Header Ads

ສາວງາມຈາກປະເທດອິນໂດເນເຊຍຄວ້າມົງກຸດ ໃນການປະກວດນາງງາມນານາຊາດໄດ້ຄອງ


ການປະກວດນາງງາມນານາຊາດ (Miss International  2017) ໄດ້ປິດສາກລົໃນຄໍ່າຄືນຂອງວັນທີ 14 ພະຈິກ 2017 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸນ ຜົນການປະກວດສາວງາມຈາກອິນໂດເນເຊຍ  ເຄວິນ ລິນເລຍນາ (Kevin Lilliana ) ເປັນຜູ້ຊະນະເລີດ ແລະ ສາມາດຄວ້າມຸງກຸດມາຄອງ.  ສ່ວນຮອງອັບດັບ 01 ໄດ້ແກ່ ນາງງາມຈາກຄູລາເຊົາ, ຮອງອັນດັບ 02 ໄດ້ແກ່ ນາງງາມຈາກ ເວເນຊູເອລ່າ, ຮອງອັນດັບ 03 ໄດ້ແກ່ນາງງາມອັອສເຕເລຍ ແລະ ໄດ້ລາງວັນສາວຫຸ່ນດີ ແລະ ຮອງອັນດັບ 04 ນາງງາມຍີ່ປຸ່ນ ແລະ ໄດ້ລາງວັນຊະນະເລີດຊຸດແຕ່ງກາຍປະຈຳຊາດ.


























ສໍາລັບ ມິມີ່ ພູນຊັບ ພົນໂຍທາ  (Miss International Laos 2017 ) ໂຕແທນສາວລາວ ແມ່ນເຮັດດີທີ່ສຸດ ໂດຍສາມາດເຂົ້າໄປຮອບ 8 ຄົນສຸດທ້າຍ ແຕ່ກໍຖືເປັນການສ້າງປະຫວັດສາດ ແລະ ກຽດປະຫວັດໃຫ້ແກ່ຄົນລາວທັງປະເທດສໍາລັບການເຂົ້າຮ່ວມການປະກວດໃນປີທໍາອີດ ຈາກທີ່ເຄີຍຈັດມາແລ້ວເຖິງ 57 ປີ ແລະ ມີສາວງງານຈາກທົ່ວໂລກຮ່ວມປະກວດເຖິງ 71 ປະເທດ.





© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.