Header Ads

ປະທານປະເທດ ເນັ້ນໃຫ້ຂະແໜງສາທາລະນະສຸກ ເອົາໃຈໃສ່ວຽກງານ ໃຫ້ມີຜົນສຳເລັດ



ໂອກາດເຂົ້າຮ່ວມກອງປະຊຸມວຽກງານສາທາລະນະສຸກທົ່ວປະເທດ ປະຈຳປີ 2017, ທ່ານ ບຸນຍັງ ວໍລະຈິດ ເລຂາທິການ ໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມດັ່ງກ່າວໃນວັນທີ 7 ກຸມພານີ້ ທີ່ສູນການ ຮ່ວມມືລາວ- ຍີ່ປຸ່ນ ນະຄອນຫຼວງວຽງຈັນ ໂດຍມີທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາການນຳພັກ - ລັດ ຂັ້ນສູນກາງ ແລະ ທ້ອງຖິ່ນຕະຫຼອດຮອດຜູ້ແທນກອງປະຊຸມເຂົ້າຮ່ວມ. ໃນການໂອ້ລົມກອງປະຊຸມດັ່ງກ່າວ ທ່ານປະທານປະເທດໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ທຸກຄວາມພະຍາຍາມບືນຕົວ ຂອງ ຂະແໜງສາທາລະນະສຸກໃນໄລຍະຜ່ານມາ ທີ່ໄດ້ສຸມໃສ່ແກ້ໄຂບັນຫາຄວາມຫຍຸ້ງຍາກຕ່າງໆສືບຕໍ່ເຮັດໃຫ້ວຽກງານສາທາລະນະ ສຸກ ໄດ້ຮັບການຂະຫຍາຍຕົວໄດ້ຕາມເປົ້າໝາຍເປັນສ່ວນໃຫຍ່ ແລະ ສ້າງປັດໄຈໃໝ່ຈຳນວນໜຶ່ງທີ່ສຳຄັນ ສູ່ການຫັນປ່ຽນອັນຕັ້ງ ໜ້າເຂັ້ມແຂງໃນຕໍ່ໜ້າ. 


ພ້ອມນັ້ນທ່ານຍັງໄດ້ເນັ້ນໃຫ້ຂະແໜງສາທາລະນະສຸກ ຕ້ອງໄດ້ເອົາໃຈໃສ່, ສູ້ຊົນຜ່ານ ຜ່າຫຼາຍບັນຫາ ຊຶ່ງມີເນື້ອໃນ ບາງຕອນສຳຄັນດັ່ງນີ້: ເພີ່ມ ທະວີການນຳພາການເມືອງ ແນວຄິດໃຫ້ພະນັກງານ-ສະ ມາຊິກພັກ ເປັນຕົ້ນແມ່ນແພດ ໝໍ ແລະ ພະຍາບານທັງພາກ ລັດ ແລະ ເອກະຊົນ ໃຫ້ມີລັກ ສະນະຫຼັກໝັ້ນການເມືອງມີ ສິນທຳປະຕິບັດຖືກຕ້ອງ ແລະ ໜັກແໜ້ນ, ຄຸນສົມບັດຈັນຍາ ທຳຂອງແພດໝໍ - ພະຍາບານ ທີ່ດີ, ມີທັດສະນະບໍລິການຮັບ ໃຊ້ຄົນເຈັບຮັບໃຊ້ປະຊາຊົນ ຢ່າງແທ້ຈິງ ບໍ່ໃຫ້ມີບັນຫາສັງ ຄົມຈົ່ມວ່າຫຼາຍ; ສືບຕໍ່ຈັດຕັ້ງ ປະຕິບັດແຜນປະຕິຮູບຂະແໜງ ສາທາລະນະສຸກແຕ່ປີ 2018 ຫາ 2020 ຊຶ່ງກວມເອົາ 5 ຂົງເຂດທີ່ໄດ້ລາຍງານໄປແລ້ວ ນັ້ນ, ສູ້ຊົນໃຫ້ບັນລຸເປົ້າໝາຍ ສະຫັດສະວັດໂຕທີ່ຍັງບໍ່ທັນ ບັນລຸຄາດໝາຍ ໂດຍສະເພາະ ດ້ານໂພສະນາການ, ກະກຽມ ແຜນ ເພື່ອປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງ, ເອົາໃຈໃສ່ຂະຫຍາຍລະບົບ ປະກັນສຸຂະພາບທຸກລະບົບ ໃຫ້ມີຄຸນນະພາບ ແລະ ກວ້າງ ຂວາງຂຶ້ນຕື່ມ; 


ສືບຕໍ່ປະຕິບັດ ນະໂຍບາຍສາທາລະນະສຸກ ທົ່ວປວງຊົນ ໂດຍຖືເອົາການ ອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບເປັນຕົ້ນຕໍ, ຖືເອົາການປິ່ນປົ່ວ ແລະ ສະ ໜອງການບໍລິການສຸຂະພາບ ຢ່າງທົ່ວເຖິງ, ມີຄຸນນະພາບ, ຍຸຕິທຳ ແລະ ສະເໝີພາບ ເປັນສຳຄັນ; ສືບຕໍ່ປັບປຸງ ແລະ ຂະຫຍາຍຕາໜ່າງສາທາລະ ນະສຸກໃຫ້ທົ່ວເຖິງລວມທັງ ເຂດພູດອຍຫ່າງໄກສອກຫຼີກ ໃຫ້ມີຄຸນນະພາບດີຂຶ້ນຕື່ມ ອີກໂດຍສະເພາະເຂດຈຸດສຸມ ຂອງລັດຖະບານ, ຈຸດສຸມ ຂອງແຂວງ ແລະ ເມືອງ, ເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂບັນດາພະຍາດຕິດຕໍ່ ຮ້າຍແຮງທີ່ຂົ່ມຂູ່ຕໍ່ສຸຂະພາບ ແລະ ຊີວິດຂອງປະຊາຊົນ ໃຫ້ໄດ້ຢ່າງມີປະສິດທິຜົນ; ເອົາ ໃຈໃສ່ປັບປຸງຍົກສູງຄຸນນະ ພາບຂອງການບໍລິການປິ່ນປົວ ຢູ່ໂຮງໝໍຂັ້ນຕ່າງໆ, ຫັນໂຮງ ໝໍສູນກາງ ແລະ ໂຮງໝໍແຂວງ ຈຳນວນໜຶ່ງໃຫ້ທັນສະໄໝ ທາງດ້ານພື້ນຖານໂຄງລ່າງ, ອຸ ປະກອນການແພດ, ບຸກຄະລາ ກອນ, ການບໍລິການ ແນໃສ່ ສ້າງໃຫ້ໂຮງໝໍສາມາດກຸ້ມຕົນ ເອງເທື່ອລະກ້າວ ເພື່ອຫຼຸຸດ ຜ່ອນການລັ່ງໄຫຼໄປປິ່ນປົວຢູ່ ຕ່າງປະເທດ; ລັດຕ້ອງເສີມຂະ ຫຍາຍບົດບາດຄວາມເປັນເຈົ້າ ການຂອງໂຮງໝໍ ແລະ ສະ ຖານທີ່ບໍລິການສາທາລະນະ ສຸກຂອງລັດ ແລະ ເອກະຊົນ ໃນການບໍລິການທາງດ້ານສຸ ຂະພາບ, ຮັບປະກັນການບໍ ລິການດ້ານພື້ນຖານໃຫ້ແກ່ປະ ຊາຊົນ; ຕ້ອງສືບຕໍ່ຍູ້ແຮງການ ປ່ຽນແປງໃໝ່ທາງດ້ານການ ແພດ, ຍົກສູງຄຸນນະພາບຮັບ ໃຊ້ປະຊາຊົນ, ຄົ້ນຄວ້ານຳໃຊ້ ຄວາມອຸດົມສົມບູນຂອງຊັບ ພະຍາກອນທຳມະຊາດທີ່ມີ ເປັນຕົ້ນ: ພືດພັນທີ່ເປັນຢາ ພື້ນເມືອງ... ຂະຫຍາຍພື້ນ ຖານການແພດຂອງລາວ ປະສົມປະສານລະຫວ່າງການ ແພດພື້ນເມືອງລາວ ແລະ ການແພດທັນສະໄໝໃໝ່, ພ້ອມນັ້ນເອົາໃຈໃສ່ຄຸ້ມຄອງ ອາຫານ ແລະ ຢາທີ່ນຳເຂົ້າ ຈາກຕ່າງປະເທດ. ກວດກາຄຸນ ນະພາບອາຫານ ແລະ ຢາ ເພື່ອສຸຂະພາບຂອງຜູ້ຊົມໃຊ້. 

ທີ່ມາ: ນສພ ປະຊາຊົນ 
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.