Header Ads

ສຳ​ມະ​ນາຫົວຂໍ້ “ ການ​ສ້າງ​ຄວາ​ມອາດສາມາດ​ໃຫ້​ແກ່​ໂທລະ​ພາບ​ອາຊຽນ ”



ໃນ​ວັນ​ທີ 11 ທັນວານີ້ ທີ່​ນະ​ຄອນຫລວງ​ວຽງຈັນ, ສະຖານ​ນີ​ໂທລະພາບ​ແຫ່​ງຊາດ​ລາວ ​ຮ່ວມ​ກັບ​ ສະຖາ​ນນີ​ໂທລະພາບ NHK ​ແຫ່​ງປະ​ເທດ​ຢີ່​ປຸ່ນ​ ໄດ້​ຈັດ​ສຳ​ມະ​ນາ​ໃນຫົວ​ຂໍ້ “ການ​ສ້າ​ງຄວາ​ມ​ ອາດ​ສາມາດ​ໃຫ້​ແກ່​ໂທລະ​ພາບ​ອາຊຽນ, ​ໂດຍ​ຜ່ານ​​ໂຄງການ​ຜະລິດສາລະ​ຄະດີ ການ​ຮ່ວມມື​ອາຊຽນ ຢີ່ປຸ່ນ” ​​ເພື່ອ​ສະ​ເຫລີ​ມສະຫລອງ​ອາຊຽນຄົບຮອບ 50 ປີ, ​ໂດຍ​ມີ​ທ່ານ ປິ່ນ​ປາ​ຖະໜາ ພັນທະ​ມາລີ ຫົວໜ້າກົມ​ສື່​ມວນ​ຊົນ ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ, ທ່ານ ຣຽວ ​ໂຮຣິກາ​ວະ (Ryo Horikawa) ​ເລຂາ​ເອກປະ​ຈຳ​ສຳນັກ​ງານຜູ້ຕາງໜ້າ​ແຫ່​ງຢີ່​ປຸ່ນ ປະຈຳ​ອາຊຽນ, ​ມີ​ຫົວໜ້າອົງ​ການ​ສື່​ມວນຊົນ ​ແລະ ສຳ​ມະ​ນາກ​ອນ​ ຈາກ 10 ປະ​ເທດອາຊຽນເຂົ້າຮ່ວມ ​​ເພື່ອ​ເປັນການ​​ແລກປ່ຽນ ບົດ​ຮຽນ ​ແລະ ​ປະສົບ​ການ​​ຜະລິດ​ລາຍການ​ໂທລະ​ພາບ​ ຂອງ​ບັນດາ​ປະ​ເທ​ດອາຊຽນ ເຊິ່ງ​ເປັນການ​​ເຊື່ອມ​​ໂຍງ​ເສດຖ​ະກິດ​ອາຊຽນປັດຈຸບັນ ​ແລະ ອານາ​ຄົດ​ພາຍ​ໃຕ້​ການ​ສະໜັບສະໜູນຂອງ​ກອງ​ທຶນ​ເຊື່ອມ​ໂຍງ​ອາຊຽນ-ຢີ່ປຸ່ນ, ​ໂດຍ​ມີ 4 ປະ​ເທດອາຊຽນ​ເຂົ້າຮ່ວມກັບໂທລະພາບ NHK ແຫ່​ງປະ​ເທດ​ຢີ່​ປຸ່ນ ຄືລາວ, ຫວຽດນາມ, ກໍາປູ​ເຈຍ ​ແລະ ມຽນມາ, ​ໂດຍ​ເນື້ອ​ໃນ​ສາລະ​ຄະດີ​ຈະ​ເປັນການ​ນຳ​ສະ​ເໜີ ການ​ຮ່ວມມື​ເສດຖະກິດ, ວັດ​ທະນະ​ທຳ-ສັ​ງຄົມຜ່ານ​ແລວ​ທາ​ງ​​ເສດຖະກິດ​ອາຊຽນ ລະຫວ່າງ​ບັນດາ​ປະ​ເທດ​ອາຊຽນ ​ແລະ ຢີ່ປຸ່ນ.

ທີ່ມາ: ນສພ ລາວພັດທະນາ

No comments

Powered by Blogger.