Header Ads

ມອບເງິນ ແລະ ເຄື່ອງ ຊ່ວຍເຫຼືອຜູ້ປະສົບໄພພິບັດທາງທຳມະຊາດ ( ນໍ້າຖ້ວມ )ໃຫ້ກັບ ກະຊວງ ຮສສ



ເພື່ອເປັນການຊ່ວຍເຫຼືອໃຫ້ກັບຜູ້ທີ່ຖືກເຄາະຮ້າຍຈາກໄພພິບັດທາງທຳມະຊາດ ( ນ້ຳຖ້ວມ ) ໃຫ້ທ່ວງທັນສະພາບ ໃຫ້ບັນດາແຂວງພາກເໜືອ,ພາກກາງ ແລະ ພາກໃຕ້ ທີໄດ້ຮັບຜົນກະທົບຈາກພະຍຸ,ໃນວັນທີ 6 ທັນວາ 2017ນີ້, ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ) ໄດ້ມີ 2 ພາກສ່ວນ ຄື: 



ຕາງໜ້າກ່າວມອບໂດຍ ທ່ານ ແສງເພັດ ຮຸ່ງບຸນຍອງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມຄະນະ ມອບເປັນເງິນຈຳນວ 62,289,000 ກີບ ແລະ ຕ່າງໜ້າ ໂດຍ ທ່ານ ພັທ ວັນໄຊ ຄຳພາວົງ ຫົວໜ້າກົມໃຫຍ່ການເມືອງກອງທັບ ພ້ອມຄະນະ ມອບເງິນຈຳນວນ 14,112,000 ກີບ ພ້ອມເຄື່ອງອຸປະໂພກ ແລະ ເຄື່ອງນຸ່ງຫົມ ຈຳນວນໜຶ່ງ, ໄດ້ຮີບໂຮມຮ່ວມກັນບໍລິຈາກຊ່ວຍເຫຼືອປະຊາຊົນລາວຜູ້ຖືກເຄາະຮ້າຍຈາກພະຍຸດັ່ງກ່າວ ນຳມາມອບໃຫ້ກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ) ເພື່ອນຳໄປຊວ່ຍເຫຼືອຕໍ່ໃຫ້ກັບຜູ້ປະສົບໄພພິບັດດັ່ງກ່າວ; ແລະ ກ່າວຮັບໂດຍ ທ່ານ ນ. ໃບຄຳ ຂັດທິຍະ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ ) ພ້ອມຄະນະ, ພ້ອມນີ້ ທ່ານ ຮອງລັດຖະມົນຕີ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ພັກ-ລັດຖະບານ ແລະ ພາກສ່ວນກຽ່ວຂ້ອງ ສອງກະຊວງ ທີ່ໄດ້ພ້ອມກັນບໍລິຈາກເງິນຊ່ວຍເຫຼືອ ປະຊາຊົນຜູ້ຖືກເຄາະຮ້າຍຈາກໄພພິບັດ ແລະ ຈະນຳເອົາເງິນຈຳນວນດັ່ງກ່າວເຂົ້ານຳໄປຊ່ວຍເຫຼືອໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກໄພພິບັດຈາກທຳມະຊາດ, ພ້ອມນັ້ນ ທ່ານຍັງຮຽກຮ້ອງເຖິ່ງພາກສວ່ນຕ່າງໆ ຮ່ວມກັນບໍລິຈາກເງິນ ແລະ ວັດຖຸສິ່ງຂອງ, ເຄື່ອງນຸ່ງຫົ່ມ, ເຄື່ອງອຸປະໂພກ-ບໍລິໂພກ ຕ່າງໆ ເພື່ອຊວ່ຍເຫຼືອໃຫ້ກັບຜູ້ປະສົບໄພທາງທຳມະຊາດ( ນໍ້າຖ້ວມ ແລະ ໄພໜາວ ) ກໍຄື ຟື້ນຟູບູລະນະພື້ນຖານໂຄງລ່າງ ຖະໜົນຫົນທາງ ແລະ ແນວພັນກະສິກຳ ເພື່ອໄປມອບໃຫ້ກັບປະຊາຊົນທີ່ຖືກຜົນກະທົບ.



ເຖິ່ງຢ່າງໃດກໍ່ຕາມ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍຍັງຕ້ອງການເງິນຊ່ວຍເຫຼືອຕື່ມອີກຈຳນວນຫລາຍ ເພື່ອນຳໄປຊ່ວຍເຫຼືອປະຊາຊົນຜູ້ທຸກຍາກ ແລະ ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ ( ນໍ້າຖ້ວມ - ໄພໜາວ) ແລະ ເກັບໄວ້ເປັນຄັ້ງແຮສຸກເສີນ ເພື່ອຊ່ວຍເຫຼືອ ປະຊາຊົນໃນຄັ້ງຕໍ່ໄປໃຫ້ທັນການແລະ ທ່ວງທັນກັບສະພາບ.


ພາບ ແລະ ຂ່າວ: ເພັດສະໄໝ (ກະຊວງແຮງງານ ແລະ ສະຫວັດດີການສັງຄົມ)
© ຈໍາປາໂພສ |  www.champapost.com
_________
 

No comments

Powered by Blogger.