Header Ads

ຢຶດຢາບ້າ ແລະ ຝິ່ນ ທີ່ລັກລອບຂົນສົ່ງທາງເຮືອ ບ້ານຄົກແອກ ເມືອງຫົງສາ ແຂວງໄຊຍະບູລີ



ຜູ້ທີ່ລັກລອບຂົນສົ່ງຢາເສບຕິດ ພວກເຂົານໍາໃຊ້ທຸກວີທີທາງ ບໍ່ວ່າຈະເປັນທາງບົກ-ທາງນໍ້າ ເພື່ອຫຼົບຫຼີກການຕິດຕາມສະກັດກັນ ແລະ ປາບປາມ ຂອງເຈົ້າໜ້າທີ່ຕໍາຫຼວດ ກ່ອນໄປເຖິງຈຸດໝາຍ. ແນວໃດກໍ່ຕາມ, ຜູ້ທີ່ຫາກິນດ້ວຍຄວາມບໍ່ສຸດຈະລິດ, ສ່ວນຫຼາຍແມ່ນພົບຈຸດຈົບດ້ວຍການຖືກດໍາເນີນຄະດີຕາມກົດໝາຍ. ດັ່ງຄືທ້າວ ຕູລື ອາຍຸ 37 ປີ ປະຊາຊົນຢູ່ບ້ານຄົກແອກ ເມືອງຫົງສາ ແຂວງໄຊຍະບູລີ ສະແຫວງວ່າທໍາມາຫາກິນໄປໃນທີ່ຜິດກົດໝາຍ ໂດຍລັກລອບຊື້-ຂາຍຢາເສບຕິດທີ່ເກືອດຫ້າມ ແຕ່ຄັ້ງນີ້ໃຊ້ເຮືອເປັນພາຫະນະຂົນສົ່ງ ແຕ່ກໍ່ຖືກເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ສະກັດຈັບຕົວໄດ້ພ້ອມຂອງກາງຢາບ້າເກືອບ 8.000 ເມັດ ແລະ ຢາຝິ່ນຈຳນວນ 545 ກຼາມ ໃນຂະນະທີ່ຂົນຢາເສບຕິດຈາກເຮືອຢູ່ທ່າເຮືອ ບ້ານຄົກແອກ.

ເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະ ກອງບັນຊາການ ປກສ ເມືອງຫົງສາ ເປີດເຜີຍວ່າ: ພາຍຫຼັງໄດ້ສືບຮູ້ວ່າ ທ້າວ ຕູລື ໄດ້ໄປຮັບເອົາຢາເສບຕິດຢູ່ຄິວລົດໂດຍສານຢູ່ແຂວງຫຼວງພະບາງ ໂດຍຜູ້ກ່ຽວໃຊ້ເຮືອໄວເປັນພາຫະນະຂີ່ລ່ອງຕາມລໍາແມ່ນໍ້າຂອງ ໄປຮັບເອົາຢາເສບຕິດໃນຄັ້ງນີ້. ຈາກນັ້ນ, ຈຶ່ງຈັດກໍາລັງລໍຖ້າສະກັດຈັບຢູ່ທ່າເຮືອບ້ານຄົກແອກ. ຮອດເວລາ 15 ໂມງ ຂອງໃນວັນທີ 29 ພະຈິກ 2017 ຈຶ່ງພົບເຫັນຜູ້ກ່ຽວຂີ່ເຮືອກໍາລັງທຽບທ່າຢູ່ທ່າເຮືອບ້ານຄົກແອກ ເມືອງຫົງສາ ຈຶ່ງເຂົ້າກວດຄົ້ນພົບຂອງກາງຢາບ້າ ແລະ ຢາຝິ່ນຈໍານວນດັ່ງກ່າວ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ຜູ້ກ່ຽວໄດ້ຮັບສາລະພາບວ່າ: ໃນວັນທີ 24 ພະຈິກ 2017 ພ້ອມໝູ່ ຊື່ ທ້າວ ຈູທໍ ຄົນບ້ານດຽວກັນ ໄດ້ຕິດຕໍ່ສັ່ງຊື້ຢາບ້າ ຈໍານວນ 39 ຖົງ ແລະ ຢາຝິ່ນຈຳນວນ 549 ກຼາມ ນໍາຜູ້ຮ່ວມຂະບວນການນໍາກັນຢູ່ແຂວງອຸດົມໄຊ, ພາຍຫຼັງໄດ້ຕົກລົງກັນແລ້ວມາຮອດວັນທີ 28 ພະຈິກ 2017 ແມ່ນໃຫ້ຝາກນໍາລົດເມໂດຍສານໄປລົງຢູ່ຄິວລົດສາຍເໜືອ ເມືອງຫຼວງພະບາງ ແຂວງຫຼວງພະບາງ. ຈາກນັ້ນ, ທັງສອງຄົນກໍ່ໄດ້ພາກັນເດີນທາງອອກຈາກບ້ານຄົກແອກ ເມືອງຫົງສາ ແຂວງໄຊຍະບູລີ ໄປເມືອງຫຼວງພະບາງ ແຂວງຫຼວງພະບາງ, ໂດຍໄດ້ຈ້າງເຮືອໄວຂອງປະຊາຊົນບ້ານດຽວກັນ ໄປສົ່ງພໍເດີນທາງໄປຮອດພວກກ່ຽວໄດ້ໄປນອນພັກຢູ່ເຮືອນພັກແຫ່ງໜຶ່ງເພື່ອລໍຖ້າຮັບຢາບ້າ ແລະ ຢາຝິ່ນຈໍານວນດັ່ງກ່າວ, ຈົນຮອດຕໍ່ມາເວລາປະມານ 22 ໂມງວັນດຽວກັນ ຢາບ້າທີ່ສັ່ງຊື້ແມ່ນມາຮອດຄິວລົດສາຍເໜືອແຂວງຫຼວງພະບາງ ພວກກ່ຽວກໍໄດ້ໄປຮັບເອົາ ແລ້ວຝາກເງິນກັບຄືນໄປນຳລົດເມໂດຍສານ ໄປໃຫ້ເຈົ້າຂອງຢາເສບຕິດຢູ່ແຂວງອຸດົມໄຊ.

ພໍຮອດເວລາ 12 ໂມງ ຂອງວັນທີ 29 ພະຈິກ 2017 ທ້າວ ຕູລື, ທ້າວ ຈູທໍ ແລະ ເຈົ້າຂອງເຮືອ ໄດ້ພາກັນເອົາຢາເສບຕິດໄປໃສ່ເຮືອທີ່ຈອດລໍຖ້າຢູ່ແຄມນໍ້າຂອງ; ຈາກນັ້ນ, ແລ້ວພາກັນຂີ່ອອກຈາກເມືອງຫຼວງພະບາງ ກັບຄືນໄປບ້ານຄົກແອກ, ໃນລະຫວ່າງເດີນທາງກັບພວກກ່ຽວໄດ້ເອົາຢາບ້າອອກມາປັນກັນເສບຜູ້ລະ 2 ເມັດ, ພໍຮອດທ່າເຮືອບ້ານຄົກແອກ, ເວລາ 15 ໂມງຂອງວັນດຽວກັນ ທາງເຈົ້າໜ້າທີ່ ປກສ ເມືອງຫົງສາ ຈຶ່ງໄດ້ເຂົ້າກັກຕົວ ພ້ອມຂອງກາງປະເພດຢາບ້າ ຈຳນວນ 7.751 ເມັດ, ຝິ່ນຈຳນວນ 545 ກຼາມ ແລະ ໂທລະສັບ 1 ໜ່ວຍ ມາດຳເນີນຄະດີຕາມລະບຽບກົດໝາຍ. ສ່ວນທ້າວ ຈູ ທໍ ແລະ ເຈົ້າຂອງເຮືອແມ່ນໄດ້ເອົາຕົວລົບໜີ.

ປະຈຸບັນ, ເຈົ້າໜ້າທີ່ ປກສ ເມືອງຫົງສາ ໄດ້ສືບຕໍ່ສົມທົບກັບເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງເລັ່ງຕິດຕາມຕົວພວກກ່ຽວ ເພື່ອມາດຳເນີນຄະດີຕາມກົດໝາຍຢ່າງເຂັ້ມງວດ.

ແຫຼ່ງຂ່າວ: ນສພ ຄວາມສະຫງົບ
© ຈໍາປາໂພສ |  www.champapost.com
_________


No comments

Powered by Blogger.