Header Ads

ແຊຣເຕືອນກັນດ່ວນ !!! ສາວນ້ອຍໜ້າໃສຕ້ອງໜ້າພັງຍ້ອນຄີມໜ້າຂາວ ຝາກເຕືອນສາວໆເປັນອຸທາຫອນ



ສາວໆທີ່ມັກຫຼົງໄຫຼກັບການໂຄສະນາຄີມໜ້າຂາວເບິ່ງນ້ອງມີນາ ເປັນຕົວຢ່າງ, ນ້ອງບອກວ່າຍອມຈຳນົນກັບຄີມແລ້ວເຫັນຄົນຂາຍທົ່ວບ້ານທົ່ວເມືອງຫຼາຍຄົນໃຊ້ກະບອກວ່າດີ ໂຕເອງຈິ່ງຊື້ມາລອງທຳອິດກໍ່ດີໜ້າຂາວຈົວະເໝືອນນາງຟ້າ ແຕ່ພາຍຫຼັງມາຕົກໃຈຕົນເອງເໝືອນກາຍພັນ ໜ້າທັງດຳທັງເປັນສີວຈິ່ງຝາກເຕືອນສາວໆໃຫ້ລະວັງໄວ້ວ່າຊ້ານ!!!!



ນ້ອງຄົນນີ້ເມື່ອກ່ອນຜີວພັນເສາະໃສແບບນີ້ລະ ນ້ອງບອກວ່າເປັນຄົນຜີວແພ້ງ່າຍແຕ່ໜ້າກໍ່ບໍ່ເຄີຍພັງຂະໜາດນັ້ນ ຊຶ່ງທີມງານລາວອັບເດດພວກເຮົາໄດ້ສອບຖາມໄປຍັງນ້ອງຜູ້ປະສົບເຫດກັບຄີມໜ້າຂາວຄົນນີ້ ນ້ອງບອກວ່າໄດ້ເລີ່ມໃຊ້ຄີມຊະນິດດັ່ງກ່າວມາແຕ່ເດືອນ 7 ປີ 2016 ໃຊ້ມາເປັນເວລາ 5 ເດືອນ ທຳອິດກໍ່ເຫັນຜົນໃຊ້ດີຕິດໃຈອີຫຼີ ແຕ່ດົນໆມາຮູ້ສຶກວ່າແປກໆ ພໍຢຸດໃຊ້ມື້ 2 ມື້ຄືຈັ່ງມີຕຸ່ມນ້ອຍໆຂຶ້ນພໍ 3-4 ມື້ເຂົ້າໄປໜ້າເລີ່ມຮູ້ສຶກຄັນ ທົດລອງຫ່າງມັນອີກ 1 ອາທິດປະກົດວ່າສິວຂຶ້ນເຕັມໜ້າເລີຍເປັນສິວຫົວໜອງຫົວບັກໃຫຍ່ໆຈິ່ງຕັດສິນໃຈຢຸດເຊົາ ແລະຜົນຂອງມັນກໍ່ອອກມາເປັນແບບໃນຮູບທີ່ເຫັນນີ້



ຖາມວ່ານ້ອງມີນາຮູ້ຈັກຄີມໜ້າຂາວນີ້ໄດ້ແນວໃດ? ນ້ອງບອກວ່າເຫັນເຂົາໂຄສະນາ ໃຜກະໃຊ້ໃນກຸ່ມຄົນຮູ້ຈັກຫຼາຍຄົນອີກຢ່າງໄປໃສາມາໃສກໍ່ເຫັນຄົນຂາຍຕາມຮ້ານຕ່າງໆກໍ່ເລີຍລອງມາໃຊ້ເບິ່ງ, ທີ່ຈິງນ້ອງເປັນຄົນຜີວມັນກ່ອນໃຊ້ກໍ່ມີສິວຢູ່ແຕ່ບໍ່ເປັນຫົວໃຫຍ່ມະຫຶມາຂະໜາດນັ້ນໜ້າກໍ່ບໍ່ໄດ້ດຳ.





ໄລ່ມາຮອດຕອນນີ້ນ້ອງໄດ້ເຊົາໃຊ້ຄີມໜ້າຂາວນັ້ນໄປແລ້ວເກືອບປີໜຶ່ງເດືອນໜ້າກໍ່ຄົບປີແລ້ວ ພະຍາຍາມຫາຢາມາຮັກສາກໍ່ບໍ່ງາມຄືເກົ່າ.



ນ້ອງບອກວ່າເມື່ອກ່ອນຖ້າເປັນສິວຂຶ້ນມາໃຊ້ສະໝູນໄພຫວ່ານຫາງແຂ້ທາກໍ່ເຊົາໄປເອງ ແຕ່ຕອນນີ້ທາຫວານຫາງແຂ້ກໍ່ແພ້ຄືກັນ ບໍ່ຮູ້ຈະໃຊ້ຫຍັງອີກແລ້ວ, ສ່ວນສະພາບຂອງໃບໜ້າຫຼັງເຊົາໃຊ້ຄີມ ແລະພະຍາຍາມຫາຢາມາປົວ ແຕ່ອາການກໍ່ກາຍເປັນຊຳເຮື້ອເປັນໆຫາຍໆ ຜູ້ໃດຮູ້ຢາຫຍັງຢ່າລືມບອກນ້ອງແນ່ເດີ ເພື່ອຈະໄດ້ລ້າງສານພິດຕົກຄ້າງອອກໃຫ້ໝົດ ແລະກັບມາງາມແບບທຳມະຊາດ.

ຂໍ້ມູນ:  ລາວອັບເດດ
© ຈໍາປາໂພສ |  www.champapost.com
_________
 

No comments

Powered by Blogger.