Header Ads

ປີ 2017 ໃຊ້ງົບປະມານ ບູລະນະຮັກສາທາງຫຼວງ ມູນຄ່າ 580 ຕື້ກວ່າກີບ





ໃນປີ 2017 ກະຊວງໂຍທາທິການ ແລະ ຂົນສົ່ງ ( ຍທຂ ) ໄດ້ຈັດຕັ້ງປະຕິບັດວຽກງານບູລະນະຮັກສາທາງຫຼວງແຫ່ງ ຊາດ ທັງໝົດ 126 ສັນຍາ ຂຶ້ນກັບ 25 ໂຄງການ ມູນຄ່າ 581, 77 ຕື້ກີບ . ໃນນີ້, ກໍານົດ 5 ເດືອນ ຄືບໜ້າ 89,6%  ແລະ ສໍາເລັດ 100% ມີ 97 ສັນຍາ  ແລະ 29 ສັນຍາ ບໍ່ສໍາເລັດຕາມແຜນ. ເນື່ອງຈາກຫຼາຍປັດໄຈ ແລະ ຜູ້ຮັບເໜົາຂາດຄວາມຮັບຜິດຊອບ.



ທ່ານ ແພງ ດວງເງິນ ຫົວໜ້າກົມຂົວທາງ ກະຊວງ ຍທຂ ໃຫ້ຮູ້ວ່າ:  ການຈັດຕັ້ງປະຕິບັດວຽກງານບູລະນະຂົວທາງ ໄດ້ແບ່ງອອກເປັນ 3 ບຸລິມະສິດ ຄື:  ສ້ອມແປງ ແລະ ຟື້ນຟູໂຄງສ້າງທາງທີ່ເປ່ເພເຊັ່ນ: ໂຄງສ້າງທາງຍຸບ, ບວມ, ເສຍຮູບຊົງ ແລະ ໜ້າທາງເປັນຂຸມ, ສ້ອມແປງຮ່ອງລະບາຍນໍ້າ, ຕະລິ່ງທາງເຈື່ອນ, ລະບົບສັນຍານຈະລາຈອນ, ຫຼັກໝາຍກິໂລແມັດ, ຕີເສັ້ນແບ່ງເລນທາງ,  ສ້ອມແປງຂົວ ແລະ ລະບົບລະບາຍນໍ້າລອດທາງທີ່ເປ່ເພ; ສ້ອມແປງ ແລະ ຟື້ນຟູໂຄງສ້າງທາງທີ່ເຫັນວ່າເລີ່ມມີການເປ່ເພ, ສີດທັບໜ້າທາງບາງໄລຍະ ທີ່ເຫັນວ່າໜ້າທາງເກົ່າມີການຫຼຸດ ລອກ ແຕ່ໂຄງສ້າງຍັງດີ ແລະ ຮັບປະກັນຢູ່ ແລະ ປັບປຸງຍົກລະດັບທາງບາງຈຸດທີ່ເຫັນວ່າມີລະດັບຕໍ່າມັກມີນໍ້າຖ້ວມ ຂັງ, ກໍ່ສ້າງຮ່ອງນໍ້າບາງຈຸດ,  ວາງທໍ່ລະບາຍນໍ້າລອດທາງໃໝ່, ຕິດຕັ້ງເຫຼັກປ້ອງກັນໄພ ແລະ ຮາວປ້ອງກັນໄພໃສ່ ຈຸດທີ່ມີຄວາມສ່ຽງຕໍ່ການເກີດອຸບັດຕິເຫດສູງ ໃນການຈັດຕັ້ງປະຕິບັດ ທັງໝົດ 126 ສັນຍາ  ຍັງ 29 ສັນຍາ ບໍ່ສໍາ ເລັດຕາມແຜນ. ໃນນີ້, 25 ສັນຍານອນໃນ 8 ໂຄງການຄື:  ໂຄງການທີ 1 ຜົ້ງສາລີ, ທີ 3 ຫຼວງນໍ້າທາ,  ທີ 4 ອຸດົມ ໄຊ, ທີ 5 ບໍ່ແກ້ວ, ທີ  11 ໄຊຍະບູລີ, ທີ 17 ຄໍາມ່ວນ, ທີ 19 ສາລະວັນ ແລະ ທີ 20 ຈໍາປາສັກ ແມ່ນໃຫ້ຕໍ່ສັນຍາ ຮອດທ້າຍເດືອນທັນວາ 2017 , ສໍາລັບ 4 ສັນຍາທີ່ນອນໃນໂຄງການທີ 3 ທາງເລກທີ 17A  ຫຼວງນໍ້າທາ, ໂຄງການ ທີ 5  ທາງເລກທີ  R3A ບໍ່ແກ້ວ, ໂຄງການທີ 12 ທາງເລກທີ 13 N ນວ ແລະ ໂຄງການທີ 13 ທາງເລກທີ 13 N ວຽງຈັນ ແມ່ນປິດສັນຍາ. ນອກນັ້ນ, ຍັງມີການບູລະນະຮັກສາທາງຫຼວງດ້ວຍແຮງງານປະຊາຊົນ ເຫັນວ່າບໍ່ສາມາດ ຈັດຕັ້ງປະຕິບັດໄດ້ ແລະ ບໍ່ມີປະສິດທີຜົນເທົ່າທີ່ຄວນ, ການຕິດຕາມປະຕິບັດສັນຍາຂອງຫ້ອງການ ຍທຂ ເມືອງ ຍັງບໍ່ທັນເຮັດຢ່າງເປັນປະຈໍາ ແລະ ບໍ່ທົ່ວເຖິງ , ປະຊາຊົນຜູ້ຮັບຜິດຊອບແຕ່ລະຕອນທາງ ບໍ່ສາມາດປະຕິບັດໄດ້ ໝົດທຸກໜ້າວຽກທີ່ກໍານົດໃນສັນຍາ ມີພຽງໜ້າວຽກຖາງຫຍ້າບໍລິເວນສອງຂ້າງທາງທີ່ຖືກຈັດຕັ້ງປະຕິບັດ. ນອກນີ້, ລາຄາຍັງບໍ່ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ ມີຄວາມແຕກຕ່າງ 1,2​ ຫາ 3,8 ລ້ານກີບ/ ກມ.



ຜ່ານການຈັດຕັ້ງປະຕິບັດຂອງວຽກງານບູລະນະຮັກສາທາງຫຼວງ ເຫັນວ່າກົມຂົວທາງບໍ່ສາມາດຕິດຕາມ, ຊຸກຍູ້ການ ຈັດຕັ້ງປະຕິບັດວຽກງານບັນດາໂຄງການຢ່າງທົ່ວເຖິງ, ໂຄງການຍັງບໍ່ມີພາລະບົດບາດ ເພື່ອເປັນບ່ອນອິງໃນການ ຈັດຕັ້ງປະຕິບັດວຽກ ເຮັດໃຫ້ມີຄວາມຫຍຸ້ງຍາກໃນການປະສານ ແລະ ສະຫຼຸບລາຍງານ, ຄະນະຄຸ້ມຄອງບາງໂຄງການ ຍັງມີຂໍ້ຈໍາກັດດ້ານປະສົບການ, ຮັບຜິດຊອບຫຼາຍວຽກ ເຮັດໃຫ້ການຕິດຕາມ ແລະ ຄຸ້ມຄອງສັນຍາບໍ່ທົ່ວເຖິງ ບໍ່ສາ ມາດຮັບປະກັນຄຸນນະພາບຕາມມາດຖານເຕັກນິກ ແລະ ສໍາເລັດຕາມກໍານົດເວລາ. ນອກນີ້, ການນໍາໃຊ້ງົບປະມານ ບາງໂຄງການຍັງບໍ່ຖືກເປົ້າໝາຍ, ມີການປ່ຽນແປງໜ້າວຽກໂດຍບໍ່ໄດ້ຮັບອະນຸມັດຈາກກົມຂົວທາງເຮັດໃຫ້ເສັ້ນທາງ ບໍ່ໄດ້ຮັບການສ້ອມແປງຕາມການຂຶ້ນແຜນ ແລະອື່ນໆ.



ທ່ານ ແພງ ດວງເງິນ ໃຫ້ຮູ້ຕື່ມວ່າ: ໃນການແກ້ໄຂໃນຕໍ່ໜ້າ ແມ່ນນໍາໃຊ້ລະບົບຄຸ້ມຄອງຕາໜ່າງທາງຫຼວງ ເປັນ ເຄື່ອງມືໃນການເກັບກໍາຂໍ້ມູນສະພາບທາງຫຼວງ, ວິເຄາະ ແລະ ຈັດລຽງບຸລິມະສິດ ເພື່ອເປັນບ່ອນອິງໃນການຂຶ້ນ ແຜນວຽກ ແລະ ຈັດສັນງົບປະມານໃຫ້ມີຄວາມເປັນເອກະພາບ ໃນຂອບເຂດທົ່ວປະເທດ, ກໍານົດເງື່ອນໄຂ ແລະ ການດໍາເນີນຕີລາຄາປະເມີນຜົນ ການຈັດຕັ້ງປະຕິບັດວຽກງານຂອງບໍລິສັດຮັບເໜົາຄວນໃຫ້ຊັດເຈນ ແລະ ເຄັ່ງ ຄັດກວ່າເກົ່າ, ຄະນະຄຸ້ມຄອງໂຄງການຕ້ອງເປັນເຈົ້າການໃນການຕິດຕາມກວດກາ ແລະ ລາຍງານປະຕິບັດສັນຍາ ຢ່າງເປັນປະຈໍາ ພ້ອມທັງຮັບຜິດຊອບໃນການປ້ອນຂໍ້ມູນເຂົ້າລະບົບ IRAM ພາຍຫຼັງການຈັດຕັ້ງປະຕິບັດວຽກງານ ສໍາເລັດ ແລະ ກົມຂົວທາງຕ້ອງເປັນເຈົ້າການປະສານກັບພະແນກ ຍທຂ ແຂວງ, ນວ ໃນການຊີ້ນໍາຄະນະຄຸ້ມຄອງ ໂຄງການໃນການຈັດຕັ້ງປະຕິບັດວຽກຢ່າງປົກກະຕິ ເພື່ອຮັບປະກັນໃນການນໍາໃຊ້ງົບປະມານໃຫ້ຖືກເປົ້າໝາຍ ທັງຮັບປະກັນໃຫ້ໄດ້ຄຸນນະພາບ ແລະ ສໍາເລັດຕາມກໍານົດເວລາ. ເຊິ່ງໃນປີ 2018 ມີທັງໝົດ 129 ສັນຍາ ມີ 3 ບຸລິມະສິດ ຄື: ບຸລິມະສິດທີໜຶ່ງ ມູນຄ່າ  606.380.208.852 ກີບ, ບຸລິມະສິດທີສອງ 175.437.892.328 ກີບ ແລະ  ບູລິມະສິດທີສາມ 894.398.312.735 ກີບ

ທີ່ມາ: ນສພ ຄວາມສະຫງົບ
© ຈໍາປາໂພສ |  www.champapost.com
_________


No comments

Powered by Blogger.