Header Ads

ແຂວງຫຼວງພະບາງຈັດງານແຫ່ຜ້າປ່າປະຈຳປີ 2017 ທີຜູ້ເຂົ້າຮ່ວມຫຼາຍກ່ວາ 6.000 ຄົນ



ວັນທີ່ 21 ທັນວານີ້ ອົງການປົກຄອງແຂວງຫຼວງພະບາງ ໄດ້ຈັດງານແຫ່ຜ້າປ່າ ເພື່ອລະດົມທືນສົມທົບເຂົ້າໃນການບູລະນະ ແລະ ປະຕິສັງຂອນ ວັດວາອາຣາມທີ່ເກົ່າແກ່ ແລະ ຊຸດໂຊມຢູ່ພາຍໃນແຂວງ ທັງເປັນການໂຄສະນາ ດືງດູດເອົານັກທ່ອງທ່ຽວ ເຂົ້າມາທ່ອງທ່ຽວຫຼວງພະບາງໃຫ້ນັບມື້ນັບຫຼາຍຂື້ນ ໃນໂອກາດທີ່ ສປປ ລາວ ເປີດປີທ່ອງທ່ຽວລາວ ປີ 2018. ໃຫ້ກຽດນຳພາຂະບວນແຫ່ໂດຍແມ່ນ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ, ມີການນຳຂອງແຂວງ, ພະແນກການກົມກອງ, ພະນັກງານທະຫານ-ຕໍາຫຼວດ, ພະນັກງານລັດຖະກອນ, ເຖົ້າແກ່-ຜູ້ຊົງຄຸນວຸດທິ, ຕະຫຼອດຮອດປະຊາຊົນຊາວພຸດ ແລະ ແຂກທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຢ່າງຫຼວງຫຼາຍ. ທ່ານ ຄຳຫຼ້າ ທະສີນິພອນ ປະທານແນວລາວສ້າງຊາດແຂວງຫຼວງພະບາງ ໄດ້ຂື້ນລາຍງານການກະກຽມແຕ່ລະດ້ານ ທ່ານກ່າວວ່າ: ເພື່ອເຮັດໃຫ້ງານບຸນແຫ່ຜ້າປ່າມະຫາສາມັກຄີໃນປີນີ້ ມີຄວາມຄຶກຄື້ນ ຄະນະຮັບຜິດຊອບໄດ້ມີການປຶກສາຫາລືວຽກງາຮ່ວມກັນຫຼາຍຄັ້ງ ພ້ອມທັງໂຄສະນາຜ່ານສືມວນຊົນ ປຸກລະດົມໃຫ້ທຸກພາກສວ່ນໃນສັງຄົມ ລວມທັງແຂກທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມງານດັ່ງກ່າວ ໂດຍໃນປີນີ້ມີຜູ້ແຈ້ງຈຸດປະສົງເຂົ້າຮ່ວມງານເຖີງ 130 ພາກສ່ວນ, ມີຈຳນວນພົນເຂົ້າຮ່ວມຫຼາຍກ່ວາ 6.000 ຄົນ.






ການແຫ່ຜ້າປ່າ ມະຫາສາມັກຄີນີ້ ເປັນອີກກິດຈະກຳໜື່ງ ທີ່ຊາວຫຼວງພະບາງໄດ້ສືບທອດກັນມາໄດ້ຫຼາຍປີ ອັນຕົ້ນຕໍແມ່ນປຸກລະດົມວັດຖຸ ແລະ ປັດໄຈ ຕາມຄວາມສັດທາຂອງຊາວພຸດທະສາສະນິກະຊົນ ເພື່ອສົມທົບທືນໃນການບູລະນະ ແລະ ປະຕິສັງຂອນວັດວາອາຣາມທີ່ເກົ່າແກ່-ຊຸດໂຊມ ທັງເປັນການດືງດູດການທ່ອງທ່ຽວຢູ່ເມືອງມໍລະດົກໂລກຫຼວງພະບາງ ໃຫ້ມີຄວາມຄຶກຄື້ນຂື້ນຕື່ມ, ເຊີ່ງອົງການປົກຄອງແຂວງ ໄດ້ກຳນົດເອົາກິດຈະກຳການແຫ່ຜ້າປ່າ ເປັນອີກກິດຈະກຳໜື່ງ ໃນການສະເຫຼີມສະຫຼອງ ປີທ່ອງທ່ຽວລາວ ປີ 2018 ທີ່ຫຼວງພະບາງ. ໃນປີຜ່ານມາສາມາດລະດົມທືນໄດ້ເປັນເງີນສົດ 76 ລ້ານກ່ວາກີບ ແລະ ຜ້າໄຕຈີວອນຈຳນວນ 219 ກ່ວາຊຸດ ໂດຍໄດ້ມອບໃຫ້ອົງການພຸດທະສາສະໜາສຳພັນລາວ ແຂວງຫຼວງພະບາງໄປໝູນໃຊ້ໃນກິດຈະກຳຂອງຄະນະສົງ.




ໂດຍ: ອາພຸດເດດ ບຸບຜາ

© ຈໍາປາໂພສ |  www.champapost.com
_________
 

No comments

Powered by Blogger.