Header Ads

ມອບ-ຮັບສວນອະນຸສອນສະຖານພ້ອມຮູບຫຼໍ່ ປະທານໄກສອນ ພົມວິຫານທີ່ໂຮງຮຽນກໍ່ສ້າງນາຍ ສິບເລກ 2 ວຽງໄຊ



ແຂວງຈໍາປາສັກ :  ຕອນບ່າຍ ວັນທີ 24 ມັງກອນ 2018 ນີ້ ພິທີມອບ – ຮັບ ສວນອະນຸສອນສະຖານ ພ້ອມຮູບ ຫຼໍ່ປະທານໄກສອນ ພົມວິຫານ ທີ່ໂຮງຮຽນກໍ່ສ້າງນາຍສິບເລກ2ວຽງໄຊ ພາຍໃຕ້ການເປັນປະທານ ຂອງ ທ່ານ ພົນໂທ ວິໄລ ຫຼ້າຄໍາຟອງ ເລຂາທິການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ທ່ານ ສີທົນ ແກ້ວພູວົງ ຄະນະປະຈໍາພັກແຂວງ ປະທານແນວລາວ ສ້າງຊາດແຂວງຈໍາປາສັກ.

ມີຫົວໜ້າຫ້ອງວ່າການກະຊວງ, ຫົວໜ້າກົມໂຄສະນາ, ຄະນະກົມວິຊາການ – ວິຊາສະເພາະທີ່ກ່ຽວຂ້ອງ, ທ່ານ ພັນເອກ ອິນຫວນ ວໍລະສານ ຫົວໜ້າການທະຫານໂຮງຮຽນກໍ່ ສ້າງນາຍສິບເລກ 2 ວຽງໄຊເຈົ້າຂອງໂຄງການ ພ້ອມຄະນະ, ທ່ານ ລໍາພອນ ວົງວິໄລ ປະທານ ບໍລິສັດລາວຫົງໄທຕາວິສະວະກໍາກໍ່ສ້າງຈໍາກັດພ້ອມຄະນະ, ຄອບຄົວປ້າທອງວິນ ພົມວິຫານ ຕະຫຼອດ ບັນດາແຂກທີ່ຖືກເຊີນເຂົ້າຮ່ວມເປັນສັກຂີພະຍານ.

ໃນພິທີ ທ່ານ ພົງສະຫວັນ ສໍອິນໄຊ ຕາງໜ້າບໍລິສັດຮັບເໝົາກໍ່ສ້າງ ໄດ້ໃຫ້ຮູ້ວ່າ ໂຄງການຮູບ ຫຼໍ່ປະທານໄກສອນ ພົມວິຫານ ພ້ອມດ້ວຍສວນອະນຸສອນສະຖານ ໄດ້ເລີ່ມກໍ່ສ້າງມາແຕ່ ເດືອນມີນາ 2016. ໂຄງການກໍ່ສ້າງສວນອະນຸສອນສະຖານປະທານ ໄກສອນ ພົມວິຫານເປັນ ໂຄງການທີ່ນອນ ໃນແຜນງົບປະມານຂອງລັດຖະບານ ແຕ່ເປັນການສະເໜີຂອງໂຮງຮຽນ ກໍ່ສ້າງນາຍ ສິບທະຫານຮາບ ເລກ 2 ວຽງໄຊ ຜ່ານກະຊວງປ້ອງກັນປະເທດ ໂດຍມອບໃຫ້ບໍລິ ສັດລາວຫົງໄທຕາວິສະວະກໍາກໍ່ ສ້າງຈໍາກັດເປັນຜູ້ລົງທຶນກ່ອນ100%, ໂດຍບໍລິສັດໄດ້ຫຼໍ່ໃນຮູບແບບທ່າທາງຍິ້ມແຍ້ມ ແຈ່ມໃສ ຕອນທີ່ປະທານ ໄກສອນ ພົມວິຫານ ມີອາຍຸ 48 ປີ ດ້ວຍເຄື່ອງແບບກອງທັບ ປົດປ່ອຍປະຊາ ຊົນລາວ ມີຂະໜາດລວງສູງ 4,2 ແມັດ ນ້ໍາໜັກ 5,7 ໂຕນ ຜະລິດດ້ວຍທອງສໍາລິດ ປະດິດສະຖານຢູ່ໃນ ສວນ ເນື້ອທີ່ 80 x 90 ຕາຕະລາງແມັດ, ມີນໍ້າພຸຢູ່ໃຈກາງສວນ2ຈຸດ, ມີລະບົບເສັ້ນ ທາງເຂົ້າຫາແຕ່ລະ ຈຸດ, ມີລະບົບໄຟແສງສະຫວ່າງແລະຕົ້ນໄມ້ , ສວນຫຍ້າ , ສ້າງຫໍມູນເຊື້ອ1ຫຼັງ. ມູນຄ່າຂອງໂຄງການ ທັງໝົດ 18,448 ຕື້ກວ່າກີບ.


ຂ່າວ – ພາບ: ພັນຕີ ບຸນທະວີໄຊ ກຸລະວົງ (ໜັງສືພິມຈໍາປາໃໝ່)

No comments

Powered by Blogger.