Header Ads

ຜົນການສັນນະສູດເຫດເດັກນ້ອຍ 3 ຄົນ ເສຍຊີວິດຢູ່ເມືອງໝື່ນ ແຂວງວຽງຈັນ


ອິງຕາມການລາຍງານຂອງ ນສພ ຄວາມສະຫງົບວ່າ : ເຫດການກ່ຽວກັບການເສຍຊີວິດຂອງເດັກນ້ອຍ 3 ຄົນ ຢູ່ບ້ານປ່າໄຜ ເມືອງໝື່ນ ແຂວງວຽງຈັນ ໃນທ້າຍເດືອນຕຸລາ 2017 ໄດ້ມີບຸກຄົນໂພດສ໌ລົງທາງສື່ອອນລາຍ ເຟັດບຸກ (Facebook) ວ່າ: ເສຍຊີວິດຍ້ອນເຂົ້າຈີ່ປາເຕ້, ອ້າງວ່າຜົວວາງແຜນຂ້າເມຍ ແຕ່ລູກຮັບເຄາະແທນ, ເຊິ່ງເຮັດໃຫ້ຫຼາຍຄົນໄດ້ແຊກັນຕໍ່ໆ ພ້ອມທັງສະແດງຄວາມຄິດເຫັນຕ່າງໆນາໆ ແຕ່ບໍ່ມີມູນຄວາມຈິງ ແລະ ຫຼັກຖານໃດໆມາອ້າງອີງ ທຸກຄໍາຄິດເຫັນລ້ວນແຕ່ແມ່ນການຄາດເດົາເທົ່ານັ້ນ, ເຊິ່ງສ້າງຄວາມເສຍຫາຍໃຫ້ກັບຄອບຄົວຜູ້ຖືກເຄາະຮ້າຍ ແລະ ແມ່ຄ້າຂາຍເຂົ້າຈີ່ຈໍານວນຫຼາຍ.



ຫຼ້າສຸດ, ພັຕ ແສງເພັດ ສຸທຳມະວົງ ຮອງຫົວໜ້າພະແນກຕຳຫຼວດສືບສວນ-ສອບສວນ ປກສ ແຂວງວຽງຈັນ ໄດ້ເປີດເຜີຍຄວາມຄືບໜ້າຕໍ່ໜັງສືພີມຄວາມສະຫງົບ ໃນວັນທີ 7 ພະຈິກ 2017 ວ່າ: ເດັກທັງສາມຄົນເສຍຊີວິດຍ້ອນທາດເບື່ອແທ້ ແຕ່ຍັງບໍ່ພົບວ່າເປັນທາດເບື່ອຊະນິດໃດ. ເຊິ່ງຕາມການສັນນະສູດຕົວຈິງ ການເສຍຊີວິດຂອງເດັກນ້ອຍທັງສາມຄົນນັ້ນ ອາການເບື້ອງນອກມີຮ່ອງຮອຍເລັບມືກໍ່າຊໍ້າທັງສອງຂ້າງ, ຮິມສົບກໍ່າ ສ່ວນຮ່າງກາຍແມ່ນບໍ່ພົບເຫັນຮ່ອງຮອຍບາດແຜ ຫຼື ບວມຊໍ້າໃດໆ. ສໍາລັບຜົນພິສູດຂອງກົມຕໍາຫຼວດນິຕິວິທະຍາ ກະຊວງ ປກສ ຢູ່ເຮືອນຂອງເດັກທັງສາມຄົນໃນເບື້ອງຕົ້ນ ພົບວ່າ: ຢູ່ອະໄວຍະວະພາຍໃນພົບເຫັນ ປອດເປັນສີມ່ວງ, ຫົວໃຈແຮ່ວແວບເປັນສີບົວອ່ອນ, ແຕ່ດ້ານໃນຫົວໃຈເລືອດບໍ່ກ້າມຕົວ, ຕັບ, ມ້າມ, ໝາກໄຂ່ຫຼັງ ແລະ ກະເພາະອາຫານ ມີລັກສະນະເປັນສີບົວ. ນອກນີ້, ຄະນະແພດປະຈໍາໂຮງໜໍເມືອງໝື່ນ ແຂວງວຽງຈັນ ກໍໄດ້ໄປພິສູດເຊັ່ນກັນ ຕາມຜົນການກວດເອກະສານສະບັບເລກທີ 196,197,198/ສທມ,ໝ ລົງວັນທີ 26 ຕຸລາ 2017 ແມ່ນເສຍຊີວິດຍ້ອນທາດເບື່ອ ແຕ່ຍັງບໍ່ຮູ້ວ່າເປັນສານຜິດຊະນິດໃດ. ປັດຈຸບັນ, ເຈົ້າໜ້າທີ່ຕໍາຫຼວດ ປກສ ແຂວງວຽງຈັນ ສົມທົບກັບກົມຕໍາຫຼວດນິຕິວິທະຍາ ກໍາລັງສືບຕໍ່ພິສູດຫາສານຜິດດັ່ງກ່າວ ຄາດວ່າຈະຮູ້ຜົນໃນໄວໆນີ້. ສ່ວນຜູ້ເປັນພໍ່ຂອງເດັກທັງສາມຄົນ ທີ່ຂ່າວລືວ່າ: ຕໍາຫຼວດຈັບຕົວແລ້ວແມ່ນບໍ່ມີຄວາມຈິງ, ເຈົ້າໜ້າທີ່ຕໍາຫຼວດຍັງບໍ່ໄດ້ຄວບຄຸມຕົວ ເຊິ່ງລໍຖ້າແຕ່ຜົນພິສູດຫາສານຜິດເທົ່ານັ້ນ ວ່າເກີດມາຈາກໃສແທ້.



ເຈົ້າໜ້າທີ່ສືບສວນ-ສອບສວນ ປກສ ແຂວງວຽງຈັນ ໃຫ້ຮູ້ວ່າ: ເຫດການດັ່ງກ່າວນີ້, ໃນເບື້ອງຕົນ ໃນວັນທີ 24 ຕຸລາ 2017 ພໍ່ຂອງເດັກທັງສາມຄົນ ຊື່ທ້າວ ຟືວ່າງ ອາຍຸ 32 ປີ ຢູ່ບ້ານປ່າໄຜ ເມືອງໝື່ນ ແຂວງວຽງຈັນ ໄດ້ເດີ່ນທາງໄປນະຄອນຫຼວງວຽງຈັນ ເພື່ອໄປຂັບລົດຈົກຢູ່ນຳທ້າວ ລໍ່ ອາຍຸ 50 ປີ ຢູ່ບ້ານສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ແຕ່ຍັງບໍ່ທັນໄດ້ເຮັດວຽກ. ມື້ຕໍ່ມາຜູ້ກ່ຽວຈຶ່ງອອກໄປຫຼິ້ນຕະຫຼາດເຊົ້າ ແລ້ວໄດ້ຈ້າງລົດໂດຍສານກັບບ້ານ ເມື່ອມາຮອດຕະຫຼາດສີໄຄ ຈຶ່ງບອກໃຫ້ໂສເຟີຈອດລົດເພື່ອຊື້ເຂົ້າຈີ່ປາເຕ້ ກ້ອນລະ 5.000 ກີບ ຈຳນວນ 1 ກ້ອນ, ແຕ່ຍັງບໍ່ທັນໄດ້ກິນ ເພາະໃນລົດໂດຍສານຄົນຫຼາຍ ຈຶ່ງເກັບຮັກສາໄວ້ໃນກະເປົາເຄື່ອງ, ພໍມາຮອດບ້ານໃນເວລາ 16:00 ໂມງ ໄດ້ວາງກະເປົາໄວ້ ແລ້ວໄປອຸ້ມເອົາລູກຊາຍ ອາຍຸ 6 ເດືອນ. ຈາກນັ້ນ, ລູກສາວກົກຊື່ ນາງ ແກ້ວຢ່າງ ອາຍຸ 8 ປີ ໄດ້ໄປຄົ້ນກະເປົາເຄື່ອງຂອງພໍ່ ເຫັນເຂົ້າຈີ່ປາເຕ້ ແລ້ວເອົາໄປໃຫ້ແມ່ ຊື່ ນາງ ນູວ່າງ ອາຍຸ 24 ປີ ທີ່ກຳລັງແຕ່ງກິນຢູ່ເຮືອນຄົວ, ສ່ວນຜູ້ເປັນແມ່ແມ່ນໄດ້ແບ່ງເຂົ້າຈີ່ ເປັນສາມສ່ວນໃຫ້ ນາງ ແກ້ວຢ່າງ, ນາງ ນີຢ່າງ ອາຍຸ 5 ປີ ແລະ ນາງ ຫຼ້ານ້ອຍຢ່າງ ອາຍຸ 3 ປີ, ພາຍຫຼັງລູກທັງສາມໄດ້ກິນເຂົ້າຈີ່ໝົດແລ້ວ ຈຶ່ງພາກັນກິນເຂົ້າຮ່ວມກັນອີກ. ຈາກນັ້ນ, ສອງຜົວເມຍໄດ້ພາກັນໄປອາບນໍ້າຢູ່ຫ່າງຈາກເຮືອນປະມານ 25 ແມັດ, ໃນຂະນະນັ້ນ ຜູ້ເປັນແມ່ກັບຄືນມາເອົາສະບູຢູ່ເຮືອນ ພົບເຫັນລູກທັງສາມຄົນນອນໝົດສະຕິຢູ່ກາງເຮືອນ ຫ່າງກັນປະມານຄົນລະແມັດ ແລະ ມີຟອດສີຂາວໄຫຼອອກຈາກປາກ ຈຶ່ງໄດ້ຮ້ອງໃຫ້ຜົວມາຊ່ວຍນຳສົ່ງໂຮງໝໍເມືອງໝື່ນ ເມື່ອໄປຮອດ ນາງ ແກ້ວຢ່າງ ໄດ້ເສຍຊີວິດແລ້ວ, ອີກສອງຄົນແມ່ນຍັງຫາຍໃຈຢູ່ ແລະ ເສຍຊີວິດໃນເວລາຕໍ່ມາ.



ຄລີບອອກມາຊີແຈງຂອງຜູ້ເປັນຜົວ ກໍລະນີຂ່າວລືຜົວວາງແຜນຂ້າເມຍ ແຕ່ລູກຮັບເຄາະແທນ


ເນື້ອໃນຂ່າວ: ນສພ ຄວາມສະຫງົບວ່າ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.