Header Ads

ເມືອງໄຊຍະບູລີແຂວງໄຊຍະບູລີເປີດການນໍາໃຊ້ກ້ອງວົງຈອນປິດຢ່າງເປັນທາງການ



ໂຄງການຕິດຕັ້ງລະບົບກ້ອງວົງຈອນປິດ ແລະ ຫ້ອງຄຸ້ມຄອງລະບົບ DATA Center ( ດາຕ້າເຊັນເຕີ ) ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ເປີດການນໍາໃຊ້ຢ່າງເປັນທາງການແລ້ວ ພາຍຫຼັງສໍາເລັດການກໍ່ສ້າງເມື່ອທ້າຍປີ 2017 ຜ່ານມາ, ເຊີ່ງພິທີມອບ - ຮັບໄດ້ຈັດຂຶ້ນໃນຕອນບ່າຍຂອງ ວັນທີ 17 ມັງກອນ 2018 ນີ້, ຢູ່ທີ່ຫ້ອງປະຊຸມຊັ້ນ 3 ກອງບັນຊາການ ປກສ ແຂວງໄຊຍະບູລີ, ເຂົ້າຮ່ວມເປັນກຽດມີ ທ່ານ ເພັງນິລັນ ຄໍາພັນເພັງ ຮອງເຈົ້າແຂວງໄຊຍະບູລີ, ພັອ ຄໍາເກື່ອງ ຜິວວັນນາ ອະດີດຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ - ຄະນະບັນຊາ, ຫົວໜ້າບໍລິສັດ ແລະ ພະແນກການ ກົມກອງທີ່ກ່ຽວຂ້ອງເຂົ້າຮ່ວມ.



ພິທີດັ່ງກ່າວ ທ່ານ ສະເໜຫາ ບຸບຜາ ຕາງໜ້າບໍລິສັດ ຄໍາປະເສີດ ຄອມພິວເຕີ ຈໍາກັດ ຜູ້ຮັບ ເໜົາໄດ້ລາຍງານໃຫ້ຮູ້ວ່າ: ໂຄງການຕິດຕັ້ງລະບົບກ້ອງວົງຈອນປິດ ແລະ ຫ້ອງຄຸ້ມຄອງລະບົບ DATA Center ( ດາຕ້າເຊັນເຕີ ) ເມືອງໄຊຍະບູລີ ໄດ້ເລີ່ມລົງມືປະຕິບັດ ນັບແຕ່ວັນທີ 30 ມີນາ 2017 ມາເຖິງວັນທີ 10 ທັນວາ 2017 ປະກອບມີ 21 ຈຸດ ກ້ອງວົງຈອນປິດ 40 ໜ່ວຍ ເຊີ່ງຕິດຢູ່ເທດສະບານເມືອງໄຊຍະບູລີ ມີມູນຄ່າການກໍ່ສ້າງທັງໝົດ ແບ່ງເປັນ 2 ໄລຍະຄື: ໄລຍະທີ 1 ມູນຄ່າການກໍ່ສ້າງ 18 ຕື້ກວ່າກີບ, ໄລຍະທີ 2, 10 ຕື້ກວ່າກີບ ລວມມູນຄ່າໂຄງການກໍ່ສ້າງທັງໝົດ 28 ຕື້ກວ່າກີບ ເຊິ່ງແມ່ນງົບປະມານລັດ 100 % ໂດຍແມ່ນບໍລິສັດ ຄໍາປະເສີດ ຄອມພິວເຕີ ຈໍາກັດເປັນຜູ້ຮັບເໝົາ ແລະ ກ່າວມອບໂດຍທ່ານ ສະເໜຫາ ບຸບຜາ ຕາງໜ້າບໍລິສັດ ຄໍາປະເສີດ ຄອມພິວເຕີ ໃຫ້ກຽດກ່າວຮັບໂດຍ ທ່ານ ພັອ ຄໍາເກື່ອງ ຜິວວັນນາ ອາດີດຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີມຕໍ່ບໍລິສັດທີ່ໄດ້ກໍ່ສ້າງລະບົບກ້ອງວົງຈອນປິດ ແລະ ຫ້ອງຄຸ້ມຄອງລະບົບ ( DATA Center ) ທີ່ເຮັດສຳເລັດຕາມກຳນົດເວລາ, ເພື່ອຕິດຕາມກວດກາຄວາມເປັນລະບຽບຮຽບຮ້ອຍທາງດ້ານການສັນຈອນ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ພ້ອມນີ້ທ່ານຍັງໄດ້ຮຽກຮ້ອງມາຍັງພະນັກງານ - ວິຊາການ ຈົ່ງພ້ອມກັນເປັນເຈົ້າການໃນການປົກປັກຮັກສາ ແລະ ຄຸ້ມຄອງນຳໃຊ້ລະບົບກ້ອງວົງຈອນປິດ ແລະ ຫ້ອງຄຸ້ມຄອງລະບົບ( DATA Center ) ໃຫ້ເກີດປະໂຫຍດ ແລະ ນຳໃຊ້ໄດ້ຍາວນານ. ຈາກນັ້ນກໍ່ໄດ້ເຊັນບົດບັນທຶກມອບ - ຮັບ ໂຄງການດັ່ງກວ່າຢ່າງເປັນທາງການ.


ພາບ ແລະ ຂ່າວ: ຂ່າວແຂວງໄຊຍະບູລີ/ມີເດຍລາວ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.