Header Ads

ພາບບັນຍາກາດ ແລະ ຜົນການແຂ່ງຂັນຊ່ວງເຮືອປະຈຳປີ 2017 ທີ່ເມືອງມຸນລະປາໂມກ ແຂວງຈຳປາສັກ




ການແຂ່ງຂັນຊ່ວງເຮືອທີ່ເມືອງມຸນລະປາໂມກ ແຂວງຈໍາປາສັກ ໄດ້ສຳເລັດລົງ ພາຍຫຼັງແຂ່ງຂັນກັນດ້ວຍບັນຍາກາດຄືກຄື້ນມ່ວນຊື່ນມາເປັນເວລາ 1 ວັນເຕັມ ໃນວັນທີ 7 ທັນວາ 2017. ຊຶ່ງມີເຮືອເຂົ້ຮ່ວມແຂ່ງຂັນຊີງໄຊທັງໝົດ 34 ລຳ ໃນນັ້ນຜົນການແຂ່ງຂັນແຕ່ລະປະເພດມີດັ່ງນີ້:






1. ປະເພດເຮືອປະເພນີ 33 ສີພາຍ ມີ 7 ລຳ, ຜົນການແຂ່ງຂັນຊະນະເລີດໄດ້ແກ່ເຮືອບ້ານດົງເກາະໂລງ ໄດ້ຮັບຂັນ ພ້ອມດ້ວຍເງິນສົດ 12 ລ້ານກີບ, ທີ 2 ແມ່ນເຮືອບ້ານປາໂມກ ໄດ້ເງິນສົດ 8 ລ້ານກີບ, ທີ 3 ເຮືອບ້ານເວີນໂສມ ໄດ້ເງິນສົດ 5 ລ້ານກີບ.


2. ປະເພດເຮືອສູດ 33 ສີພາຍ ມີ 9 ລຳ ຊະນະເລີດໄດ້ແກ່ເຮືອທະຫານແຂວງຈຳປາສັກ ໄດ້ຂັນລາງວັນ ພ້ອມດ້ວຍເງິນສົດ 10 ລ້ານກີບ. ທີ 2 ແມ່ນເຮືອທະຫານແຂວງສາລະວັນ ໄດ້ເງິນສົດ 7 ລ້ານກີບ ແລະ ທີ 3 ແມ່ນເຮືອບ້ານດົງເກາະໂລງ ໄດ້ເງິນສົດ 5 ລ້ານກີບ



3. .ປະເພດເຮືອກິລາ 12 ສີພາຍຊາຍ-ຍິງ: ມີທັງໝົດ 18 ລຳ ໃນນັ້ນເຮືອ 12 ສີພາຍເພດຍິງ ທີ 1 ແມ່ນເຮືອກຸ່ມບ້ານສະພັງ ໄດ້ຂັນ ແລະ ເງິນສົດ 5 ລ້ານກີບ, ທີ 2 ແມ່ນເຮືອບ້ານປາໂມກ ໄດ້ເງິນສົດ 3 ລ້ານກີບ ແລະ ທີ 3 ເຮືອບ້ານເວີນແຄນ ໄດ້ເງິນສົດ 2 ລ້ານກີບ



4. ເຮືອກິລາ12 ສີພາຍ ຊາຍທີ 1 ແມ່ນເຮືອບໍລິສັດໄຊສົມບູນ ໄດ້ຂັນ ແລະ ເງິນສົດ 5 ລ້ານກີບ.ທີ 2 ແມ່ນເຮືອກຸ່ມບ້ານສະພັງ ໄດ້ເງິນສົດ 3 ລ້ານກີບ ແລະ ທີ 3 ເຮືອບ້ານຫວຍແຮດ ໄດ້ເງິນສົດ 2 ລ້ານກີບ



5. ເຮືອງາມຫຼືຕີຊ້າງນໍ້ານອງຊະນະເລີດໄດ້ແກ່ເຮືອບ້ານດອນນາງລອຍ ໄດ້ເງິນລາງວັນ 2 ລ້ານກີບ
6. ລາຍການແຂ່ງຂັນເຊີ້ງຊ່ວງເຮືອຊະນະເລີດໄດ້ແກ່ຄະນະເຮືອຊ່ວງສະຫະພັນແມ່ຍີງສຳນັກງານປົກຄອງເມືອງມຸນລະປາໂມກ ໄດ້ເງິນລາງວັນ 5 ແສນກີບ.





ພາບ ແລະ ຂ່າວ: ວິທະຍຸກະຈາຍສຽງຈໍາປາສັກ
© ຈໍາປາໂພສ |  www.champapost.com
_________




No comments

Powered by Blogger.