Header Ads

ກອງບັນຊາການທະຫານແຂວງວຽງຈັນ ມອບເງິນ ຊ່ວຍເຫຼືອຜູ້ປະສົບໄພພິບັດທາງທຳມະຊາດໃຫ້ກັບ ກະຊວງ ຮສສ




ເພື່ອເປັນການຊ່ວຍເຫຼືອໃຫ້ກັບຜູ້ທີ່ຖືກເຄາະຮ້າຍຈາກໄພພິບັດທາງທຳມະຊາດ ( ນ້ຳຖ້ວມ ) ໃຫ້ທ່ວງທັນສະພາບ ໃຫ້ບັນດາແຂວງພາກເໜືອ,ພາກກາງ ແລະ ພາກໃຕ້ ທີໄດ້ຮັບຜົນກະທົບຈາກພະຍຸສົງກາ,ໃນວັນທີ 13 ພະຈິກ 2017ນີ້, ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ) , ກອງພົນທີ5 ກະຊວງປ້ອງກັນປະເທດ ໄດ້ຮ່ວມກັນບໍລິຈາກຊ່ວຍເຫຼືອປະຊາຊົນລາວຜູ້ຖືກເຄາະຮ້າຍຈາກພະຍຸດັ່ງກ່າວ ເປັນເງິນສົດ 12 ລ້ານກວ່າກີບ, ນຳມາມອບໃຫ້ກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ) ເພື່ອນຳໄປຊວ່ຍເຫຼືອຕໍ່ໃຫ້ກັບຜູ້ປະສົບໄພພິບັດດັ່ງກ່າວ; ຕາງໜ້າກ່າວມອບໂດຍ ທ່ານພັອ ບຸນມາ ວົງດາລາແສນ ຫົວໜ້າ ກອງບັນຊາການທະຫານແຂວງວຽງຈັນ ແລະ ກ່າວຮັບໂດຍ ທ່ານ ລີປ່າວ ຢ່າງ ຫົວໜ້າຫ້ອງການກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ ) ພ້ອມຄະນະ, ພ້ອມນີ້ ທ່ານຫົວໜ້າຫ້ອງການກະຊວງ ຮສສ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ພັກ-ລັດຖະບານ ແລະ ພາກສ່ວນກຽ່ວຂ້ອງ ທີ່ໄດ້ພ້ອມກັນບໍລິຈາກເງິນຊ່ວຍເຫຼືອ ປະຊາຊົນຜູ້ຖືກເຄາະຮ້າຍຈາກໄພພິບັດ ແລະ ຈະນຳເອົາເງິນຈຳນວນດັ່ງກ່າວເຂົ້ານຳໄປຊ່ວຍເຫຼືອໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກໄພພິບັດຈາກທຳມະຊາດ, ພ້ອມນັ້ນ ທ່ານຍັງຮຽກຮ້ອງເຖິ່ງພາກສວ່ນຕ່າງໆ ຮ່ວມກັນບໍລິຈາກເງິນ ແລະ ວັດຖຸສິ່ງຂອງ, ເຄື່ອງນຸ່ງຫົ່ມ, ເຄື່ອງອຸປະໂພກ-ບໍລິໂພກ ຕ່າງໆ ເພື່ອຊວ່ຍເຫຼືອໃຫ້ກັບຜູ້ປະສົບໄພທາງທຳມະຊາດ( ນ້ຳຖ້ວມ ແລະ ໄພໜາວ ) ກໍຄື ຟື້ນຟູບູລະນະພື້ນຖານໂຄງລ່າງ ຖະໜົນຫົນທາງ ແລະ ແນວພັນກະສິກຳ ເພື່ອໄປມອບໃຫ້ກັບປະຊາຊົນທີ່ຖືກຜົນກະທົບ.



ເຖິ່ງຢ່າງໃດກໍ່ຕາມ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍຍັງຕ້ອງການເງິນຊ່ວຍເຫຼືອຕື່ມອີກຈຳນວນຫລາຍ ເພື່ອນຳໄປຊ່ວຍເຫຼືອປະຊາຊົນຜູ້ທຸກຍາກ ແລະ ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ ( ນໍ້າຖ້ວມ - ໄພໜາວ) ແລະ ເກັບໄວ້ເປັນຄັ້ງແຮສຸກເສີນ ເພື່ອຊ່ວຍເຫຼືອ ປະຊາຊົນໃນຄັ້ງຕໍ່ໄປໃຫ້ທັນການແລະ ທ່ວງທັນກັບສະພາບ.

ຂ່າວ: ເພັດສະໄໝ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.