Header Ads

ອົງການປົກຄອງແຂວງໄຊຍະບູລີແບ່ງປັນນໍ້າໃຈຕ້ານໄພໜາວ



ເພື່ອເປັນການຊ່ວຍເຫຼືອປະຊາຊົນ, ໂດຍສະເພາະແມ່ນຄອບຄົວທຸກຍາກ ຢູ່ ເມືອງ ໄຊຊະຖານ ແຂວງ ໄຊຍະບູລີ ໃນການຕ້ານໄພໜາວ, ເພື່ອເຮັດໃຫ້ກຸ່ມຄົນດັ່ງກ່າວໄດ້ມີຄວາມອົບອຸ່ນທັງການ ແລະ ໃຈ, ສະນັ້ນອົງການປົກຄອງ ແຂວງ ໄຊຍະບູລີ ຈຶ່ງໄດ້ນໍາເຄື່ອງກັນໜາວໄປມອບໃຫ້ປະຊາຊົນເມືອງດັ່ງກ່າວ, ເຄື່ອງທີ່ນໍາໄປມອບປະກອບມີ: ເສື້ອກັນໜາວ ຈໍານວນ 100 ຜືນ, ໂສ້ງຂາຍາວ ຈໍານວນ 100 ຜືນ, ຜ້າຫົ່ມກັນໜາວ 110 ຜືນ, ຊຸດເຄື່ອງນຸ່ງປະສົມ 350 ຊຸດ, ໝວກກັນໜາວ 100 ໃບ ແລະ ເຄື່ອງນຸ່ງທົ່ວໄປ 300 ຊຸດ, ລວມມູນຄ່າທັງໝົດ 26 ລ້ານກວ່າກີບ, ພິທີມອບ-ຮັບໄດ້ຈັດຂຶ້ນ ໃນວັນທີ 20 ທັນວາ 2017 ນີ້, ທີ່ຫ້ອງການບ້ານ ສະແມດໃຫຍ່ໃຫ້ກຽດມອບໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ແລະ ຮັບ ໂດຍຕາງໜ້າອົງການປົກຄອງ ເມືອງ ໄຊຊະຖານ ແລະ ມອບຕໍ່ໃຫ້ກັບປະຊາຊົນກຸ່ມເປົ້າໝາຍ, ເຂົ້າຮ່ວມພິທີມີຫົວໜ້າພະແນກການເງິນ, ສະຫະພັນແມ່ຍິງແຂວງ, ພ້ອມດ້ວຍອໍານາດການປົກຄອງເມືອງ ໄຊສະຖານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.







ຂໍ້ມູນ: ມີເດຍລາວ  
© ຈໍາປາໂພສ |  www.champapost.com
_________



No comments

Powered by Blogger.