Header Ads

ດ່ານສາກົນວັງເຕົ່າ ເກັບລາຍຮັບພາສີ-ອາກອນ ເຂົ້າງົບປະມານ ບັນລຸພຽງ 91,47%




ດ່ານສາກົນວັງເຕົ່າ ເປັນດ່ານ ທີ່ມີເສັ້ນຊາຍແດນ ຕິດຈອດກັນທາງບົກ, ໂດຍເຊື່ອມຕໍ່ລະ ຫວ່າງ ບ້ານວັງເຕົ່າ ເມືອງໂພນທອງ, ແຂວງຈຳປາສັກ ແລະ ບ້ານຊ່ອງເມັກ ເມືອງ ສິລິນທອນ, ແຂວງ ອຸບົນຣາຊະທານີ ປະເທດໄທ ສາມາດຈັດເກັບລາຍຮັບ ພາສີ-ອາກອນ ເຂົ້າງົບປະມານແຫ່ງລັດ ໃນປີ 2017 ບັນລຸ 567 ກວ່າຕື້ກີບ ເທົ່າກັບ 91,47% ທຽບໃສ່ແຜນການຂອງປີ ທັງໝົດແມ່ນ 620,58 ຕື້ກີບ.



ທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າ ດ່ານສາກົນວັງເຕົ່າ ໄດ້ໃຫ້ສຳພາດ ເມື່ອອາທິດທີ່ຜ່ານມານີ້ວ່າ: ດ່ານສາກົນວັງເຕົ່າ ເປັນດ່ານ ທີ່ມີການຂົນສົ່ງສິນຄ້າເຂົ້າ-ອອກ ຫລາຍເປັນອັນດັບທີສອງ ຂອງປະເທດ, ຮອງຈາກ ດ່ານສາກົນ ວຽງຈັນ-ໜອງຄາຍ ນະຄອນຫລວງວຽງຈັນ. ສາເຫດທີ່ເຮັດໃຫ້ການ ຈັດເກັບລາຍຮັບພາສີ-ອາກອນ ເຂົ້າ ງົບປະມານແຫ່ງລັດ ຂອງດ່ານດັ່ງກ່າວ, ບໍ່ບັນລຸຕາມແຜນການ ແມ່ນມີຫລາຍປັດໄຈ ເປັນຕົ້ນແມ່ນ ການກໍ່ສ້າງ ພື້ນຖານໂຄງລ່າງຂອງດ່ານ ຍັງບໍ່ທັນສຳເລັດ 100% ເຮັດໃຫ້ການ ເຂົ້າ-ອອກ ມີຄວາມຫຍຸ້ງຍາກ, ເສັ້ນທາງທີ່ນຳໃຊ້ ໃນປັດຈຸບັນ ຢູ່ບໍລິເວນໜ້າດ່ານ ແມ່ນແຄບ, ແອອັດ ແລະ ເປ່ເພ ລວມທັງບັນຫາການ ຊັ່ງນ້ຳໜັກ ຢູ່ທາງເລກທີ 16W ລະຫວ່າງ ປາກເຊ-ດ່ານສາກົນວັງເຕົ່າ ທີ່ມີຄວາມຍາວ 44 ກິໂລແມັດ ມີຈຸດຊັ່ງນ້ຳໜັກ ເຖີງ 3 ຈຸດ ແລະ ການຈັດເກັບຄ່າຜ່ານທາງ ກໍແພງຫລາຍ ໄດ້ເຮັດໃຫ້ການ ຂົນສົ່ງສິນຄ້າ ເຂົ້າ-ອອກ ດ່ານດັ່ງກ່າວຫລຸດລົງ.

ທ່ານ ບຸນຍະເດດ ທອງສະຫວັນ ກ່າວຕື່ມວ່າ: ເຖິງຢ່າງໃດກໍຕາມ ໃນຕໍ່ໜ້າ ພວກເຮົາຈະສືບເອົາໃຈໃສ ໃນການຈັດຕັ້ງປະຕິບັດ, ໂດຍຈະສູ້ຊົນ ເຮັດໃຫ້ການຈັດເກັບ ລາຍຮັບພາສີ-ອາກອນ ເຂົ້າງົບປະມານແຫ່ງລັດ ໃຫ້ບັນລຸຕາມແຜນການ ທີ່ວາງໄວ້ ດ້ວຍການປຸກລະດົມ ພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍຕ່າງໆ ທີ່ນຳເຂົ້າ ແລະ ສົ່ງອອກ ສິນຄ້າ ຜ່ານດ່ານແຫ່ງນີ້ ໃຫ້ມາເສຍພາສີ-ອາກອນ ໃຫ້ຖືກຕ້ອງ ແລະ ຄົບຖ້ວນ ຕາມລະບຽບກົດໝາຍ, ພ້ອມທັງປັບປຸງ ພື້ນຖານໂຄງລ່າງ ແລະ ຂອດການ ບໍລິການເອກະສານຕ່າງໆ ໃຫ້ມີຄວາມສະດວກ ວ່ອງໄວກວ່າເກົ່າ.

ໃນປີ 2017, ດ່ານສາກົນວັງເຕົ່າ ໄດ້ກວດກາ ພາຫະນະເຂົ້າ-ອອກ ທັງໝົດ 6.798 ຄັນ, ໃນນັ້ນ ລົດເຂົ້າມີ 6.400 ຄັນ, ສ່ວນ ຈຳນວນທີ່ເຫລືອແມ່ນລົດອອກ. ໃນຂະນະດຽວກັນ, ກວດກາຄົນເຂົ້າ-ອອກ ໄດ້ທັງໝົດ 2,45 ລ້ານກວ່າຄົນ.

ຂ່າວ ແລະ ພາບ: ສິງຄຳ (ສໍານັກຂ່າວສານປະເທດລາວ)
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.