ເມົາຂາດສະຕິຈົນຊັບຂີ່ລົດຈັກໄປຕຳກັບລົດບັນທຸກ 6 ລໍ້ ບາດຈົນສົມຄວນຄາທີ່ເກີດເຫດ
ແຂວງຄໍາມ່ວນ : ໃນວັນທີ 20.1.2018 ເວລາ: 15:41ນາທີ ໃນເວລາທີມງານມູນນິທິຊ່ວຍເຫຼືອຜູ້ປະສົບໄພ ແຂວງຄຳມ່ວນ ເດີນທາງກັບມາແຕ່ວຽງຈັນເຂົ້າສູ່ແຂວງຄຳມ່ວນ ໄດ້ມີລົດຈັກ 1 ຄັນໄດ້ແຊງລົດກູ້ໄພຂື້ນມາທາງບ້ານ ນາຫຍ້າຫວາຍ ລົດຄັນດັ່ງກ່າວກໍໄດ້ແຊງມາ ແລ້ວມາເຂົ້າໂຄ້ງບ້ານ ໂພນສີທ່າ ເກືອບຕຳກັບລົດວີໂກ້ ແຕ່ໂຊກດີວີໂກ້ຄັນດັ່ງກ່າວຫຼົບອອກທັນ ແລະ ແລ້ວໃນເວລານັ້ນລົດຈັກຄັນດັ່ງກ່າວໄດ້ແຊງລົດພ່ວງ ບັນທຸກກຳລັງມຸ່ງໜ້າໄປທ່າແຂກແຕ່ລົດຈັກແຊງບໍ່ວິດໄດ້ໄປຕຳກັບລົດບັນທຸກ 6 ລໍ້ ທີ່ກຳລັງມຸ່ງໜ້າສູ່ວຽງຈັນຈຶ່ງເຮັດໃຫ້ລົດຈັກຄັນດັ່ງກ່າວຕຳກັບລົດ 6 ລໍ້ຄາທີ່ ( ເຫດເກດຕໍ່ໜ້າລົດກູ້ໄພກຳລັງເດີນທາງກັບ ຄຳມ່ວນ ) ຜູ້ບາດເຈັບ 01 ຄົນ ເປັນເພດຊາຍມີອາການມຶນເມົາ, ໝົດສະຕິປຸກແລ້ວຕື່ນ , ຂາຊ້າຍທ່ອນເທິງຫັກເປີດ, ຂາຂວາທ່ອນລຸ່ມຫັກປິດ,ເລືອດດັງອອກ ແລະ ປາກຈີກ
ດັ່ງນັ້ນ, ມູນນິທິຊ່ວຍເຫຼືອຜູ້ປະສົບໄພ ແຂວງຄຳມ່ວນ ຈຶ່ງໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງຜູ້ກ່ຽວໄປໂຮງໝໍ ແຂວງຄຳມ່ວນ ລົດສຸກເສີນ 001ນຳສົ່ງ
ອຸບັດຕິເຫດ ເຈັບປ່ວຍ ສຸກເສີນ ເຫດດ່ວນ ເຫດຮ້າຍ | ໂທ: ສາຍຕົງ 020 55330065 ( ສາຍດ່ວນ 1624 ໂທຟຣີ )ບໍລິການຟຣີ 24ຊົ່ວໂມງ
ພາບ ແລະ ຂ່າວ: ມູນນິທິຊ່ວຍເຫຼືອຜູ້ປະສົບໄພ ແຂວງຄຳມ່ວນ
© ຈໍາປາໂພສ | www.champapost.com
_________
Post a Comment