Header Ads

ລົດໃຫຍ່ຕຳລົດຈັກ ແລ້ວເສຍຫຼັກຕຳກຳແພງເຮືອນປະຊາຊົນ ຫົວຫຍໍ້ຄາທີ່




ໃນວັນທີ 14/11/2017 ເວລາປະມານ 23:40 ນາທີ  ໜ່ວຍກູ້ຊີບ-ກູ້ໄພ ນະຄອນຫຼວງ ໄດ້ຮັບແຈ້ງເຫດເຂົ້າເບີສຸກເສີນ 1624 ວ່າມີລົດໃຫຍ່ຕຳລົດຈັກ ແລ້ວເສຍຫຼັກຕຳກຳແພງ ຢູ່ບ້ານ ຫ້ວຍຫົງ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ.






ດັ່ງນັ້ນ,  ໜ່ວຍກູ້ຊີບ-ກູ້ໄພ ນະຄອນຫຼວງຈຶ່ງອອກກວດສອບເຫດ ພົບເຫັນຜູ້ບາດເຈັບ 3 ຄົນ ເປັນເພດຍິງ 2 ຄົນ.
ຄົນທີ 1 : ເປັນເພດຊາຍ ມີອາການເຈັບບ່າໄຫຼ່ເບື້ອງຂວາ, ກະທົບຄໍ ແລະ ມີບາດແຜຖະຫຼອກຕາມຕົນຕົວ.
ຄົນທີ 2 ແລະ 3 : ເປັນເພດຍິງ ເຊິ່ງມີພຽງແຕ່ບາດແຜຖະຫຼອກຕາມຕົນຕົວ.  ດັ່ງນັ້ນ ໜ່ວຍກູ້ໄພນະຄອນຫຼວງຈຶ່ງປະຖົມພະຍາບານເບື້ອງຕົ້ນ ແລ້ວນຳສົ່ງໂຮງໝໍມິດຕະພາບ 150 ຕຽງ. 



ພົບເຫດສຸກເສີນແຈ້ງ 1624 ເບີດຽວໃນນະຄອນຫຼວງວຽງຈັນ. ທ່ານສາມາດບໍລິຈາກເຂົ້າບັນຊີ ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ ໂດຍລະບຸການບໍລິຈາກ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ບັນຊີ; THE ASSOCIATION OF VOLUNTARY RESCUE VIENTIANE ເລກບັນຊີ: LAK0101200າ00993902001 ເບີໂທຕິດຕໍ່ 020 2244 1624

ທີ່ມາ: ໜ່ວຍກູ້ຊີບ-ກູ້ໄພ ນະຄອນຫຼວງ
© ຈໍາປາໂພສ |  www.champapost.com
_________
 

No comments

Powered by Blogger.