Header Ads

ນັກສຶກສາແພດສາດ ອິນເດຍຄ້ວາມົງກຸດນາງງາມໂລກ 2017



ສາວງາມຈາກປະເທດອິນເດຍ ມານູຊີ ຊີລລາ  ( Miss Manushi Chhillar ) ຄ້ວາມົງກຸດນາງງານໂລກ 2017 (Miss World 2017) ໄປຄອງ ເຊິ່ງ ມານູຊີ ຊີລລາ ອາຍຸ  20 ປີ ເປັນນັກສຶກສາແພດສາດ ທີ່ມະຫາວິທະຍາໄລລັດຫາຢານາ (Haryana University)  ແລພ ເປັນຄົນທີ່ຫຼົງໄຫຼການເຕັ້ນລໍາຄຣາສິກຂອງອິນເດຍທີ່ສຸດ. 








ສໍາລັບການປະກວດນາງງານໂລກ 2017 (Miss World 2017) ໄດ້ຈັດການປະກອບຮອບສຸດທ້າຍໃນຄໍ່າຄືນວັນທີ 18 ພະຈິກ (ຄືນວານີ້) ທີ່ມົນທົນໄຫ່ໜານ  ປະເທດຈີນ  ໂດຍມີສາວງານຈາກ 67 ເຂົ້າປະກວດໃນປີນີ້.​ ໂດຍຜົນປະກວດແມ່ນ ມານູຊີ ຊີລລາ ຄ້ວາມົງກຸດ ນາງງານໂລກ 2017, ແອນເດຍ ເມຊາ ໄດ້ຮອງອັນດັບ 1 ສາວງານຈາກປະເທດແມັກຊີໂກ (Miss Andrea Meza )ແລະ ສເຕຟານີ ຮີລ ສາວງາມຈາກປະເທດອັງກິດໄດ້ຮອງອັນດັບ 2 (Miss Stephanie Hill). 
















ສໍາລັບ ຕົ້ນຄໍາ ພົນຈັນເຮືອງ  (Miss Tonkham Phonchanheuang ) ໂຕແທນສາວລາວ ແລະ ແມ່ຍີງລາວ ແມ່ນເຮັດໜ້າທີ່ເຕັມທີ່ ແລະ ດີທີ່ສຸດແລ້ວສໍາລັບຄັ້ງທໍາອິດຂອງ ສປປ ລາວໃນເວທີປະກວດນາງງານໂລກ. 












© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.