Header Ads

ພົບພະພຸດທະຮູບທີ່ມີອາຍຸຫຼາຍກ່ວາ 700 ປີ ຢູ່ເຂດບ້ານເມືອງໝໍ ເມືອງແກ່ນທ້າວ ແຂວງໄຊຍະບູລີ






ໃນເວລາ 11 ໂມງ 58 ນາທີ ຂອງວັນທີ 13 ພະຈິກ ປີ 2017 ນີ້, ທ້າວໂກສິນ ພິມພອນ ອາຍຸ 27 ປີ ປະຊາຊົນ ບ້ານເມືອງໝໍ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ພົບເຫັນພະພຸດທະຮູບເກົ່າອົງໜຶ່ງຢູ່ເດີ່ນຫຍ້າລ້ຽງສັດຂອງທ່ານ ຫຸມພັນ ສອນສຸພາບ ນັກທຸລະກິດບ້ານເມືອງໝໍ.

ຕາມການບອກເລົ່າຂອງທ່ານ ຫຸມພັນ ສອນສຸພາບ ເຊິ່ງເປັນເຈົ້າຂອງເດີ່ນຫຍ້າດັ່ງກ່າວໃຫ້ຮູ້ວ່າ: ໄດ້ຊື້ດິນສວນແຫ່ງນີ້ຈາກພໍ່ຕູ້ ທິດປັນ ຫຼື ສອງເມືອງ ເພື່ອເຮັດເປັນເດີ່ນຫຍ້າລ້ຽງສັດຢູ່ຕິດກັບແຄມນໍ້າເຫືອງ ມີເນື້ອທີ່ 2 ເຮັກຕາກວ່າ ແລະ ໃຫ້ທ້າວໂກມິນ ຜູ້ເປັນຫຼານຊ່ວຍລ້ຽງງົວຢູ່ເດີ່ນນີ້.






ທ່ານ ຫຸມພັນ ໄດ້ເລົ່າຕໍ່ໄປວ່າ: ຕອນສວຍມື້ພົບພະພຸດທະຮູບ ທ້າວໂກມິນ ໄດ້ໂທຫາວ່າເຫັນພະພຸດທະຮູບ ຈາກນັ້ນ ທ່ານ ຫຸມພັນ ໄດ້ແຈ້ງໄປຫາອຳນາດການປົກຄອງບ້ານເມືອງໝໍ ເພື່ອລາຍງານຕໍ່ໃຫ້ທາງເມືອງຮັບຮູ້ ຈາກນັ້ນທາງຫ້ອງການຖະແຫຼງຂ່າວ,ວັດທະນະທຳແລະທ່ອງທ່ຽວເມືອງໄດ້ລົງໄປຕິດຕາມກວດກາເບິ່ງຕົວຈິງ.




ພະພຸດທະຮູບດັ່ງກ່າວ ຢູ່ໃນລວງນອນ ກາງເດີ່ນຫຍ້າ ທີ່ເປັນໂພນນ້ອຍອ້ອມຮອບມີກ້ອນດິນຈີ່ເກົ່າຈໍານວນຫຼາຍ. ຕາມການບອກເລົ່າສືບຕໍ່່ກັນມາຂອງເຖົ້າແກ່ຫຼາຍຄົນໃຫ້ຮູ້ວ່າ: ບໍລິເວນດັ່ງກ່າວເປັນທີ່ຕັ້ງຂອງວັດເກົ່າໃນຫຼາຍຮ້ອຍປີກ່ອນ ສັນນິຖານວ່າ ບ່ອນທີ່ພົບພະພຸດທະຮູບອາດຈະເປັນສິມນໍ້າ.ພາຍຫຼັງທີ່ພົບເຫັນ ທາງພະສົງແລະເຖົ້າແກ່ແນວໂຮມບ້ານເມືອງໝໍ ໄດ້ເຮັດພິທີອັງເຊີນພະພຸດທະຮູບອົງດັ່ງກ່າວໄປວັດບ້ານເມືອງໝໍຊົ່ວຄາວ.

ພະພຸດທະຮູບອົງນີ້ເປັນໂລຫະຄ້າຍຄືທອງເຫຼືອງ ມີຖານກ້ວາງ 19 ຊັງຕີແມັດ,ສູງ 31 ຊັງຕີແມັດ,ໜ້າຕັກ 15 ຊັງຕີແມັດ, ນໍ້າໜັກ 4 ກິໂລ.ສັນນິຖານເບື້ອງຕົ້ນ ພະພຸດທະຮູບອົງດັ່ງກ່າວອາດມີອາຍຸຫຼາຍກ່ວາ 700 ປີ.

ພາບ ແລະ ຂ່າວ: ນສພ ເສດຖະກິດ-ການຄ້າ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.