Header Ads

ພິທີວາງສີລາເລີກ ການກໍ່ສ້າງພະພຸດທະຮູບ ອົງໃຫຍ່ ຢູ່ເມືອງປາກລາຍ ແຂວງໄຊຍະບູລີ



ແຂວງໄຊຍະບູລີ : ພິທີວາງສີລາເລີກ ການກໍ່ສ້າງພະພຸດທະຮູບ ອົງໃຫຍ່ ຢູ່ເມືອງປາກລາຍ ແຂວງໄຊຍະບູລີ ເຊິ່ງພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 25 ມັງກອນ 2018 ໂດຍການເປັນກຽດເຂົ້າຮ່ວມ ຂອງທ່ານ ສົມສະຫວາດ ເລັງສະຫວັດ ທີ່ປຶກສາຄະນະບໍລິຫານງານສູນກາງພັກ, ທ່ານ ຢັນຍົງ ສີປະເສີດ ຮອງເຈົ້າແຂວງໆ ໄຊຍະບູລີ ມີຄະນະປະຈຳພັກແຂວງປະທານກວດກາພັກ ຫົວໜ້າກວດກາລັດແຂວງໄຊຍະບູລີ ພ້ອມດ້ວຍການນຳຂັ້ນແຂວງ, ອົງການປົກຄອງເມືອງ, ອົງການພຸດພະສາສະໜາສຳພັນລາວຂັ້ນແຂວງ, ເມືອງ,ອຳນາດການປົກຄອງບ້ານພ້ອມດ້ວຍຊາວພຸດທະສາສະນິກະຊົນທັງພາຍໃນ ແລະ ຕ່າງເມືອງ ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.





ໃນພິທີ ໄດ້ມີພິທີກໍາທາງສາສະໜາ ໄຫວ້ພະຮັບສິນ, ຈູດທຽນໄຊ, ທຳພິທີບວງສວງເຈົ້າທີ, ບູຊາເທພະອາລັກທັງຫລາຍ,ຄາລະວະຂອງທານ, ສູດເຂົ້າບາດ, ສູດປະຣິດຕະມຸງຄຸນ ແລະອື່ນໆ. ຖ້າສ້າງພະພຸດທະຮູບອົງໃຫຍ່ສຳເລັດຈະເປັນສູນລວມແຫ່ງຈິດໃຈຂອງຊາວເມືອງ ພ້ອມທັງເປັນການພັດທະນາແຫຼ່ງທ່ອງທ່ຽວທາງດ້ານວັດທະນະທຳຕື່ມອີກ.


ຂໍ້ມູນ:  ວສລ   
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.