Header Ads

ເສດຖະກິດຂອງແຂວງຄຳມ່ວນ ຂະຫຍາຍຕົວໃນລະດັບ 8% ຕໍ່ປີ



ແຂວງຄຳມ່ວນເປັນແຂວງທີ່ຕັ້ງຢູ່ພາກກາງຂອງລາວ, ມີເນື້ອທີ່ 16.315 ກິໂລຕາແມັດ, ປະກອບມີ 10 ເມືອງ, 574 ບ້ານ, ຈຳນວນຄອບຄົວ 79.617 ຄອບຄົວ, ມີພົນລະເມືອງທັງໝົດ 4 ແສນກວ່າຄົນ. ເຊິ່ງແຂວງຄຳມ່ວນ ໄດ້ກຳນົດເອົາ 3 ທ່າແຮງໃນການພັດທະນາເສດຖະກິດ-ສັງຄົມຄື: ທ່າແຮງທາງດ້ານກະສິກຳ-ປ່າໄມ້, ທາງດ້ານ ພະລັງງານ-ບໍ່ແຮ່ ແລະ ດ້ານການບໍລິການ-ທ່ອງທ່ຽວ.



ທ່ານ ໂອໄດ ສຸດາພອນ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງໆຄຳມ່ວນ ໃຫ້ສຳພາດຕໍ່ສື່ມວນ ຊົນທ້ອງຖິ່ນ ກ່ຽວກັບການພັດທະນາເສດຖະກິດ-ສັງຄົມຂອງແຂວງເມື່ອບໍ່ດົນມານີ້ວ່າ: ຄະນະພັກ, ອຳນາດການປົກຄອງແຂວງໃນທຸກຂັ້ນໄດ້ສຸມໃສ່ເຮັດໃຫ້ແຂວງຄຳມ່ວນ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດ-ສັງຄົມສືບຕໍ່ພັດທະນາຢ່າງ ຕໍ່ເນື່ອງ ຕາມທິດທີ່ສູນກາງ ແລະ ແຂວງວາງອອກ, ຄາດຄະເນໝົດປີ 2017 ເສດຖະກິດຂອງແຂວງ ຈະຂະຫຍາຍຕົວໃນລະ ດັບ 8%, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸ 7.535 ຕື້ກີບ, ສະເລ່ຍລາຍຮັບຕໍ່ຫົວຄົນ 18.654.522 ກີບ ຫຼືເທົ່າກັບ 2.243 ໂດລາສະຫະລັດ ທຽບໃສ່ປີ 2016 ໄດ້ 1.922 ໂດລາ ເພີ່ມຂຶ້ນ 321 ໂດລາສະຫະລັດ.





ການພັດທະນາເສດຖະກິດ-ສັງຄົມຂອງແຂວງແມ່ນອີງໃສ່ 3 ທ່າແຮງຕົ້ນຕໍເຊັ່ນ: ທ່າແຮງທາງດ້ານກະສິກຳ-ປ່າໄມ້ ໂດຍສະເພາະການຜະລິດເຂົ້າ ແມ່ນໄດ້ສຸມໃສ່ການນຳໃຊ້ກົນຈັກທີ່ທັນສະໄໝເຂົ້າໃນການຜະລິດ ເປັນຕົ້ນການຜະລິດ ນາໄຮ່ໃຫຍ່ ເພື່ອຫຼຸດຜ່ອນຕົ້ນທຶນ, ເວລາ ແລະ ແຮງງານ ເຮັດໃຫ້ເນື້ອທີ່ນາໄຮ່ໃຫຍ່ເພື່ມຂຶ້ນຈາກ 150 ເຮັກຕາໃນປີ 2016 ມາເປັນ 690 ກວ່າເຮັກຕາໃນປີ 2017. ໃນທົ່ວແຂວງສາມາດຜະລິດເຂົ້າໄດ້ທັງໝົດ 312.386 ໂຕ່ນ, ສະເລ່ຍໃສ່ຫົວຄົນເທົ່າກັບ 763 ກິໂລຕໍ່ຄົນຕໍ່ປີ, ວຽກງານອຸດສາຫະກຳໄດ້ມີການພັດທະນາໄປຕາມທິດຫັນເປັນອຸດ ສາຫະກຳ ແລະ ທັນສະໄໝເທື່ອລະກ້າວ. ໃນທົ່ວແຂວງມີໂຮງງານອຸດສາຫະກຳທັງໝົດ 201 ແຫ່ງ. ໃນນັ້ນອຸດສາຫະກຳ ຂະໜາດໃຫຍ່ 77 ແຫ່ງ ໂດຍສະເພາະໂຮງງານຊີມັງທີ່ທຳການຜະລິດແລ້ວ 3 ແຫ່ງ, ໂຮງງານຂຸດຄົ້ນປຸງແຕ່ງເກືອ ໂປຕາສ 2 ແຫ່ງ, ດັດສົມໂຮງງານໄມ້ ແລະ ເຟີນີເຈີໄມ້ຈາກ 370 ແຫ່ງມາເປັນ 77 ແຫ່ງໃນທົ່ວແຂວງ, ດ້ານການ ບໍລິການກໍ່ໄດ້ມີການຂະຫຍາຍຕົວໂດຍສະເພາະເລີ່ມເປີດນຳໃຊ້ຂົວມິດຕະພາບ 3 ເຊິ່ງເປັນທາງເຊື່ອມຕໍ່ອອກສູ່ທະເລ ປະເທດຫວຽດນາມ ຜ່ານດ່ານສາກົນ ນາເພົ້າ-ຈາຫຼໍ ມີໄລຍະທາງທີ່ສັ້ນ ເຮັດໃຫ້ບັນດາບໍລິສັດເລືອກນຳໃຊ້ເສັ້ນທາງ ດັ່ງກ່າວໃນການລຳລຽງຂົນສົ່ງສິນຄ້າຜ່ານເຂົ້າ-ອອກ ເຊິ່ງແຕ່ລະປີມີການເພີ່ມຂຶ້ນ. ດ້ານການລົງທຶນ ສົກປີ 2017 ການລົງທຶນຂອງລັດໂດຍໄດ້ຮັບອະນຸມັດຈາກສະພາແຫ່ງຊາດຈຳນວນ 357 ໂຄງການ ເຊິ່ງ 11 ເດືອນ ສາມາດຈັ້ງຕັ້ງ ປະຕິບັດໄດ້ 94%, ການລົງທຶນພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດມີ 63 ໂຄງການ, ມີມູນຄ່າການລົງທຶນ 355 ລ້ານໂດລາສະຫະລັດ.



ສຳລັບການຈັດເກັບລາຍຮັບເຂົ້າງົບປະມານຕາມການມອບໝາຍທັງໝົດຈຳນວນ 559 ຕື້ກີບ. ໃນນັ້ນພູດຂອງສູນກາງ 282 ຕື້ກີບ. ຮອດປະຈຸບັນປະຕິບັດໄດ້ 324 ຕື້ກີບ ເທົ່າກັບ 114%, ພູດຂອງສູນກາງ 277 ຕື້ກີບ. ປະຕິບັດໄດ້ 213 ຕື້ກີບ ເທົ່າກັບ 76% ຂອງແຜນການປີ. ນອກນີ້ກໍ່ຍັງໄດ້ສຸມໃສ່ວຽກງານສຶກສາ ໂດຍປະຕິບັດຕາມນະໂຍບາຍຂອງລັດເພື່ອຍົກລະດັບຄວາມຮູ້ຂອງປະຊາຊົນ. ເຊິ່ງແຂວງຄຳມ່ວນໄດ້ປະກາດເມືອງຈົບ ຊັ້ນມັດທະຍົມແລ້ວ 5 ເມືອງ ແລະ ກຽມຈະປະກາດເພີ່ມອີກຈຳນວນ 4 ເມືອງໃນມໍ່ໆນີ້ ໂດຍປະຕິບັດຕາມເງື່ອນໄຂ ທີ່ກະຊວງສຶກສາວາງອອກ, ວຽກງານສາທາລະນະສຸກກໍ່ໄດ້ເອົາໃຈໃສ່ຄວບຄຸມຕ້ານພະຍາດຕາມລະດູການ ໂດຍສະ ເພາະແມ່ນພະຍາດໄຂ້ເລືອດອອກ ໂດຍລວມແລ້ວແມ່ນສາມາດຄວບຄຸມໄດ້ ເຊິ່ງມີຜູ້ເສຍຊີວິດຈາກພະຍາດໄຂ້ເລືອດ ອອກ 2 ກໍລະນີ ໃນປີ 2017


ວຽກງານການທ່ອງທ່ຽວໄດ້ພັດທະນາບັນດາພື້ນຖານໂຄງລ່າງຂອງແຫຼ່ງທ່ອງທ່ຽວ ແລະ ສ້າງສິ່ງອຳນວຍຄວາມສະດວກອື່ນໆ ເພື່ອຮອງຮັບໃຫ້ແກ່ການເປີດປີທ່ອງທ່ຽວລາວ 2018 ໂດຍສະເພາະກໍ່ຄື ການພັດທະນາເຮັດໃຫ້ແຫຼ່ງທ່ອງທ່ຽວ ພາຍໃນແຂວງໃຫ້ມີການຂະຫຍາຍຕົວ ເພື່ອດຶງດູດໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ເຂົ້າມາທ່ຽວພາຍໃນແຂວງໃຫ້ຫຼາຍຂຶ້ນແຕ່ລະປີ, ວຽກງານພັດທະນາຊົນນະບົດການແກ້ໄຂຄວາມທຸກ ຍາກຂອງປະຊາຊົນໄດ້ຫຼຸດລົງເຫຼືອພຽງ 12 ບ້ານ ເທົ່າກັບ 2,06% ແລະ ຄອບຄົວທຸກຍາກຍັງເຫຼືອ 1.151 ຄອບຄົວ ເທົ່າກັບ 1,53% ຂອງຈຳນວນຄອບຄົວທັງໝົດໃນທົ່ວແຂວງ.

ຂ່າວ: ແຂວງຄຳມ່ວນ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.