Header Ads

25 ປີ ແຫ່ງການສ້າງຕັ້ງບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ (26/2/1993 - 26/22018 )



ເພື່ອເປັນການສະເຫຼີມສະຫຼອງຜົນງານ ແຫ່ງການສ້າງຕັ້ງບ້ານຊ່ວຍເຫຼືອເດັກນ້ອຍ ລາວ ຄົບຮອບ25 ປີ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບ ບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສ ລາວ ໄດ້ຈັດພິທີສະເຫຼີມສະຫຼອງການສ້າງຕັ້ງບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສລາວ ຄົບຮອບ 25 ປີ (26/2/1993 - 26/22018 ) ຂຶ້ນ ໃນວັນທີ 24 ກຸມພາ 2018 ທີ່ ຫໍປະຊູມແຫ່ງຊາດ, ນະຄອນຫຼວງວຽງຈັນ, ໂດຍການເປັນກຽດເຂົ້າຮ່ວມ ຂອງ ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ, ປະທານກິດຕິມະສັກຄະນະກຳມະການຄຸ້ມຄອງບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສລາວ, ທ່ານ Helmut Kutin ປະທານກິດຕິມາສັກ ອົງການ SOS ສາກົນ , ທ່ານ ປອຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ ສັງຄົມ ແລະ ທັງເປັນ ປະທານຄະນະກຳມະການ ຄຸ້ມຄອງບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສລາວ, ມີບັນດາຮອງລັດຖະມົນຕີກະຊວງ ຮສສ, ການນຳ ຂອງອົງການ SOS ສາກົນ ແລະ ພາກຟື້ນອາຊີ - ປາຊີຟິກ, ຄະນະກຳມະການຄຸ້ມຄອງບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສລາວ ຂັ້ນແຂວງ, ບັນດາ ແຂກທີ່ຖືກເຊີນ ແລະ ຫຼານນ້ອຍ ຈາກບ້ານຊ່ວຍເຫຼືອເດັກນ້ອຍ SOS, ຈາກສູນເພື່ອນມິດ, ລູກຫຼານຂອງພະນັກງານກະຊວງ ຮສສ ຫຼາຍກວ່າ 400 ຄົນເຂົ້າຮ່ວມ.





ໃນພິທີດັ່ງກ່າວ ທ່ານ ປອ ຄໍາແພງ ໄຊສົມແພງ ໄດ້ເລົ່າຄືນກຽ່ວກັບການສ້າງຕັ້ງບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສລາວ ພ້ອມຈຸດປະສົງຂອງການສະເຫຼີມສະຫຼອງຄັ້ງນີ້: ແມ່ນເພື່ອແນໃສ່ການພັດທະນາຢ່າງຮອບດ້ານ ກໍຄຶນະໂຍບາຍທີ່ພັກ-ລັດຖະບານ ຂອງພວກເຮົາ ແລະ ເຫັນໄດ້ເຖິງນະໂຍບາຍດ້ານມະນຸດສະທຳຂອງອົງການ SOS ສາກົນ ທີ່ມີຕໍ່ຜູ້ດ້ອຍໂອກາດທາງສັງຄົມ ໂດຍສະເພາະເດັກກຳຜ້າ-ກຳພອຍດ້ອຍໂອກາດ,ໃຫ້ໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງເດັກ, ຮັບປະກັນສິທິພື້ນຖານດວ້ຍການສ້າງເງື່ອຍໄຂໃຫ້ເດັກ ໄດ້ຮັບການສືກສາ, ມີຄວາມສົມບູນທາງຮ່າງກາຍ-ຈິດໃຈ, ມີຄວາມຮູ້ຄວາມສາມາດ, ມີຄຸນສົມບັດ, ເປັນອານຸຊົນ, ເຍົາວະຊົນ ແລະກາຍເປັນຄົນຮຸ້ນໜຸມຜູ້ສືບທອດທີ່ດີຂອງຊາດ. ມາໃນປີ 1993 ລັດຖະບານລາວ ເຫັນດີຕົກລົງສະເໜີຮັບເອົາການຊວ່ຍເຫຼືອຈາກອົງການ SOS ສາກົນ ເພື່ອສ້າງຕັ້ງບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສລາວ ຂື້ນຢູ່ໃນ ສປປ ລາວຂອງພວກເຮົາ ໂດຍລັດຖະບ້ານມອບໃຫ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນຜູ້ຄຸ້ມຄອງ, ກົມສັງຄົມສົງເຄາະເປັນກອງເລຂາຊວ່ຍວຽກ, ມີຫ້ອງການປະສານງານ ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສລາວ ຕັ້ງຢູ່ນະຄອນຫຼວງວຽງຈັນ, ມີພະນັກງານລວມທັງໝົດ 459ທ່ານ ເປັນຍິງ 309 ທ່ານ ໃນນັ້ນລວມມີ ອຳນວຍການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສລາວ ປະຈຳແຕ່ລະແຫ່ງ,ມີ ແມ່, ນ້າສາວ ແລະ ໂຮງຮຽນເອັສໂອເອັສ ແຮກມານມາຍເນີ ປະກອບມີຄະນະອຳນວຍການ, ຄູອາຈານ ນຳອີກ. 



ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສລາວ ເປັນຂອງຂວັນອັນລໍ້າຄ່າ ຈາກອົງການ SOS ສາກົນ ມອບໃຫ້ກັບລັດຖະບານ ເວົ້າລວມ, ເວົ້າສະເພາະ ກໍຄື ກະຊວງ ຮສສ, ສາມາດເຮັດໃຫ້ ເດັກກຳຜ້າ-ກຳພອຍ ຜູ້ດ້ອຍໂອກາດ, ຂາດທີ່ພັກພາອາໃສ, ຂາດຜູ້ເບິ່ງແຍງດູແລ, ບັນດາເຜົາ ຢູ່ໃນ ສປປ ລາວ. ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສລາວ ໄດ້ໃຫ້ການດູແລເບິ່ງແຍງດ້ວຍຄວາມຮັກ, ຄວາມອົບອຸ່ນ, ຕາມຫຼັກການຂອງ ອົງການ SOS ສາກົນ ແລະ ສອດຄອງກັບຮີດຄອງປະເພນີຂອງລາວ, ດ້ວຍຄຳຂວັນທີວ່າ: `` ເປັນແມ່ເປັນລູກກັນ, ເປັນເອອື້ຍເປັນນ້ອງກັນ, ເປັນຄອບຄົວດຽວກັນ ແລະ ເປັນບ້ານດຽວກັນ `` ໃຫ້ເດັກໄດ້ຮັບການລຽ້ງດູ ເບິ່ງແຍງຊີວິດການເປັນຢູ່, ມີສຸຂະພາບດີ, ໄດ້ຮັບການສືກສາ, ມີວິຊາອາຊີບ ແລະ ສາມາດຫາລ້ຽງຕົນເອງ.



ປະຈຸບັນ ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສລາວ ມີຈຳນວນ 6 ແຫ່ງ, ແຫ່ງທຳອິດ ສ້າງສຳເລັດ ແລະ ເປີດນຳໃຊ້ ໃນປີ 1995 ທີ່ນະຄອນຫຼວງວຽງຈັນ, ໂດຍໃສ່ຊື່ວ່າ: ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ວຽງຈັນ ແລະ ຕໍ່ມາໃນປີ 1998 ໄດ້ສ້າງແລະນຳໃຊ້ແຫ່ງທີ 2 ທີ່ແຂວງຈຳປາສັກ, ໂດຍໃສ່ຊື່ວ່າ: ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ປາເຊ, ໃນປີ 2000 ໄດ້ສ້າງແລະນຳໃຊ້ແຫ່ງທີ 3 ທີ່ແຂວງຊຽງຂວາງໂດຍໃສ່ຊື່ວ່າ: ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສຊຽງຂວາງ, ໃນປີ 2002 ໄດ້ສ້າງແລະນຳໃຊ້ແຫ່ງທີ 4 ທີ່ແຂວງຫຼວງພະບາງໂດຍໃສ່ຊື່ວ່າ: ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສຫຼວງພະບາງ, ໃນປີ 2005 ໄດ້ສ້າງແລະນຳໃຊ້ແຫ່ງທີ 5 ທີ່ແຂວງຫົວພັນໂດຍໃສ່ຊື່ວ່າ: ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສຊຳເໜືອ ແລະ ໃນປີ 2008 ໄດ້ສ້າງແລະນຳໃຊ້ແຫ່ງທີ 6 ທີ່ແຂວງສະຫວັນນະເຂດໂດຍໃສ່ຊື່ວ່າ: ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ສະຫວັນນະເຂດ ແລະ ຕິດພັນກັບບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ແຕ່ລະແຫ່ງ ຍັງໄດ້ສ້າງໂຮງຮຽນອານຸບານ, ປະຖົມ ແລະ ມັດຖະຍົມສົມບູນ ເອັສໂອເອັສ ແຮກມານມາຍເນີ ( ສ່ວນຢູ່ແຂວງສະຫວັນນະເຂດ ແມ່ນບໍ່ມີໂຮງຮຽນເອັສໂອເອັສ ແຮກມານມາຍເນີ ), ໂຮງຮຽນດັ່ງກ່າວແມ່ນໄດ້ຮັບງົບປະມານການກໍ່ສ້າງ ແລະ ບໍລິຫານວຽກງານ ຈາກອົງການ SOS ສາກົນ . ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ສປປ ລາວ ເປັນອັນດັບທີ່ 124 ໃນຈຳນວນ 135 ປະເທດທົ່ວໂລກ ແລະ ນອນຢູ່ໃນ 6 ປະເທດຂອງບັນດາປະເທດສະມາຊິກອາຊຽນ ຄື: ກຳປູເຈຍ, ອິນໂດເນເຊຍ, ຟີລິບປີນ, ໄທ, ຫວຽດນາມ ແລະ ສປປ ລາວ.



ຈາກນັ້ນໃນພິທີດັ່ງກ່າວໄດ້ມີການມອບແຫວນກຽດຕິຄຸນໃຫ້ແກ່ແມ່ລ້ຽງເດັກ ເອັສໂອເອັສ ເຊີ່ງເປັນຜູ້ທີ່ມີມາດຕະຖານເງື່ອນໄຂຄົບຖ້ວນໃນການເປັນແມ່ທີ່ດີເດັ່ນ ໃນການປະຕິບັດໜ້າທີ່ເປັນເວລາ 10 ປີຂື້ນໄປ ຈຳນວນ 4 ທ່ານ, ມອບຍ້ອງຍໍບຸກຄົນ ແລະ ກົມກອງທີ່ມີຜົນງານດີເດັ່ນທີ່ໄດ້ປະກອບສ່ວນເຂົ້າໃນວຽກງານບ້ານຊ່ວຍເຫຼືອເດັກ ເອັສໂອເອັສ ລາວເຊັ່ນ: ຫຼຽນໄຊແຮງງານ ຊັ້ນI ຈຳນວນ 3 ທ່ານ ແລະ 5 ກົມກອງ ,ຫຼຽນໄຊແຮງງານ ຊັ້ນII ຈຳນວນ 9 ທ່ານ ແລະ 2 ກົມກອງ , ຫຼຽນໄຊແຮງງານ ຊັ້ນ III ຈຳນວນ 3 ທ່ານ ແລະ 5 ກົມກອງ , ຫຼຽນກາແຮງງານຈຳນວນ 81 ທ່ານ ແລະ 2 ກົມກອງ ແລະ ໃບຍ້ອງຍໍ ລັດຖະບານ ຈຳນວນ 126 ທ່ານ ແລະ 4 ກົມກອງ .

ໃນໂອກາດທີ່ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເຂົ້າຮ່ວມພິທີດັ່ງກ່າວ ໄດ້ໃຫ້ກຽດໂອລົມ ແລະ ມີຄຳເຫັນວ່າ: ພັກ ແລະ ລັດທະບານ ຂອງພວກເຮົາໄດ້ຖືເອົາການພັດທະນາຊັບພະຍາກອນມະນຸດເປັນກົກ , ເປັນບຸລິມະສິດໃນຍຸດທະສາດ ແລະ ແຜນພັດທະນາເສດຖະກິດ - ສັງຄົມແຫ່ງຊາດແຕ່ລະໄລຍະ. ເຊິ່ງ ລັດຖະບານຈື່ງໄດ້ລົງທືນມະຫາສານເຂົ້າໃນການກໍ່ສ້າງແລະພັດທະນາພື້ນຖານໂຄ່ງລ່າງການສືກສາ, ຫຼັກສູດການຮຽນການສອນ, ການຍົກລະດັບ ແລະ ຄຸນນະພາບຂອງຄູ, ການສ້າງເງື່ອນໄຂ ແລະ ໂອກາດໃຫ້ກັບທຸກຄົນສາມາດເຂົ້າເຖີງການສຶກສາຢ່າງສະເໝີພາບໂດຍບໍ່ຈຳແນກຊົນຊັ້ນ, ຖານະ , ສາດສະໜາ ແລະ ສະຖານທີ່ຢູ່ອາໄສ ໃນຂອບເຂດທົ່ວປະເທດ.

ຕະຫຼອດໄລຍະ 25 ປີທີ່ຜ່ານມາ, ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ໄດ້ປະກອບສວ່ນສໍາຄັນເຂົ້າໃນການສ້າງເດັກນ້ອຍທີ່ດ້ອຍໂອກາດຂອງລາວຈຳນວນຫຼາຍພໍສົມຄວນ ເຮັດໃຫ້ເຈົ້າມີອະນາຄົດທີ່ສົດໃສ ແລະ ປະກອບສວ່ນເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມທຸກມື້ນີ້ ບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສ ໄດ້ຖືຮັບຮູ້ຢ່າງກ້ວາງຂວາງໃນທົ່ວສັງຄົມລາວ ແລະໄດ້ກາຍເປັນສັນຍາລັກດ້ານມະນຸດສະທຳ , ໄດ້ເຮັດສຳເລັດຫນ້າທີ່ຂອງຕົນໃນການເພີ່ມເຕີມຊີວິດຄອບຄົວໃຫ້ແກ່ເດັກຜູ້ດອ້ຍໂອກາດ, ຊ່ວຍໃຫ້ເດັກພວກນີ້ສາມາດສ້າງອານາຄົດຕົນເອງ ແລະ ປະກອບສວ່ນສຳຄັນເຂົ້າໃນການພັດທະນາປະເທດຊາດ.

ຕໍ່ກັບຜົນງານ ແລະ ຜົນສໍາເລັດ ຂອງ ບ້ານຊ່ວຍເຫຼືອບ້ານເດັກ ເອັສໂອເອັສລາວ ຍາດມາໄດ້ຕະຫຼອດໄລຍະ 25 ປີທີ່ຜ່ານມານັ້ນ . ເຊິ່ງ ທ່ານນາຍົກ ຍັງໄດ້ສະແດງຄວາມ ຍ້ອງຍໍ ຊົມເຊີຍ ແລະ ຕີລາຄ່າສູງຕໍ່ ຜູ້ກໍ່ຕັ້ງ, ບໍລິຫານ , ອຳນວຍການ, ແມ່-ນ້າສາວ ເອັສໂອເອັສ ,ຄູອາຈານ ແລະ ພະນັກງານທຸກທ່ານ ຜູ້ໃຫ້ການອູ້ມຊູຊ່ວຍເຫຼືອ ແລະ ບັນດາພາກສວ່ນທີ່ກຽ່ວຂ້ອງທີ່ໄດ້ປະກອບສວ່ນຢ່າງຕັ້ງໜ້າເຮັດໃຫ້ບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສ ສາມາດ ເປັນຕົວແບບຂອງການພັດທະນາຊັບພະຍາກອນມະນຸດທີ່ດີ ແລະ ເປັນຮູບແບບການພັດທະນາເດັກນ້ອຍ ຜູ້ດອ້ຍໂອກາດ , ເສີມຂະຫຍາຍຢ່າງແຂງແຮງ ກາຍເປັນບ້ານທີ່ມີຄູນຄ່າສູງ ແລະ ສາມາດສ້າງອະນາຄົດໃຫ້ແກ່ເດັກນ້ອຍຜູ້ດອ້ຍໂອກາດ, ຂາດເຂີນຢູ່ໃນສັງຄົມລາວຕາມວິໃສທັດ ແລະ ຈຸດປະສົງທີ່ວາງໄວ້.

ພ້ອມດຽວກັນນີ້ ທ່ານ ນາຍົກລັດຖະມົນຕີ ຮຽກຮ້ອງມາຍັງບັນດາອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງສາກົນ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ຫົວຫນ່ວຍທຸລະກິດ ທາງພາກລັດ ແລະ ເອກກະຊົນ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າທຸກທົ່ວໜ້າ, ຈົ່ງເພີ່ມຄວາມພະຍາຍາມປະກອບສ່ວນ, ມີສ່ວນຮ່ວມ ໃຫ້ນັບມື້ນັບຫຼາຍຂື້ນ ແລະ ຄຽງບ່າຄຽງໄລ່ກັບບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສ ເພື່ອຊ່ວຍເຫຼືອເດັກນ້ອຍຜູ້ດອ້ຍໂອກາດຂອງລາວ ໃນຂອບເຂດທົ່ວປະເທດ ບໍ່ໃຫ້ມີເດັກນ້ອຍຜູ້ດອ້ຍໂອກາດຖືກປະຖີ້ມ, ໃຫ້ພວກເຂົາເຈົ້າໄດ້ມີເງື່ອນໄຂການດໍາລົງຊີວິດ ແລະ ເຕີບໃຫຍ່ຢູ່ໃນຄອບຄົວທີ່ອົບອຸ່ນ, ມີຄວາມຮັກແພງ, ມີຄວາມປອດໄພ,ມີສຸຂະພາບທີແຂງແຮງ, ໄດ້ຮັບການສຶກສາທີ່ມີຄຸນນະພາບ ແລະ ເຕີບໃຫຍ່ຢ່າງເຂັ້ມແຂງ ກາຍເປັນກຳລັງແຮງ ແລະ ປະກອບສວ່ນສໍາຄັນເຂົ້າໃນການພັດທະນາປະເທດຊາດ ໃນຕໍ່ໜ້າ ກໍຄືໃນອານາຄົດ.

ຕອນທ້າຍຂອງພິທີບັນດາແຂກຍັງໄດ້ຊົມການວາງສະແດງຜະລິດຕະພັນ ແລະ ສີໄມ້ລາຍມືຂອງຫຼານນ້ອຍ ເອັສໂອເອັສລາວ ນຳອີກ.

ພາບ- ຂ່າວ: ເພັດສະໄໝ  (ກະຊວງແຮງງານ ແລະ ສະຫວັດດີການສັງຄົມ)
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.