Header Ads

ປກສ ເມືອງ ທ່າແຕງ ປະກາດການເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ




ໃນຕອນບ່າຍວັນທີ 13 ທັນວາ 2017 ຜ່ານມານີ້ ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງ ທ່າແຕງ ແຂວງ ເຊກອງ ໄດ້ປະກາດການເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ທີ່ໄດ້ມາດຖານເງື່ອນໄຂຄົບຖ້ວນ ໂດຍການເປັນປະທານຂອງ ທ່ານ ພັອ ສົມໄຊ ພູລະຄໍາມະນີ ຄະນະປະຈໍາພັກແຂວງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງເຊກອງ, ເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາສອນ ກອນເຍີ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງ ທ່າແຕງ ປະທານຊີ້ນໍາສອງກໍາລັງປະກອບອາວຸດເມືອງ ທ່າແຕງ, ມີຄະນະພັກ-ຄະນະບັນຊາ, ພະແນກການກ່ຽວຂ້ອງ ຕະຫຼອດຮອດພະນັກງານພາຍໃນກົມກອງ 71 ສະຫາຍ, ຍິງ 19 ສະຫາຍເຂົ້າຮ່ວມ.





ໃນພິທີ ທ່ານ ພັທ ອາພັບ ຖິ່ນອົງແກ້ວ ຄະນະພັກ-ຫົວໜ້າຫ້ອງການເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງ ທ່າແຕງ, ໂດຍສະເພາະ ເລື່ອນຊັ້ນ ພັຕ ຂຶ້ນ ພັທ ມີ 2 ສະຫາຍ, ເລື່ອນຊັ້ນ ຮອ ຂຶ້ນ ພັຕ ມີ 2 ສະຫາຍ ແລະ ເລື່ອນຊັ້ນ ຮທ ຂຶ້ນ ຮອ ມີ 1 ສະຫາຍ ໂດຍການໃຫ້ກຽດປະດັບຊັ້ນຂອງ ທ່ານ ພັອ ສົມໄຊ ພູລະຄໍາມະນີ ຄະນະປະຈໍາພັກແຂວງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງ ເຊກອງ ແລະ ທ່ານ ຄໍາສອນ ກອນເຍີ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງ ທ່າແຕງ.




ໂອກາດນີ້ ທ່ານ ພັອ ສົມໄຊ ພູລະຄໍາມະນີ ຄະນະປະຈໍາພັກແຂວງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງ ເຊກອງ ກໍໄດ້ສະແດງຍ້ອງຍໍຊົມເຊີຍ ພ້ອມໃຫ້ຄໍາຄິດເຫັນບາງບັນຫາກ່ຽວກັບບັນດາສະຫາຍ ທີ່ໄດ້ຮັບການເລື່ອນຊັ້ນໃຫມ່ ຈົ່ງຕັ້ງໜ້າເຮັດໜ້າທີ່ຂອງຕົນຢ່າງເຕັມທີ່ກັບວຽກງານ, ເສີມຂະຫຍາຍວິທີການເຮັດວຽກ ເພື່ອໃຫ້ອ້າຍນ້ອງພາຍໃນກົມກອງຍອມຮັບ, ສືບຕໍ່ຈັດຕັ້ງປະຕິບັດວຽກງານສະເພາະຕໍ່ໜ້າໃຫ້ໃຫຍ່ຫຼວງກວ່າເກົ່າ ເຊິ່ງຕ້ອງໄດ້ເອົາໃຈໃສ່ປັບປຸງແກ້ໄຂປະກົດການຫຍໍ້ທໍ້ເຊັ່ນ: ບັນຫາຢາເສບຕິດ, ຂີ້ລັກງັດແງະ, ອຸປະຕິເຫດ, ສາດສະໜາ, ການຄຸ້ມຄອງຄົນເຂົ້າ-ອອກ, ຍົກສູງຄຸນນະພາບການປະຕິບັດໜ້າທີ່, ຂອດການປະສານງານ, ເພີ່ມທະວີການຊີ້ນໍາໆພາ, ປັບປຸງເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດຂອງກໍາລັງໃຫ້ໜັກແໜ້ນ ນັບແຕ່ຂັ້ນເທິງລົງສູ່ຮາກຖານບ້ານ, ກ້າວຂຶ້ນເຮັດສໍາເລັດໜ້າທີ່ພັກ-ລັດ ແລະ ປະຊາຊົນບັນດາເຜົ່າໄດ້ມອບໝາຍ ໃຫ້ຄຽງຄູ່ກັບການສຶກສາອົບຮົມດ້ານການເມືອງແນວຄິດ, ມີຄວາມອຸ່ນອ່ຽງທຸ່ນທ່ຽງ, ປະຕິບັດກົດລະບຽບຂອງກໍາລັງຢ່າງເຕັມເມັດເຕັມໜ່ວຍ ເພື່ອເປັນຄວາມເຂັ້ມແຂງຂອງບັນດາກໍາລັງປ້ອງກັນຄວາມສະຫງົບຢູ່ພາຍໃນທ້ອງຖິ່ນຂອງຕົນໃຫ້ນັບມື້ນັບເຂັ້ມແຂງຂຶ້ນກວ່າເກົ່າ.





ທັງນີ້ ເພື່ອເປັນການຮັບປະກັນໃຫ້ງານສະເຫຼີມສະຫຼອງເມືອງທ່າແຕງ ຄົບຮອບ 25 ປີ ແລະ ງານເປີດປີທ່ອງທ່ຽວໃນປີ 2018 ໃຫ້ໄດ້ໂດຍພື້ນຖານ.


ຂ່າວ: ພອນ ບຸນອຸທິດ/ຂ່າວແຂວງເຊກອງ
© ຈໍາປາໂພສ |  www.champapost.com
_________
 

 

No comments

Powered by Blogger.