Header Ads

ກອງພົນທະຫານຮາບທີ 2 ມອບເງິນຊ່ວຍເຫຼືອໄພພິບັດທາງທຳມະຊາດ ( ນໍ້າຖ້ວມ ) ຢູ່ ສປປ ລາວ ໃຫ້ກັບ ກະຊວງ ຮສສ




ເພື່ອເປັນການປະກອບສ່ວນຊ່ວຍເຫຼືອໃຫ້ກັບປະຊາຊົນຜູ້ທີຖືກເຄາະຮ້າຍຈາກໄພພິບັດທາງທຳມະຊາດ ( ນ້ຳຖ້ວມ ) ໃຫ້ທ່ວງທັນສະພາບການ ແລະ ເພື່ອແນໃສ່ເພື່ອປະກອບສ່ວນຊ່ວຍເຫຼືອທາງສັງຄົມທີ່ຖືກປະສົບໄພທາງທຳມະຊາດ ໃຫ້ບັນດາແຂວງ ພາກກາງ, ພາກໃຕ້ ແລະ ພາກເໜືອ ຢູ່ ສປປ ລາວ ທີ່ໄດ້ຮັບຜົນກະທົບຈາກພະຍຸ ; ຕາງໜ້າກ່າວມອບໂດຍ ທ່ານ ພັນເອກ ວຽງແກ້ວ ສີສຸລາດ ຫົວໜ້າກອງພົນທະຫານຮາບທີ2 ແຂວງໄຊຍະບູລີ ພ້ອມຄະນະ ໄດ້ຮີບໂຮມເງິນຮ່ວມກັນບໍລິຈາກຊ່ວຍເຫຼືອປະຊາຊົນລາວ ຜູ້ຖືກເຄາະຮ້າຍຈາກພະຍຸດັ່ງກ່າວ ລວມເປັນເງິນຈຳນວນ 30 ກີບ, ນຳມາມອບໃຫ້ກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ) ເພື່ອນຳໄປຊວ່ຍເຫຼືອຕໍ່ໃຫ້ກັບປະຊາຊົນລາວຜູ້ປະສົບໄພພິບັດດັ່ງກ່າວ.



ໃນວັນທີ 4 ມັງກອນ ຜ່ານມານີ້, ທີ່ ໂຮງແຮມອ່າງຄຳ ນະຄອນຫຼວງວຽງຈັນ. ໄດ້ນຳເງິນຈຳນວນດັ່ງກ່າວມາມອບ ເຊີ່ງກ່າວຮັບໂດຍ ທ່ານ ວົງຄຳ ວັນທານຸວົງ ຮອງຫົວໜ້າກົມສັງຄົມສົງເຄາະກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ ) ພ້ອມຄະນະ. ໂອກາດນີ້: ທ່ານ ວົງຄຳ ວັນທານຸວົງ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ ພັກ ແລະ ລັດຖະບານ ກໍຄື ນາຍແລະ ພົນທະຫານກອງທັບປະຊາຊົນລາວ ທີ່ໄດ້ພ້ອມກັນບໍລິຈາກເງິນຊ່ວຍເຫຼືອ ປະຊາຊົນລາວຜູ້ຖືກເຄາະຮ້າຍຈາກໄພພິບັດທາງທຳມະຊາດ ແລະ ຈະນຳເອົາເງິນຈຳນວນດັ່ງກ່າວເຂົ້າໃນການຊ່ວຍເຫຼືອໃຫ້ແກ່ຜູ້ປະສົບໄພ, ພ້ອມນັ້ນຍັງຮຽກຮ້ອງເຖິ່ງພາກສວ່ນຕ່າງໆ ຮ່ວມກັນບໍລິຈາກເງິນ ແລະ ວັດຖຸສິ່ງຂອງ, ເຄື່ອງອຸປະໂພກ-ບໍລິໂພກ ຕ່າງໆ ເພື່ອຊວ່ຍເຫຼືອໃຫ້ກັບຜູ້ປະສົບໄພ ກໍຄື ຟື້ນຟູບູລະນະພື້ນຖານໂຄງລ່າງ ຖະໜົນຫົນທາງ, ສັດລຽ້ງ ແລະ ແນວພັນກະສິກຳ ເພື່ອໄປມອບໃຫ້ກັບປະຊາຊົນທີ່ຖືກຜົນກະທົບ.

ເຖິ່ງຢ່າງໃດກໍ່ຕາມ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍຍັງຕ້ອງການເງິນຊ່ວຍເຫຼືອຕື່ມອີກຈຳນວນຫລາຍ ເພື່ອນຳໄປຊ່ວຍເຫຼືອປະຊາຊົນລາວຜູ້ທຸກຍາກ, ຜູ້ດອ່ຍໂອກາດ ແລະ ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ ( ນ້ຳຖ້ວມ - ໄພໜາວ) ແລະ ເກັບໄວ້ເປັນຄັ້ງແຮສຸກເສີນ ເພື່ອຊ່ວຍເຫຼືອ ປະຊາຊົນໃນຄັ້ງຕໍ່ໄປໃຫ້ທັນການ.  ພ້ອມກັນນີ້ ຮຽກຮ້ອງເຖິງບັນດາການຈັດຕັ້ງ ພາກລັດ, ເອກະຊົນ, ບັນດາທຸລະກິດ ຫ້າງຮ້ານ, ບັນດາຊັ້ນຄົນ ແລະ ອົງການຈັດຕັ້ງໃນສັງຄົມຜູ້ມີ ກຳລັງຊັບ, ມີວັດຖຸສາມາດປະ ກອບສ່ວນຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ພວມຫຍຸ້ງຍາກ ສັບສົນທີ່ສຸດໃນປັດຈຸບັນ; ບັນດາທ່ານ ຫຼື ບັນດາພາກສ່ວນຕ່າງໆ ສາມາດພົວພັນໂດຍກົງຫາ ກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ເບີໂທ: 021 213005, 222776 ຫຼື 020 55521811, 22225185, 22228154, 55675089, 22232212, 55676987.


ຂ່າວໂດຍ: ເພັດສະໄໝ (ກະຊວງແຮງງານ ແລະ ສະຫວັດດີການສັງຄົມ)
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.