Header Ads

ການເຂົ້າເປັນສະມາຊິກສະຫະກອນຜູ້ຜະລິດກາເຟ ສາມາດຍົກຖານະເສດຖະກິດຄອບຄົວດີຂຶ້ນ







ການເຂົ້າເປັນສະມາຊິກສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນ ຂອງຊາວກະສິກອນທີ່ຢຶດຖືອາຊີບໃນການປູກກາເຟເພື່ອຈໍາໜ່າຍເປັນສິນຄ້າແມ່ນມີຜົນດີ ເພື່ອຕອບສະໜອງໃຫ້ຊີວິດການເປັນຢູ່ຂອງແຕ່ລະຄອບຄົວມີລາຍຮັບເພີ່ມຂຶ້ນ.ທັງໄດ້ຮັບຜົນປະໂຫຍດອັນລວມມາສູ່ຊຸມຊົນ ກໍ່ຄືກຸ່ມການຜະລິດຕື່ມອີກ.








ນາງ ສົມພອນ ແກ້ວປະເສີດ ສະມາຊິກສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນ ໃຫ້ຮູ້ວ່າ: ປັດຈຸບັນຄອບຄົວຂອງຕົນແມ່ນຢູ່ບ້ານ ໜອງສໍາພັນ ເມືອງປາກຊ່ອງ ແຂວງຈໍາປາສັກ ໂດຍຢຶດຖືອາຊີບທໍາການຜະລິດເຮັດສວນກາເຟເປັນຕົ້ນຕໍ. ຜ່ານມາການປູກກາເຟແມ່ນເຮັດແບບປະຖົມປະຖານອາໄສທໍາມະຊາດ ບໍ່ມີເຕັກນິກວິຊາການ, ຜົນຜະລິດຕໍ່າ, ການຈໍາໜ່າຍກາເຟກໍ່ບໍ່ໄດ້ລາຄາດີເທົ່າທີ່ຄວນ ເນື່ອງຈາກຂາຍໃຜ, ຂາຍມັນດ້ວຍລາຄາບໍ່ຄົງທີ່ ຊຶ່ງບາງປີລາຄາດີ, ບາງປີລາຄາກໍ່ຕົກຕໍ່າ ສົ່ງຜົນໃຫ້ລາຍຮັບຄອບຄົວບໍ່ພຽງພໍກັບຄ່າໃຊ້ຈ່າຍຕ່າງໆໃນແຕ່ລະວັນ. ພາຍຫຼັງທີ່ມີໂຄງການພັດທະນາກະສິກໍາເຂດພູພຽງບໍລະເວນເຂົ້າມາຊ່ວຍເຫຼືອດ້ານການຊຸກຍູ້ສົ່ງເສີມເຕັກນິກ ແລະ ວິຊາການປູກແບບໃໝ່ ໃນປີ 2005 ໃຫ້ເຮັດແບບເປັນກຸ່ມການຜະລິດຢູ່ເຂດເມືອງປາກຊ່ອງ ຈິ່ງເຮັດໃຫ້ຊາວສວນຈໍານວນບໍ່ໜ້ອຍມີຄວາມສົນໃຈໃນໂຄງການດັ່ງກ່າວ. ຕົກມາຮອດປີ 2011 ບ້ານ ໜອງສໍາພັນ ໄດ້ມີການລວມກຸ່ມການຜະລິດ ແລະ ສະໝັກເຂົ້າເປັນສະມາຊິກຂອງສະຫະກອນ ເຊິ່ງເບື້ອງຕົ້ນມີຈໍານວນ 25 ຄອບຄົວ ແລະ ໜຶ່ງໃນນັ້ນກໍ່ແມ່ນຄອບຄົວຂອງຂ້າພະເຈົ້າທີ່ສະໝັກເຂົ້າເປັນສະມາຊິກຂອງກຸ່ມ.



ນາງ ສົມພອນ ແກ້ວປະເສີດ ໃຫ້ຮູ້ຕື່ມວ່າ: ການຜະລິດກາເຟຂອງຄອບຄົວແມ່ນມີເນື້ອທີ່ສວນກາເຟປະເພດຕ່າງໆຄື: ກາເຟນ້ອຍ 8 ເຮັກຕາກ່ວາ, ກາເຟກາງ 4 ເຮັກຕາກ່ວາ. ໃນປີ 2016-2017 ໄດ້ນໍາເອົາກາເຟເຂົ້າສູນທັງໝົດ 45 ພັນກ່ວາກິໂລ, ໃນລາຄາ 4.150 ກີບຕໍ່ກິໂລ ໝາກແດງ, ລວມມູນຄ່າ 190 ລ້ານກ່ວາກີບ. ກາເຟກາງ 13 ພັນກ່ວາກິໂລ, ລາຄາ 4.400 ກີບຕໍ່ກິໂລ ໝາກແດງ, ມູນຄ່າ 57 ລ້ານ ກ່ວາກີບ. ສາມາດລວມລາຍຮັບໄດ້ທັງໝົດ 248 ລ້ານກ່ວາກີບ, ຊຶ່ງຖ້າທຽບໃສ່ຜູ້ທີ່ບໍ່ແມ່ນສະມາຊິກຂອງສະຫະກອນແມ່ນຂາຍໄດ້ພຽງ 197 ລ້ານກ່ວາກີບ ຂອງຈໍານວນກາເຟດັ່ງກ່າວ.



ທ່ານ ບຸນເຮືອງ ວົງມະນີຄູນ ຮອງອໍານວຍການ ສະຫະກອນຜູ້ຜະລິດກາເຟ ເຂດພູພຽງບໍລະເວນ ກ່າວວ່າ: ມາດຕະຖານການເຮັດກະສິກໍາອິນຊີ (ສະອາດ, ປອດສານພິດ) ຂອງກຸ່ມສະຫະກອນ ຜູ້ຜະລິດກາເຟ ເຂດພູພຽງບໍລະເວນ (ສຜກ) ແມ່ນມີຫຼາຍປັດໄຈເພື່ອຮັບປະກັນໃຫ້ແກ່ຄຸນນະພາບຂອງກາເຟແຕ່ລະປະເພດເຊັ່ນ: ຫ້າມໃຊ້ຜະລິດຕະພັນເຄມີທຸກປະເພດເຂົ້າໃນຂະບວນການຜະລິດກາເຟ, ຫ້າມສະມາຊິກໃຊ້ປຸ໋ຍອິນຊີທຸກປະເພດທີ່ວາງຂາຍໃນທ້ອງຕະຫຼາດ (ຖ້າບໍ່ໄດ້ຮັບອະນຸຍາດຈາກສະຫະກອນ), ຫ້າມໃຊ້ຂີ້ໄກ່ພັນທີ່ມາຈາກຟາມ, ສະມາຊິກຕ້ອງເຮັດຄູກັນນໍ້າ ຫຼື ປູກຕົ້ນໄມ້ກັ້ງບັງ ຖ້າມີຂອບເຂດຂອງສວນຊຶ່ງຕິດກັບສວນທີ່ໃຊ້ຜະລິດຕະພັນເຄມີ, ສະມາຊິກທີ່ສະໝັກໃໝ່ຕ້ອງຢູ່ໃນໄລຍະປັບປ່ຽນ 3 ປີ ນັບແຕ່ມີຜູ້ກວດສອບພາຍໃນລົງກວດຕົວຈິງ, ຫ້າມຫົດພົ່ນສານເຄມີປາບສັດຕູພືດ ໃນຂອບເຂດເກັບຮັກສາຜົນຜະລິດອິນຊີຢ່າງເດັດຂາດ. ແນວພັນກາເຟທີ່ສະມາຊິກສະຫະກອນນໍາມາປູກຕ້ອງຮູ້ແຫຼ່ງທີ່ມາ ສາມາດກວດຄືນໄດ້ ແລະ ຕ້ອງມາຈາກສວນອິນຊີ, ໃນເວລາກ້າ-ບົວລະບັດແນວພັນຫ້າມໃຊ້ ເຄມີທຸກຊະນິດ.




ກະສອບທີ່ບັນຈຸຜະລິດຕະພັນອິນຊີຕ້ອງເປັນສອບທີ່ສະອາດປາສະຈາກສານເຄມີ. ຫ້າມຕັດຕົ້ນໄມ້ໃຫຍ່ ຫຼື ປ່າສະຫງວນເພື່ອມາເຮັດສວນອິນຊີ ແລະ ບໍ່ຄວນເຜົາທໍາລາຍເສດໄມ້ ຫຼື ພືດໃນສວນ. ສະມາຊິກສະຫະກອນຕ້ອງບົວລະບັດຮັກສາສວນກາເຟເປັນຕົ້ນ ປູກຕົ້ນໄມ້ໃຫ້ຮົ່ມ, ປູກພືດຄຸມດິນ, ລິແໜງແຕ່ງຫງ່າຕົ້ນກາເຟ. ຕ້ອງບໍາລຸງຮັກສາສວນກາເຟດ້ວຍການເຮັດຝຸ່ນບົ່ມທີ່ນໍາໃຊ້ເສດພືດໃນສວນ ຫຼື ຂີ້ສັດ ໃສ່ໃນສວນຢ່າງໜ້ອຍ 1 ຄັ້ງຕໍ່ປີ, ຂີ້ສັດຕ້ອງຜ່ານຂະບວນການໝັກ ຫຼື ບົ່ມຢ່າງໜ້ອຍ 3 ເດືອນ ຈິ່ງສາມາດນໍາມາໃສ່ສວນໄດ້. ຕ້ອງຮັກສາເຄື່ອງມືອຸປະກອນທຸກຊະນິດທີ່ໃຊ້ໃນການເຮັດສວນອິນຊີ ໃຫ້ຢູ່ໃນສະພາບທີ່ສະອາດ ປາສະຈາກການໃຊ້ຮ່ວມກັນກັບຜະລິດຕະພັນເຄມີ. ຕ້ອງອະນາໄມສະຖານທີ່ໃຫ້ມີຄວາມສະອາດສະເໝີ ເປັນຕົ້ນ ແມ່ນສວນກາເຟ, ສູນແປຮູບກາເຟ, ໂຮງງານສີກາເຟບໍ່ໃຫ້ມີສິ່ງເສດເຫຼືອ ທີ່ເປັນພິດຕໍ່ສະພາບແວດລ້ອມ.


 ຂ່າວ-ພາບ: ຈັນທະວີສັກ (ນສພ ຈໍາປາໃໝ່)
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.