Header Ads

ສ້າງເສັ້ນທາງມູນຄ່າສູງ ຄຸນນະພາບຕໍ່າ




ບັນຫາ​ການ​ກໍ່ສ້າງ​ເສັ້ນທາງ​ທີ່​ມີ​ມູນ​ຄ່າ​ສູງ​ແຕ່​ຂາດ​ຄຸນ​ນະພາ​ບ ​ເຮັ​ດ​ໃຫ້​ລັດ​ເຮົາ​ເສຍ​ຜົນ​ປະ​ໂຫຍ​ດຍ້ອນ​ບໍ່​ພາກັນ​ປະຕິບັດ​ກົດໝາຍ ​ເປັນຕົ້ນການ​ປະມູນ, ການ​ກວດກາ​ຫົວໜ່ວຍ​ກໍ່ສ້າງ​ກໍ​ແມ່ນ​ໜຶ່ງ​ໃນ​ທີ​ເດັດ​ໃນ​ການ​ຊັກ​ຖາມ​ຂອງ​ຜູ້​ແທນ​ປະຊາຊົນ​ທີ່​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ສະ​ໄໝ​ສາມັນ​​ເທື່ອ​ທີ 4 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 8 ​ໃນ​ອາທິ​ດຜ່ານ​​ມາ. ຕໍ່​ຄຳ​ຊັກ​ຖາມ​ດັ່ງກ່າວ, ທ່ານ​ນາຍົກລັດຖະມົນຕີ​ເຮົາ​ກໍ​ໄດ້​ຕອບ​ດ້ວຍ​ຄວາມ​ເປັນ​ຈິງ, ຕ້ອງ​ໄດ້​ພ້ອມ​ກັນ​ເຂົ້າ​ໃຈ ​ແລະ ພ້ອມ​ກັນ​ແທ້. ບັນຫາ​ຄຸນ​ນະພາ​ບ ​ແລະ ປະສິດທິພາບ​ເສັ້ນທາງ​ທີ່​ໄດ້​ກໍ່ສ້າງ​ຜ່ານ​ມາ​ມີ​ມູນ​ຄ່າ​ສູງ​ເກີນ​ກວ່າ​ຄວາມ​ເປັນ​ຈິງ ​ແລະ ຄຸນ​ນະພາ​ບຊ້ຳພັດ​ຕໍ່າ​ເກີນ​ຄວາມ​ສາມາດ​ທີ່​ຈະ​ສຳນຶກ. ພວກ​ເຮົາ​ເຄີຍ​ເວົ້າຫລິ້ນ​ເວົ້າຫົວ​ນຳ​ກັນ​ເປັນ​ພາສາ​ອັງກິດ​ກ່ຽວ​ກັບ​ການ​ສ້າງ​ເສັ້ນທາງ​ຢູ່​ປະ​ເທດ​ເຮົາ​ໄດ້​ຖືກ​ຂະໜານ​ນາມ “​ໂລ​ໂປຼຟາຍ ຮາ​ຍ​ໂປຼຟິດ” ​ແປ​ວ່າ: ຄຸນ​ນະພາ​ບຕໍ່າ​ກຳ​ໄລ​ສູງ, ຄຸນ​ນະພາ​ບຕໍ່າ​ກຳ​ໄລ​ງາມ. ຂ້າພະ​ເຈົ້າຈະ​ຂໍ​ແບ່ງ​ປະ​ເພດ​ອອກ​ໃຫ້​ສະມາຊິກ​ສະພາ​ຮູ້​ນຳ​ກັນ​ວ່າ: ​ໄລຍະ​ຜ່ານ​ມາ ການ​ກໍ່ສ້າງ​ເສັ້ນທາງ​ຂອງ​ປະ​ເທດ​ເຮົາ​ຈັດ​ອອກ​ເປັນ​ປະ​ເພດ​ດັ່ງ​ນີ້: ປະ​ເພດ​ທີ​ໜຶ່ງ ​ເປັນ​ໂຄງການ​ນອກ​ແຜນ​ເອກະ​ຊົນ​ຂໍ​ລົງທຶນ​ກ່ອນ ​ແບບ​ນີ້​ແມ່ນ​ບໍ່​ມີ​ການ​ສຳ​ຫລວດ​ທີ່​ມີ​ມາດຕະຖານ​ຕາມ​ຫລັກ​ວິຊາ​ການ​ໃດໆ​ເລີຍ, ຜູ້​ກໍ່ສ້າງ​ສຳ​ຫລວດ​ເອງ, ອອກ​ແບບ​ເອງ, ກຳນົດ​ລາຄາ​ຫົວໜ່ວຍ​ເອົາ​ເອງ. ຕໍ່​ປະ​ເພດ​ນີ້​ຖື​ວ່າ​ປະ​ເພດ​ລາຄາ​ຖືກ, ຄຸນ​ນະພາ​ບດີ, ​ໃຜ​​ເວົ້າ​ໄດ້​ແດ່ ​ແລະ ​ໃຜ​ກ້າ​ເວົ້າ ?. ປະ​ເພດ​ທີ​ສອງ ​ແມ່ນ​ພຽງ​ຢູ່​ໃນ​ແຜນ, ມີ​ແຜນ​ຢາກ​ກໍ່ສ້າງ​ໃນ​ໄລຍະ​ຕ່າງໆ​ຂອງ​ແຂວງ, ອາດ​ອ້າງ​ວ່າ​ຄະນະ​ປະຈຳ​ຕົກລົງ, ອາດ​ຈະ​ມີ​ຢູ່​ໃນ​ກະຊວງ, ອາດ​ມີ​ການ​ສຳ​ຫລວດ​ອອກ​ແບບ​ໄວ້​ແລ້ວ, ​ແຕ່​ບໍ່​ທັນ​ມີ​ທຶນ​ເຮັດ, ຍັງ​ບໍ່​ມີ​​ໃນ​ແຜນ​ງົບປະມານ, ຜູ້​ຮັບ​ເໝົາ​ກໍ່ສ້າງ​ຂໍ​ເຮັດ​ກ່ອນ​ຈະ​ໃຫ້​ຊຳລະ​ຕາມ​ຫລັງ​ກໍ​ໄດ້ ​ເພາະ​ຜູ້​ຮັບ​ເໝົາ​ມີ​ເງິນ​ແລ້ວ, ຈະ​ເຮັດ​ຊ່ວຍ. ​ແຕ່​ເມື່ອ​ໄດ້​ຮັບ​ການ​ຕົກລົງ​ແລ້ວ​ຊ້ຳພັດ​ເອົາ​ໃບ​ຕົກລົງ​ໄປ​ຢືມ​ທະນາຄານ​ມາ​ສ້າງ, ບໍ່​ມີ​ການ​ປະມູນ, ພຽງ​ລາຄາ​ກໍ​ເຮັດ​ໂລດ, ​ເອົາ​ລາຄາ​ຂຶ້ນ​ເພື່ອ​ໄວ້ ​ເພາະ​ລັດຖະບານ​ຕິດ​ໜີ້, ​ເອົາ​ປະລິມານ​ລົງ, ​ເອົາ​ຄຸນ​ນະພາ​ບລົງຕໍ່າ​ທີ່​ສຸດ, ລັດ​ຕິດ​ໜີ້​ລັດຖະບານ​ໃຫ້​ກູ້​ເປັນ​ໜີ້​ເສຍ (NPL). ປະ​ເພດ​ສາມ ​ແມ່ນ​ມີ​ໃນ​ແຜນ, ມີ​ການ​ອອກ​ແບບ, ມີ​ການ​ກຳນົດ​ຫົວໜ່ວຍ​ລາຄາ, ມີ​ງົບປະມານ​ ​ແຕ່​ບໍ່ພໍ​ບາດ​ດຽວ, ​ແບ່ງ​ອອກ​ເປັນ​ຫລາຍ​ປີ. ບາດ​ກໍ່ສ້າງ​ໄປ​ກະຊິ​ບໍ່​ໄດ້​ເງິນ​ພໍ​ຂຶ້ນລາຄາ​ຫົວໜ່ວຍ, ​ເຮັດ​ວຽກ​ເພີ່ມ, ຕັດ​ມາດຕະຖານ​ລົງ, ລັດ​ຕິດ​ໜີ້​ຊຳ​ບໍ່​ໄດ້​ຕາມ​ແຜນ, ຜູ້​ຮັບ​ເໝົາ​ກໍກ້າ​ຈະ​ຂໍ​ສິດ​ພິ​ເສດ​ຕ່າງໆ​ນາໆ.



ຈາກ​ບັນດາ​ບັນຫາ​ທີ່​ເວົ້າມາ​ນີ້ ຈຶ່ງ​ເຮັດ​ໃຫ້​ໂຄງການ​ກໍ່ສ້າງ​ເສັ້ນທາງ​ຂອງ​ພວກ​ເຮົາ​ມີ​ສະພາບ​ເປັນ​ແບບ​ນີ້, ຍັງ​ໄຄ​ແດ່​ແຕ່​ໂຄງການ​ຊ່ວຍ​ເຫລືອ ODA ຂອງ​ຕ່າງປະ​ເທດ ​ເພາະ​ຄວບ​ຄຸມ​ໄປ​ຕາມ​ມາດຕະຖານ​ຂອງ​ເຂົາ, ມີ​ການ​ໂລບ​ໜ້ອຍ, ຄຸນ​ນະພາ​ບກໍ​ພໍ​ໄດ້. ​ແຕ່​ໂຄງການ​ກູ້​ຢືມ​ຮູບ​ແບບ EPC ນັ້ນ ກໍ​ມີ​ຊ່ອງ​ຫວ່າງ​ຫລາຍ​ເໝືອນ​ກັນ. ດັ່ງນັ້ນ ນັບ​ແຕ່​ເດືອນ​ເມສາ 2016 ມາ​ນີ້, ລັດຖະບານ​ໄດ້​ຢຸດຕິ​ໝົດ​ບັນດາ​ໂຄງການ ​ໂດຍ​ສະ​ເພາະ​​ໂຄງການ​ປະ​ເພດ​ທີ 1, ປະ​ເພດ​ທີ 2 ກວດກາ​ຄືນ​ໝົດ​ບັນດາ​ໂຄງການ​ປະ​ເພດ 3. ກ່ຽວກັບ​ການ​ຊຳລະ​ໜີ້​ກໍ​ໄດ້​ແຍກ​ອອກ​ແລ້ວ, ກວດກາ​ຄືນ​ໃໝ່​ໝົດ. ປະ​ເພດ​ນອກ​ແຜນ​ນອກ​ຫລັກການ​ທັງ​ໝົດ​ແມ່ນ​ບໍ່​ທັນ​ນອນ​ຢູ່​ໃນ​ບັນຊີ​ຊຳລະ​ໜີ້​ເທື່ອ. ບັນດາ​ໂຄງການ​ໃນ​ແຜນ​ແຕ່​ກວດ​ເຫັນ​ຄວາມ​ຜິດ​ປົກກະຕິ​ຕ່າງໆ​ກໍ​ຕ້ອງ​ກວດຄືນ, ຈະ​ຊຳລະ​ສະ​ສາງ​ໄດ້​ກໍ​ຕໍ່​ເມື່ອ​ເຫັນ​ວ່າ​ສຳ​ເລັດ​ແທ້, ຖືກຕ້ອງ​ຕາມ​ຫລັກການ, ມີ​ຄວາມ​ເປັນ​ຈິງ​ທາງ​ດ້ານ​ມູນ​ຄ່າ ຈຶ່ງ​ຈັດ​ເຂົ້າ​ໃນ​ແຜນ​ຊຳລະ​ສະ​ສາງ ​ແລະ ​ໃຊ້​ໜີ້​ຕາມ​ຂະ​ບວນການ​ທີ່​ໂປ່​ງ​ໃສ.




ນີ້​ຄື​ທີ​ເດັດ​ແຫ່ງ​ຄຳ​ຕອບ​ຕໍ່​ຄຳ​ຊັກ​ຖາມ​ຂອງ​ຜູ້​ແທນ​ປະຊາຊົນ​ໃນ​ສະພາ. ​ແນວ​ໃດ​ກໍ​ຕາມ, ຜູ້​ຂຽນ​ວ່າ​ມັນ​ກໍ​ຂອງ​ສົມ​ພໍ​ພວກ​ເຮົາ​ທີ່​ຍັງ​ບໍ່​ທັນ​ຮູ້ ​ແລະ ​ເຫັນ​ເນື້ອ​ເຫັນ​ຕ່ອນ​ກໍ​ມີ​ແຕ່​ພາກັນ​ຈົ່ມ​ວ່າ​ເສັ້ນທາງ​ສ້າງ​ໄປ​ແລ້ວ​ມັນ​ບໍ່​ໄດ້​ມາດຕະຖານ, ສ້າງ​ບໍ່​ພໍ​ປີ​ສອງ​ປີ​ບາງ​ຈຸດ​ບາງ​ບ່ອນ​ມັນ​ກໍ​ເລີ່​ມມີ​ບັນຫາ​ເປ່​ເພ ​ເຊິ່ງຕົ້ນ​ເຫດ​ຂອງ​ບັນຫາ​ກໍ​ຍ້ອນ​ມັນ​ມີ​ຫລາຍ​ປັດ​ໄຈ ນັບ​ແຕ່​ກົກ​ເຖິງ​ປາຍ, ນັບ​ແຕ່​ສູງ​ລົງ​ຫາ​ຕໍ່າ ​ເສັ້ນທາງ​ມັນ​ກໍ​ເລີຍ​ມີ​ມູນ​ຄ່າ​ສູງ ​ແຕ່​ຄຸນ​ນະພາ​ບຊ້ຳພັດ​ຕໍ່າ, ຜູ້​ຮັບ​ພາລະ​ກໍ​ຄື​ລັດຖະບານ​ຊຸດ​ໃໝ່​ນີ້​ລະ​ເຂົາ​ວ່າ: “ກວາງ​ກິນ​ໝາກຂາມ​ປ້ອມ​ພັດ​ໄປ​ຄາກົ້ນຂີ້​ມັ່ງ, ມັ່ງ​ບໍ່​ຂີ້​ສາມມື້ກະ​ຕ່າ​ຍຕາຍ” ສົມ​ພໍ​ດອກ.

ເນື້ອໃນຂ່າວ: ນສພ ລາວພັດທະນາ
© ຈໍາປາໂພສ |  www.champapost.com
_________



No comments

Powered by Blogger.