Header Ads

ທ່ານເຈົ້ແຂວງໄຊຍະບູລີເຂົ້າຮ່ວມສະເຫຼີມສະຫຼອງປີທ່ອງທ່ຽລາວ 2018 ແລະ ບຸນຜີໂຂນ ເມືອງປາກລາຍ



ເທດສະການບຸນຜີໂຂນ ເມືອງປາກລາຍ ແຂວງ ໄຊຍະບູລີ ແລະ ປີທ່ອງທ່ຽວລາວ 2018 ໄດ້ເປີດຢ່າງເປັນທາງການໃນວັນທີ 28 ກຸມພາ ນີ້, ທີ່ເດີ່ນກິລາຂອງເມືອງດັ່ງກ່າວ, ເຂົ້າຮ່ວມເປັນກຽດ ແລະ ລັ່ນຄ້ອງເປີດງານໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ, ມີການນຳຂອງແຂວງ, ພະແນກການກົມກອງອ້ອມຂ້າງແຂວງ, ເມືອງ, ມີນັກທຸລະກິດຜູ້ປະກອບການ, ແຂກພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍພໍ່ແມ່ປະຊາຊົນຊາວ ເມືອງ ປາກລາຍ ເຂົ້າຮ່ວມຢ່າງຄັບຄາໜາແໜ້ນ.


ໃນພິທີດັ່ງກ່າວ ທ່ານ ນ ພິມປະໄພ ສຸຂະລາດ ຮອງເຈົ້າເມືອງໆ ປາກລາຍ, ປະທານຈັດງານເທດສະການ ບຸນຜີໂຂ ໄດ້ກ່າວວ່າ: ຈຸດປະສົງຂອງການຈັດງານເທດສະການບຸນຜີໂຂນນີ້ ເພື່ອເປັນການສະເຫຼີມສະຫຼອງ ການເປີດປີທ່ອງທ່ຽວລາວ ປີ 2018 ຂອງເມືອງປາກລາຍ, ໂດປະຕິບັດຕາມຮີດ 12 ຄອງ 14 ຂອງຊາວພຸດທະສາດສະໜາທີ່ເຄີຍປະຕິບັດກັນມາ, ທັງເປັນການເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ ກໍ່ຄືຜົນສຳເລັດໃນການສ້າງສາພັດທະນາເມືອງປາກລາຍ, ທາງດ້ານການເມືອງ ເສດຖະກິດ ແລະ ວັດທະນະທຳ-ສັງຄົມ, ລວມທັງບັນດາທ່າແຮງ ແລະ ຄວາມອາດສາມາດໃນການພັດທະນາ, ທັງເປັນການຊຸກຍູ້ປຸກລະດົມຂະບວນການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວເມືອງ ທີ່ຖືເອົາການທ່ອງທ່ຽວທຳມະຊາດ ວັດທະນະທຳ ແລະ ປະຫວັດສາດ ໃຫ້ມີການຂະຫຍາຍຕົວຢ່າງແຂງແຮງຕໍ່ເນື່ອງ ແລະ ຍືນຍົງ, ຍົກສູງຄຸນະພາບຂອງການບໍລິການທ່ອງທ່ຽວ ໃຫ້ເປັນທີ່ປະທັບໃຈ ຮັບປະກັນຄວາມປອດໄພຂອງນັກທ່ອງທ່ຽວ, ສະໜອງການບໍລິການດ້ານການທ່ອງທ່ຽວທີ່ຫຼວງຫຼາຍ ເພື່ອໃຫ້ມີຫຼາຍທາງເລືອກ ແລະ ສ້າງຄວາມພໍໃຈໃຫ້ແກ່ຜູ້ທີ່ມາຢ້ຽມຢາມ ແລະ ມາທ່ອງທ່ຽວ ເມືອງ ປາກລາຍ.





ເຊີ່ງໃນງານປະກອບມີຫຼາຍກິດຈະກໍາທີ່ສະແດງເຖິງຄວາມອຸດົມສົມບູນຂອງເມືອງ ປາກລາຍ ໃນນັ້ນປະກອບມີ: ພິທີປ່ອຍຂະບວນຜີໂຂນ, ການສະແດງສິນຄ້າກະສິກຳ, ຫັດຖະກຳຂອງປະຊາຊົນ, ການແຂ່ງຂັນກິລາເຮືອເຈັດສະກີ, ຊົມການປະກວດເດັກໜ້າຮັກ, ຄັດເລືອກກັນຫາ-ສາລີ, ຊົມການເດີນແບບອາພອນເພດຊົງລາວ ແລະ ການປະກວດທິດາ-ພຣະເຫວດສັນດອນ, ຂີ່ເຮືອທ່ຽວຊົມສອງຝາກ-ຝັ່ງແມ່ນໍ້າຂອງ, ພິທີແຫ່ພຣະເຫວດສັນດອນເຂົ້າເມືອງ ແລະ ຂະບວນຂອງຜີໂຂນ, ຊົມການສະແດງສິລະປະວັນນະຄະດີ ແລະ ການປະກວດນັກຮ້ອງສຽງດີ,ຊົມການແຂ່ງຂັນຈູດບັ້ງໄຟດອກຂອງແຕ່ລະບ້ານ ແລະ ການປ່ອຍໂຄມໄຟ, ຊົມການແຂ່ງຂັນຊ່ວງເຮືອຊາຍ 12 ສີພາຍ. ຈາກນັ້ນ ທ່ານ ບຸນລັບ ແສງອາພອນ ເຈົ້າເມືອງ ປາກລາຍ ກໍ່ໄດ້ໃຫ້ກຽດຂຶ້ນກ່າວເປີດງານຢ່າງເປັນທາງການ, ທ່ານໄດ້ກ່າວວ່າ: 



ການຈັດງານເທດສະການບຸນຜີໂຂນຂອງເມືອງປາກລາຍເນື້ອແທ້ກໍ່ແມ່ນການສືບຕໍ່ປົກປັກຮັກສາແລະເສີມຂະຫຍາຍວັດທະນະທຳ, ຮີດຄອງປະເພນີອັນດີງານຂອງຊາດ, ຂອງທ້ອງຖິ່ນ, ເປັນການສືບທອດມູນເຊື້ອກໍ່ຄືການດຳລົງຊີວິດທີ່ອຸດົມສົມບູນຂອງປະຊາຊົນຊາວເມືອງປາກລາຍໃຫ້ຍືນຍົງໄປຊົ່ວລູກຊົ່ວຫລານ, ອີກອັນໜຶ່ງກໍ່ເພື່ອເປັນການສົ່ງເສີມການທ່ອງທ່ຽວທາງດ້ານວັດທະນະທຳແລະທຳມະຊາດ ເຊິ່ງເມືອງປາກລາຍມີແຫຼ່ງທ່ອງທ່ຽວທາງປະຫວັດສາດ, ປູນິຍະສະຖານເກົ່າແກ່ທີ່ເປັນເອກະລັກຂອງເມືອງເຊັ່ນ: ຫໍຄຳ, ຄ້າຍຄຸກເຮືອນຝຣັ່ງ, ວັດສີສະຫວ່າງວົງ ແລະ ວັດສີສະອາດຊົມພູ ແລະ ມີແຫຼ່ງທ່ອງທ່ຽວທາງທຳມະຊາດທີ່ສວຍງາມອີກຫຼາຍແຫ່ງ.

ພາບ ແລະ ຂ່າວ: Media Laos
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.