ປະໂຫຍດຂອງໄຂ່ມົດແດງ ກິນແລ້ວໄດ້ໂປຣຕີນສູງ ແຕ່ໄຂມັນ ແລະ ແຄລຣໍຣີຕໍ່າ
ໄຂ່ມົດແດງ ກຳລັງກລາຍເປັນເມນູມາແຮງໃນຊ່ວງນີ້ເລີຍ ເພາະຢູ່ໃນລະດູການພໍດີ ໃນຫຼາຍບ້ານໂດຍສະເພາະໃນຕ່າງແຂວງນຳມາປຸງອາຫານໂດຍມີໄຂ່ມົດແດງເປັນສ່ວນປະກອບ ທັງແກງຜັກຫວານໃສ່ໄຂມົດແດງ,ແກງຂີ້ເຫຼັກໃສ່ໄຂ່ມົດແດງ.ຫໍ່ໝົກໃສ່ມົດແດງ,ໄຂ່ຈຽວໃສ່ມົດແດງ ແລະ ຢຳໄຂ່ມົດແດງ ຟັງຊື່ກໍແຊບຫລາຍແລ້ວເນິ ແລ້ວຮູ້ບໍວ່າ ໄຂ່ມົດແດງມີຄຸນຄ່າທາງໂພດນາການບໍ່ນ້ອຍເລີຍ. ມື້ນີ champappost.com ພາມຮູ້ຈັກມວ່າອາຫານພື້ນບ້ານແບບໄຂມົດແດງມີປະໂຫຍດຕໍ່ຮ່າງກາຍຊໍ່າໃດ !
ໄຂ່ມົດແດງເປັນອາຫານທີ່ມີຄຸນຄ່າທາງໂພດນາການ ເພາະມີໂປຣຕີນສູງ ໂດຍໃນໄຂ່ມົດແດງ 100 ກຣາມ ຫລື ປະມານ 6 ຊ້ອນກິນເຂົ້າ ຈະໃຫ້ໂປຣຕີນສູງເຖິງ 8.2 ກຣາມ ແຖມໄຂ່ມົດແດງຍັງມີໄຂມັນແລະແຄລຣໍຣີນ້ອຍກວ່າເມື່ອທຽບກັບໄຂ່ໄກ່ ເພາະໄຂ່ມົດແດງມີໄຂມັນພຽງ 2.6 ກຣາມ ໃນຂະນະທີ່ໄຂ່ໄກ່ມີໄຂມັນຫລາຍເຖິງ 11.7 ກຣາມ ສ່ວນເລື່ອງພະລັງງານນັ້ນ ໄຂ່ມົດແດງ 100 ກຣາມ ຈະໄດ້ຮັບພະລັງງານ 86 ກິໂລແຄລໍຣີ ໃນຂະນະທີ່ໄຂ່ໄກ່ໃຫ້ພະລັງງານສູງເຖິງ 155 ກິໂລແຄລໍຣີ ເມື່ອທຽບຄຸນຄ່າທາງໂພດນາການໃນປະລິມານ 100 ກຣາມເທົ່າກັນ
ແຕ່ສິ່ງສຳຄັນຄືຕ້ອງຮູ້ຈັກວິທີນຳໄຂ່ມົດແດງມາປຸງແຕ່ງອາຫານເສຍກ່ອນ ໂດຍຕ້ອງລ້າງໃຫ້ສະອາດກ່ອນນຳມາບປຸງ ແລະ ຕົ້ມ ຫລືລວກໃຫ້ສຸກທຸກເທື່ອບໍ່ຄວນກິນແບບສຸກໆດິບໆ ເພາະອາດປົນເປື້ອນເຊື້ອພະຍາດໄດ້. ສ່ວນວັດຖຸດິບທີ່ນິຍົມນຳມາປຸງປະກອບກັບໄຂ່ມົດແດງ ມັກຈະເປັນຜັກພື້ນບ້ານ ກໍຕ້ອງລ້າງເຮັດຄວາມສະອາດ ເພື່ອບໍ່ໃຫ້ມີການປົນເປື້ອນຈາກເຊື້ອພະຍາດ ແລະ ພະຍາດຈາກສານພິດ ຫລື ຢາຂ້າແມງໄມທີ່ອາດປົນມານໍາພຶດຜັກ.
© ຈໍາປາໂພສ | www.champapost.com
_________
Post a Comment