Header Ads

ພົບ 2 ສົບ ຢູ່ກ້ອງລ່າງຮ້ານເສີມສວຍ ບ້ານໂພນທອງ



ໃນວັນທີ 9 ພະຈິກ 2017, ເຈົ້າຂອງຮ້ານເສີມສວຍຢູ່ບ້ານໂພນທອງ ເມືອງໂພນທອງ ແຂວງຈຳປາສັກ ໄດ້ເຂົ້າແຈ້ງຄວາມຕໍ່ເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງໂພນທອງ ວ່າ ມີລູກຄ້າ 2 ຄົນ ທີ່ມາໃຊ້ບໍລິການຢູ່ຮ້ານ ເສຍຊີວິດຢູ່ກ້ອງລ່າງຂອງຮ້ານ ສະພາບສົບເຕັມໄປດ້ວຍເລືອດ ແລະ ມີມິດຕົກຢູ່ດ້ານຂ້າງຜູ້ເສຍຊີວິດ 2 ດວງ.



ເຈົ້າໜ້າທີ່ຕໍາຫຼວດສືບສວນ-ສອບສວນ ປກສ ເມືອງໂພນທອງໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມຈາກເຈົ້າຂອງຮ້ານເສີມສວຍດັ່ງກ່າວ ໄດ້ຟ້າວໄປປະສານສົມທົບກັບອໍານາດການປົກຄອງບ້ານ ເຂົ້າໄປກວດກາ ແລະ ພິສູດສະຖານທີ່ດັ່ງກ່າວ. ຜ່ານການພິສູດສະຖານທີ່ເກີດເຫດ ພົບເຫັນຜູ້ເສຍຊີວິດຊື່ ທ້າວ ກົງ ອາຍຸ 55 ປີ ແລະ ນາງ ງ່າຍ ອາຍຸ 42 ປີ ທັງສອງຄົນຢູ່ບ້ານໂພນທອງ ເມືອງໂພນທອງ ແຂວງງຈຳປາສັກ ເຊິ່ງທ້າວ ກົງ ແມ່ນຖືກຂອງມີຄົມແທງ 2 ບາດ ເຂົ້າບໍລິເວນໜ້າທ້ອງ 1 ບາດ ແລະ ສ້ວງຂ້າງຊ້າຍ 1 ບາດ ແລະ ນາງ ງ່າຍ ແມ່ນຖືກຂອງມີຄົມແທງ 3 ບາດ ເຂົ້າບໍລິເວນໜ້າເອິກ. ຂອບເຂດສະຖານທີ່ເກີດເຫດ ພົບເຫັນມີດ 2 ດວງ, ດວງທີ 1 ຍາວ 31 ຊັງຕີແມັດ, ກວ້າງ 3 ຊັງຕີແມັດ ແລະ ດວງທີ 2 ຍາວ 21,19 ຊັງຕີແມັດ, ກວ້າງ 1,5 ຊັງຕີແມັດ, ໂທລະສັບ 1 ໜ່ວຍ, ຢາສູບ 1 ຊອງ, ກັບໄຟ 1 ອັນ, ເງິນ 361 000 ກີບ, ລົດຈັກເວບຈີນສີຂຽວບໍ່ມີປ້າຍທະບຽນ 1 ຄັນ ແລະ ມີເຈ້ຍ 2 ໃບຂຽນໜັງສືຍາວສາມໜ້າ ຢູ່ໃນຖົງເສື້ອຂອງນາງ ງ່າຍ ຜູ້ເສຍຊີວິດ.


ຕາມການສອບຖາມເຈົ້າຂອງຮ້ານເສີມສວຍ ໄດ້ໃຫ້ການຕໍ່ເຈົ້າໜ້າທີ່ວ່າ: ກ່ອນເກີດເຫດໃນວັນທີ 8 ເວລາປະມານ 14 ໂມງ ທ້າວ ກົງ (ຜູ້ເສຍຊີວິດ) ໄດ້ຂີ່ລົດຈັກເຂົ້າມາຫາທີ່ຮ້ານ ແລ້ວບອກວ່າຈະມີຄົນມາຍ້ອມຜົມນຳ ຕໍ່ມາປະມານ 5 ນາທີ ກໍ່ເຫັນນາງ ງ່າຍ (ຜູ້ເສຍຊີວິດ) ໄດ້ເຂົ້າມາໃຊ້ບໍລິການຍ້ອມຜົມນຳ, ຫຼັງຈາກຍ້ອມຜົມແລ້ວ ທ້າວ ກົງ ແມ່ນເປັນຜູ້ຈ່າຍເງິນຄ່າຍ້ອມຜົມ ແລະ ໄດ້ໄປນັ່ງລົມກັນກັບນາງ ງ່າຍ ຢູ່ກ້ອງຕະລ່າງຮ້ານເສີມສວຍ ຮອດເວລາປະມານ 14 ໂມງ 40 ນາທີ ເຈົ້າຂອງຮ້ານໄດ້ປິດຮ້ານ ແລ້ວບອກຜູ້ເສຍຊີວິດທັງສອງຄົນວ່າ ຈະໄປເມືອງປາກເຊ. ສ່ວນ ທ້າວກົງ ແລະ ນາງ ງ່າຍ ແມ່ນໄດ້ນັ່ງລົມກັນຢູ່ອູ່ກ້ອງຕະລ່າງຮ້ານເສີມເສີຍ, ຮອດເວລາປະມານ 17 ໂມງ 30 ນາທີ ເຈົ້າຂອງຮ້ານໄດ້ກັບມາແຕ່ເມືອງປາກເຊ. ຈາກນັ້ນ, ກໍກິນເຂົ້າ ແລ້ວກໍ່ເຂົ້ານອນ, ຈົນຮອດເວລາ 5 ໂມງ ຂອງວັນທີ 9 ພະຈິກ 2017 ເຈົ້າຂອງຮ້ານໄດ້ລຸກໜຶ້ງເຂົ້າ ແລ້ວຈຶ່ງໄດ້ເຫັນ ນາງ ງ່າຍ ແລະ ທ້າວກົງ ນອນເສຍຊີວິດຢູ່ກ້ອງຕະລ່າງຮ້ານ.


ເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງໂພນທອງ ໃຫ້ຮູ້ອີກວ່າ: ທັງສອງຄົນແມ່ນລັກຮັກແບບຊູ້ສາວກັນ, ສຳລັບທ້າວ ກົງ ແມ່ນໄດ້ປະກັນກັບເມຍແຕ່ບໍ່ທັນໄດ້ເຊັນໃບຢ່າຮ້າງ ແລະ ນາງ ງ່າຍ ແມ່ນມີຜົວຢູ່ແລ້ວ. ປັດຈຸບັນຄະດີດັ່ງກ່າວ, ເຈົ້າໜ້າທີ່ກຳລັງດຳເນີນການສືບສວນ-ສອບສວນຫາຜູ້ກໍ່ເຫດຄາດຕະກໍາໃນຄັ້ງນີ້ ເພື່ອມາດຳເນີນຄະດີຕາມລະບຽບກົດໝາຍບ້ານເມືອງ.


ພາບ ແລະ ຂ່າວ: ສນພ ຄວາມສະຫງົບ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.