Header Ads

ຍົກລະດັບຄຸນນະພາບການບໍລິການການທ່ອງທ່ຽວແກ່ຜູ້ປະກອບການທຸລະກິດໂຮງແຮມ ເຮືອນພັກ ແລະຮ້ານອາຫານ



ຕອນເຊົ້າວັນທີ 18 ທັນວາ 2017 ນີ້ ສະຖາບັນສື່ມວນຊົນ, ວັດທະນະທໍາ ແລະທ່ອງທ່ຽວ ຮ່ວມກັບພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ແຂວງ ເຊກອງ ໄດ້ຈັດຝຶກຊຸດຝຶກອົບຮົມ ຍົກລະດັບຄຸນນະພາບການບໍລິການ,ການທ່ອງທ່ຽວ ແລະທັກສະການເອົາໃຈໃສ່ລູກຄ້າ ແກ່ຜູ້ປະກອບການທຸລະກິດໂຮງແຮມ, ເຮືອນພັກ ແລະຮ້ານອາຫານ ທີ່ເມືອງທ່າແຕງ ແຂວງເຊກອງ ໂດຍການເປັນປະທານຂອງທ່ານ ສຸບັນ ເດສົມພອງ ຮອງຫົວໜ້າພະແນກຖະແຫຼງຂ່າວ,ວັດທະນະທຳ ແລະທ່ອງທ່ຽວແຂວງເຊກອງ, ທ່ານ ນາງ ດາລານີ ພົມມະວົງສາ ຮອງຫົວໜ້າສະຖາບັນສື່ມວນຊົນ, ວັດທະນະທໍາ ແລະທ່ອງທ່ຽວ, ເປັນກຽດເຂົ້າຮ່ວມຂອງທ່ານ ພູວົງ ກອງຊັບ ກໍາມະການພັກເມືອງ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວເມືອງທ່າແຕງ, ມີນັກວິທິຍາກອນ ແລະສຳມະນາກອນຈາກພາກລັດ ແລະພາກທຸລະກິດ ອ້ອມຂ້າງເມືອງເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ນາງ ດາລານີ ພົມມະວົງສາ ຮອງຫົວໜ້າສະຖາບັນ ສື່ມວນຊົນ, ວັດທະນະທໍາແລະທ່ອງທ່ຽວ ມີຄຳເຫັນຕໍ່ຊຸດຝຶກອົບຮົມຄັ້ງນີ້ວ່າ: ໄລຍະຜ່ານມາພວກເຮົາໄດ້ມາຈັດຝຶກອົບຮົມຢູ່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງ ຫຼາຍຄັ້ງ ແລະມີຫຼາຍຫົວຂໍ້ ໂດຍເນັ້ນໃສ່ບັນດາຜູ້ໃຫ້ການບໍລິການໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະຜູ້ນຳທ່ຽວ.


ການຈັດຝຶກອົບຮົມຄັ້ງນີ້ ຍັງເປັນການຍົກລະດັບຄວາມຮູ້ ແລະແນ່ໃສ່ຍົກຂີດຄວາມສາມາດໃຫ້ແກ່ ທຸລະກິດດັ່ງກ່າວ ໄດ້ຮັບຮູ້ເຂົ້າໃຈ ຕໍ່ກັບການບໍລິການຢູ່ສະຖານທີ່ແຫຼ່ງທ່ອງທ່ຽວຕ່າງໆຢ່າງມີປະສິດທິພາບ ໂດຍສະເພາະ ແມ່ນການບໍລິການທີ່ດີ, ການຮັບແຂກທີ່ດີ, ການເປັນແມ່ບ້ານທີ່ດີ ກໍຄືການເປັນເຈົ້າພາບທີດີໃນການຕ້ອນຮັບແຂກພາຍໃນ ແລະຕ່າງປະເທດ ທີ່ເຂົ້າມາທ່ອງທ່ຽວ, ເພື່ອຮັບປະກັນຄຸນນະພາບໃນດ້ານການບໍລິການ ແນ່ໃສ່ດຶງດູດເອົານັກທ່ອງທ່ຽວໃຫ້ເຂົ້າມາທ່ອງທ່ຽວລາວເວົ້າລວມ, ເວົ້າສະເພາະແຂວງເຊກອງ ກໍຄື ເມືອງ ທ່າແຕງໃຫ້ນັບມື້ນັບຫຼາຍຂື້ນ, ເພາະວ່າຄວາມປະທັບໃຈຂອງລູກຄ້າແມ່ນເປັນໝາກຫົວໃຈຂອງການບໍລິການຂອງບັນດາໂຮງແຮມ, ເຮືອນພັກ ຮ້ານອາຫານເພື່ອ ດຶງດຸດບັນດານັກທ່ອງທ່ຽວໃຫ້ຢາກມາທ່ອງທ່ຽວແຂວງເຊກອງ ກໍ່ຄືເມືອງທ່າແຕງອີກເລື້ອຍໆໃນຕໍ່ໜ້າ.


ພ້ອມນີ້ ທ່ານຍັງໄດ້ຮຽກຮ້ອງໃຫ້ນັກສຳມະນາກອນ ພ້ອມກັນເອົາໃຈໃສ່ຄົ້ນຄວ້າ, ປະກອບຄຳຄິດ-ຄຳເຫັນເພື່ອເຮັດໃຫ້ຊຸດຝຶກອົບຮົມຄັ້ງນີ້ມີຜົນສຳເລັດ ແລະນຳເອົາບົດຮຽນທີ່ຝຶກອົບຮົມໃນຄັ້ງນີ້ນຳໄປໜູນໃຊ້ເຂົ້າໃນວຽກງານທີ່ຕົນເອງຮັບຜິດໃຫ້ເກີດຜົນປະໂຫຍດສູງສຸດ. ຊຸດອົບຮົມຄັ້ງນີ້ ຈະດໍາເນີນເປັນເວລາ 3 ວັນ ແຕ່ວັນທີ 18-20 ທັນວາ 2017 ຈິ່ງຈະສໍາເລັດ.


ຂ່າວ-ພາບ: ນາລີວັນ/ຂ່າວແຂວງເຊກອງ 
© ຈໍາປາໂພສ |  www.champapost.com
_________ 

No comments

Powered by Blogger.