື້ກວ່າກີບ, ເດັ່ນກວ່າໝູ່ແມ່ນສິນຄ້າປະເພດມັນຕົ້ນ ແລະເຂົ້າເປືອກ, ປູກພືດລະດູຝົນປະຕິບັດໄດ້ 3 ພັນກວ່າເຮັກຕາ ລື່ນແຜນ 7ສ່ວນຮ້ອຍ ຜະລິດໄດ້ 3 ກວ່າໂຕນ, ສົ່ງເສີມຄອບຄົວຕົວແບບລ້ຽງສັດປີກ 4 ບ້ານ 16 ຄອບຄົວ ມີຈຳນວນສັດປີກທັງໝົດ 1 ພັນກວ່າໂຕ, ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 4 ຕື້ກວ່າກີບ, ມີໂຄງການເຂົ້າມາລົງທຶນທັງໝົດ 22 ໂຄງການ ມີມູນຄ່າ 82 ຕື້ກວ່າກີບ, ປັດຈຸບັນໃນທົ່ວເມືອງຍັງມີຄອບຄົວທຸກຍາກ 24 ຄອບຄົວ ມີພຽງ 0,31 ຂອງຄອບຄົວທັງໝົດ, ສ່ວນວຽກງານວັດທະນະທຳສັງຄົມສາມາດປະກາດເປັນເມືອງຈົບມັດທະຍົມບຳລຸງໃນປີ 2015 , ສ້າງ ແລະປະກາດບ້ານຊຸມຊົນເປັນເຈົ້າການສຸຂະອະນາໄມໄດ້ 5ບ້ານ, ປະກາດບ້ານສາທາລະນະສຸກແບບຢ່າງໄດ້ 27 ບ້ານ, ສ້າງ ແລະປະກາດບ້ານວັດທະນະທຳໄດ້ທັງໝົດ 39 ບ້ານ ແລະ 2 ຫ້ອງການ ແລະວຽກງານອື່ນໆກໍ່ໄດ້ຮັບການພັດທະນາຂຶ້ນເລື້ອຍໆ.


ພາບ ແລະ ຂ່າວ: ຂ່າວແຂວງສາລະວັນ (ມີເດຍລາວ)
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.