Header Ads

ລົດໃຫຍ່ເສຍຫຼັກຕຳເຮືອນປະຊາຊົນ ແລະ ຕູ້ ATM



ນະຄອນຫຼວງວຽງຈັນ : ໃນວັນທີ 24/11/2017 ເວລາ ປະມານ 04:04 ນາທີ ໜ່ວຍກູ້ຊີບ-ກູ້ໄພ ນະຄອນຫຼວງໄດ້ຮັບແຈ້ງເຫດເຂົ້າເບີສຸກເສີນ 1624 ວ່າມີລົດໃຫຍ່ເສຍຫຼັກຕຳເຮືອນປະຊາຊົນ ບ້ານ ທົ່ງຂັນຄຳ ເມືອງ ຈັນທະບູລິ ນະຄອນຫຼວງວຽງຈັນ. 





ດັ່ງນັ້ນ ໜ່ວຍກູ້ຊີບ-ກູ້ໄພ ນະຄອນຫຼວງຈຶ່ງອອກກວດສອບເຫດ ພົບເຫັນຜູ້ບາດເຈັບ 1 ຄົນ ເປັນເພດຊາຍ ເຊິ່ງມີອາການເຈັບກ້ານຄໍແລະ ຫາຍໃຈບໍ່ອອກ. ທີມງານໜ່ວຍກູ້ໄພນະຄອນຫຼວງຈຶ່ງປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງໂຮງໝໍມະໂຫສົດ. 



ພົບເຫດສຸກເສີນແຈ້ງ 1624 ເບີດຽວໃນນະຄອນຫຼວງວຽງຈັນ. ທ່ານສາມາດບໍລິຈາກເຂົ້າບັນຊີ ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ ໂດຍລະບຸການບໍລິຈາກ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ບັນຊີ; THE ASSOCIATION OF VOLUNTARY RESCUE VIENTIANE ເລກບັນຊີ: LAK0101200າ00993902001 ເບີໂທຕິດຕໍ່ 020 2244 1624

ພາບ ແລະ ຂ່າວ: ໜ່ວຍກູ້ຊີບ-ກູ້ໄພ ນະຄອນຫຼວງ

No comments

Powered by Blogger.