Header Ads

ລັດຖະມົນຕີກະຊວງ ຮສສ ເນັ້ນໃຫ້ຜູ້ຮັບຜິດຊອບດູແລເດັກ SOS ເພີ່ມທະວີການສຶກສາອົບຮົມເດັກໃຫ້ກາຍເປັນຄົນດີໃນສັງຄົມ






ໃນໂອກາດເຂົ້າຮ່ວມໂອ້ລົມກອງປະຊຸມສະຫລຸບແຜນການປີ 2017 ແລະ ຜ່ານແຜນການປີ 2018 ຂອງຜູ້ບໍລິຫານໂຄງການບ້ານຊ່ວຍເຫລືອເດັກນ້ອຍ SOS ລາວ ໃນວັນທີ 27 ພະຈິກນີ້, ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດດີການສັງຄົມ ( ຮສສ)ມີຄຳເຫັນວ່າ: ບ້ານຊ່ວຍເຫລືອເດັກນ້ອຍ SOS ລາວ ເປັນຂອງຂວັນອັນລໍ້າຄ່າຈາກອົງການ SOS ສາກົນ ມອບໃຫ້ລັດຖະບານ ກໍຄືເດັກກຳພ້າ-ກຳພອຍ ດ້ອຍໂອກາດ ໃນ ສປປ ລາວ



ໂດຍການ ສ້າງຂຶ້ນເພື່ອເປັນບ່ອນຢູ່ອາໃສສຳລັບເດັກກຳພ້າ-ກຳພອຍ ທີ່ຂາດບ່ອນເພີ່ງພາອາໃສ, ຂາດຜູ້ເບິ່ງແຍງລ້ຽງດູ ເທົ່າທີພວກເຂົາຄວນຈະໄດ້ຮັບ, ບ້ານຊ່ວຍເຫລືອເດັກນ້ອຍ SOS ລາວ ໄດ້ໃຫ້ການດູແລເບິ່ງແຍງດ້ວຍຄວາມຮັກ, ຄວາມອົບອຸ່ນ, ຕາມຫລັການຂອງອົງການ SOS ສາກົນ ແລະ ສອດຄ່ອງກັບຮີດຄອງປະເພນີອັນດີງາມຂອງລາວຄື: ເປັນແມ່ເປັນລູກກັນ, ເປັນເອື້ອຍນ້ອງກັນ, ເປັນຄອບຄົວດຽວກັນ ແລະ ເປັນບ້ານດຽວກັນ, ເພື່ອເຮັດໃຫ້ເດັກນ້ອຍທີ່ໄດ້ຮັບການລ້ຽງດູເບິ່ງແຍງມີຊີວິດການເປັນຢູ່, ມີສຸຂະພາບແຂງແຮງ, ໄດ້ຮັບການສຶກສາ ແລະ ມີອາຊີບເພື່ອຫາລ້ຽງຕົນເອງໄດ້. ຕາມຂໍ້ມູນສະຖິຕິປີ 2017 ເຫັນວ່າ: ມີເດັກກຳພ້າ-ກຳພອຍ ທີ່ຢູ່ໃນການຄຸ້ມຄອງຂອງບ້ານຊ່ວຍເຫລືອເດັກນ້ອຍ SOS ລາວ ຈຳນວນ 1.018 ຄົນ, ຍິງ 430 ຄົນ, ຊຶ່ງເປັນຄວາມຮັບຜິດຊອບອັນໃຫຍ່ຫລວງສົມຄວນ, ໃນການດູແລເບິ່ງແຍງເຂົາເຈົ້າໃຫ້ມີຊີວິດທີ່ດີ ໄດ້ຮັບການສຶກສາຄືກັບເດັກທົ່ວໄປ.



ທ່ານລັດຖະມົນຕີ ກ່າວຕື່ມອີກວ່າ: ຜ່ານການຮັບຟັງການນຳສະເໜີກ່ຽວກັບວຽກງານປົກປ້ອງທາງສັງຄົມ, ການປະກັນສັງຄົມ, ອັດຕາສ່ວນຂອງເດັກທີ່ມີຄວາມສ່ຽງດ້ານຕ່າງໆ, ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກຳມະການຄຸ້ມຄອງບ້ານຊ່ວຍເຫລືອເດັກນ້ອຍ SOS ລາວ ຈາກພາກສ່ວນກ່ຽວຂ້ອງ ແລະ ເຊື່ອໝັ້ນວ່າ: ທຸກປະເດັນຈະໄດ້ຮັບການເອົາໃຈໃສ່, ຄົ້ນຄວ້າ, ປຶກສາຫາລືແລກປ່ຽນເຊິ່ງກັນ ແລະ ກັນດ້ວຍຄວາມຮັບຜິດຊອບສູງ


ພ້ອມນີ້ ບັນຫາການຂາດແມ່ ແລະ ນ້າສາວ ຜູ້ລ້ຽງດູຂອງແຕ່ລະບ້ານນັ້ນ ໃຫ້ທຸກພາກສ່ວນແລກປ່ຽນຂໍ້ມູນນຳກັນ ເພື່ອຫາວິທີແກ້ໄຂ ແລະ ປັບປຸງຂອດການປະສານງານ, ການລາຍງານ ລະຫວ່າງພາກລັດ ແລະ ອົງການ ກໍຄືບັນດາບ້ານໃຫ້ໃກ້ສິດຕິດແທດກັນກວ່າເກົ່າ, ພ້ອມທັງ ຮຽກຮ້ອງໃຫ້ເອົາໃຈໃສ່ກ່ຽວກັບບັນຫາການສຶກສາອົບຮົມດ້ານການເມືອງແນວຄິດໃຫ້ແກ່ພະນັກງານ ໃຫ້ມີຄວາມອຸ່ນອ່ຽງທຸ່ນທ່ຽງປະກອບສ່ວນ ເຂົ້າໃນການປະຕິບັດໜ້າທີ່ຂອງຕົນ ແລະ ເພີ່ມທະວີການສຶກສາອົບຮົມເດັກແບບສ້າງສັນໃຫ້ກາຍເປັນຄົນດີໃນສັງຄົມ, ນອກນີ້ ຍັງເນັ້ນໃຫ້ເອົາໃຈໃສ່ເບິ່ງແຍງລ້ຽງດູເດັກໃຫ້ສອດຄ່ອງກັບ ຫລັກການ 4 ປະການຂອງອົງການ SOS ສາກົນ ແລະ ໃຫ້ການສຶກສາແກ່ເດັກຕາມ 5 ຫລັກມູນທີ່ກະຊວງສຶກສາທິການ ແລະ ກິລາວາງອອກອີກດ້ວຍ.

 ພາບ ແລະ ຂ່າວ: ເພັດສະໄໝ  (ກະຊວງແຮງງານ ແລະ ສະຫວັດດີການສັງຄົມ)
© ຈໍາປາໂພສ |  www.champapost.com
_________



No comments

Powered by Blogger.