Header Ads

ກວດລົດເກັງ ພົບຢາບ້າ 6.000 ເມັດ ຢູ່ດ່ານຫຼັກ 44



ເຖິງວ່າເຈົ້າໜ້າທີ່ຕໍາຫຼວດ ເອົາໃຈໃສ່ໃນການສະກັດກັ້ນ ແລະ ປາບປາມພວກລັກລອບຊື້-ຂາຍ ແລະ ຂົນສົ່ງຢາເສບຕິດຢ່າງຈິງຈັງພຽງໃດກໍຕາມ ແຕ່ພວກເຂົາຍັງສືບຕໍ່ເຄື່ອນໄຫວໂດຍບໍ່ຢ້ານກົວຕໍ່ລະບຽບກົດໝາຍ; ຍິ່ງກວ່ານັ້ນ, ຍັງມີລັກສະນະເລິກແລບແນບນຽນກວ່າເກົ່າ ຍ້ອນຄວາມຢາກໄດ້-ຢາກມີເກີນຄວາມເປັນຈິງ ເຮັດໃຫ້ຫຼົງມົວເມົາຫາກິນໄປໃນທາງທີ່ຜິດໆ. ແຕ່ແນວໃດກໍຕາມ, ຈຸດຈົບຂອງພວກດັ່ງກ່າວສ່ວນຫຼາຍແມ່ນຖືກເຈົ້າໜ້າທີ່ຕໍາຫຼວດຈັບຕົວໄປດໍາເນີນຄະດີຕາມກົດໝາຍ.

ດັ່ງລາຍຄະດີນີ້, ​ເຊິ່ງເຈົ້າ​ໜ້າ​ຕໍາຫຼວດ ​ປະຈຳ​ຈຸດ​ກວດກາ​ຫຼັກ 44 ເສັ້ນທາງເລກທີ 13 ໃຕ້ ເຂດບ້ານ​ນາ​ດ່ານເມືອງ​ຊະນະ​ສົມບູນ ​ແຂວງ​ຈຳປາ​ສັກ ​ໄດ້​ສະກັດກວດຄົ້ນລົດເກັງ ສີ​ປອນ ​ບໍ່​ມີ​ປ້າຍ​ທະບຽນ ລະຫວ່າງເສັ້ນທາງຈາກ​​ແຂວງສະຫວັນ​ນາ​ເຂດ ມຸ່ງໜ້າ​ຈະ​ເຂົ້າ​ມາເມືອງ​ປາກ​ເຊ ​​ໄດ້ພົບ​ເຫັນ​ຢາ​ບ້າ 3 ມັດ​ ເທົ່າ​ກັບ 6.000 ​ເມັດ ຊຸກ​ເຊື່ອງ​ໄວ້​ພາຍ​ໃນ​ລົດ​ ເຈົ້າ​ໜ້າ​ທີ່​ຈຶ່ງກັກ​ຕົວ​ຜູ້ຂັບຂີ່ ແລະ ຜູ້ໂດຍສານມານໍາທັງໝົດ 5 ຄົນ ຍິງ 1 ຄົນ ໃນວັນທີ 17 ພະຈິກ 2017 ເພື່ອໄປສອບສວນຂະຫຍາຍຜົນທີ່ມາຂອງຢາບ້າຈໍານວນດັ່ງກ່າວ.




 ເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງຈໍາປາສັກ ໃຫ້ຮູ້ວ່າ: ຜູ້ຖືກຫາ 5 ຄົນ ຊື່ທ້າວ ນັດ​ທະ​ພົງ ອາຍຸ 21 ປີ, ທ້າວ ທອງ​ໃບ ອາຍຸ 20 ປີ ​ທັງ 2 ຄົນ ​ຢູ່​ບ້ານ​ຫວ້ຍ​ເງິນກາງ ​ເມືອງຈຳປາ​ສັກ ​ແຂວງ​ຈຳປາ​ສັກ, ນາງ ສຸດາ​ລັດ ອາ​ຍຸ 22 ປີ ນັກ​ສຶກສາ, ທ້າວ ​ໂລ້ ອາຍຸ 21 ປີ ທັງ​ສອງ​ຢູ່​ບ້ານຈັນທະ​ລັງສີ ​ເມືອງ​ອຸທຸມພອນ ​ແຂວງ​ສະຫວັນ​ນະເຂດ ​ແລະ ທ້າວ ​ໂຮ໋ວັນ​ເຟືອງ ອາຍຸ 40 ປີ ​ເປັນ​ຄົນ​ສັນຊາດ​ຫວຽດນາມ, ໂດຍພວກກ່ຽວສາລະພາບວ່າ: ຢາບ້າຈໍານວນດັ່ງກ່າວ ແມ່ນຈະນໍາໄປສົ່ງໃຫ້ຜູ້ສັ່ງຊື້ຢູ່ເມືອງປາກເຊ ແຂວງຈໍາປາສັກ ແຕ່ກໍຖືກກັກຕົວໄວ້ກ່ອນ.

ຂ່າວ​ຍັງ​ໃຫ້​ຮູ້​ຕື່ມ​ອີກ​ວ່າ: ​ໃນ​ວັນ​ທີ 27 ພະຈິກ 2017 , ເຈົ້າ​ໜ້າ​ທີ່​ພະ​ແນ​ກຕຳຫຼວດສະກັດ​ກັ້ນ ​ແລະ ຕ້ານ​ຢາ​ເສບ​ຕິດ ປກສ ​ແຂວງ​ຈຳປາ​ສັກ ໄດ້​ສົມທົບ​ກັບ ປກສ ​ເມືອງ​ໂພນທອງ ມ້າງ​ຄະດີ​ຄ້າຂາຍ​ຢາ​ເສບ​ຕິ​ດຢູ່​ບ້ານຝັ່ງ​ແດງ ​ເມືອງ​ໂພນ​ທອງ ​ແຂວງ​ຈຳປາ​ສັກ ​ເຊິ່ງ​ສາມາດ​ກັກ​ຕົວຜູ້​ຖືກ​ຫາ​ໄດ້ 3 ຄົນ​ ຊື່ທ້າວ ໝີ່​ງຂວັນ ( ມືດ ) ອາ​ຍຸ  32 ປີ , ທ້າວ ອຸ​ໄທ ( ​ໄທ ) ອາຍຸ 32  ​ແລະ ທ້າວ ອຸ​ໄທ ( ​ເຈີ້ຍ ) ອາຍຸ 24 ປີ ພວກ​ກ່ຽວທັງ 3 ຢູ່​ບ້ານ​ຝັ່ງ​ແດງ ​ເມືອງ​ໂພນ​ທອງ ​ແຂວງ​ຈຳປາ​ສັກ ພ້ອມ​ເຄື່ອງ​ຂອງ​ກາງ​ຢາ​ບ້າ 808 ​ເມັດ,​​​ ໂທລະສັບ 5 ໜວ່ຍ, ລົດຈັກ 3 ຄັນ, ປືນ​ແກັບ 2 ກະບອກ ແລະ ລູກປືນ​ແວັງ 6 ລູກ.

ຜ່ານ​ການ​ສອບ​ສວນ ​ພວກ​ກ່ຽວຮັບ​ສາລະພາບ​ວ່າ: ຢາ​ບ້າ​ຈຳນວນ​ດັ່ງກ່າວ ​ແມ່ນ​ຂອງ​ພວກ​ກ່ຽວ​ແທ້​​ເຊິ່ງ​ໄດ້​ຮ່ວມກັນຊື້-ຂາຍ​ຢາ​ເສບ​ຕິດ​ມາ​ແຕ່​ທ້າຍ​ປີ 2016 ຢາ​ທີ່​ນຳ​ມາ​ຂາຍ​ໃນ​ແຕ່​ລະ​ຄັ້ງ ​ແມ່ນ​ຊື້​ນຳ​ຜູ້​ຮ່ວມຂະ​ບວນການ​ນຳ​ກັນ​ຢູ່​ເມືອງ​ປາກ​ເຊ ​ໂດຍ​ຊື້​ຄັ້ງ​ລະ 7-8 ຖົງ ​ເມື່ອ​ໄດ້​ຢາ​ບ້າ​ມາ​ແລ້ວ​ກໍ່ນຳ​ໄປ​ຂາຍ​ໃຫ້​ໄວ​ລຸ້ນທົ່ວ​ໄປ. ຮອດວັນທີ 27 ພະຈິກ 2017 ເຈົ້າໜ້າທີ່ຕໍາຫຼວດເຂົ້າຈັບຕົວໄດ້ ພ້ອມທັງກວດຄົ້ນເຮືອນພົບຂອງກາງຢາບ້າຈໍານວນດັ່ງກ່າວ.

ປັດຈຸບັນ, ທັງສອງຄະດີຊື້ຊາຍຢາເສບຕິດທີ່ເຈົ້າໜ້າທີ່ແກ້ໄຂໄດ້ ແມ່ນຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນ ເພື່ອເລັ່ງຕິດຕາມຈັບຕົວຜູ້ຮ່ວມຂະບວນການນໍາກັນ ໄປດໍາເນີນຄະດີຕາມກົດໝາຍ.

 ພາບ ແລະ ຂ່າວ: ໜັງສືພີມ ຄວາມສະຫງົບ
© ຈໍາປາໂພສ |  www.champapost.com
_________





No comments

Powered by Blogger.