Header Ads

ລັດເຊຍເຜີຍແຜ່ວິດີໂອ ການໂຈມຕີເຂດທີ່ໝັ້ນ IS ໃນຊີຣີ ດ້ວຍຂີປະນາວຸດຈາກເຮືອດຳນໍ້າ


ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 14 ກັນຍາ 2017 ທີ່ຜ່ານມາວ່າ: ກະຊວງປ້ອງກັນປະເທດລັດເຊຍໄດ້ເຜີຍແຜ່ວິດີໂອ ປະຕິບັດການໂຈມຕີເຂດທີ່ໝັ້ນຂອງກຸ່ມ IS ໃນເມືອງເດອີ ເອສຊໍ ຂອງຊີຣີ ດ້ວຍການຍິງຂີປະນາວຸດຈຳນວນ 7 ລູກອອກຈາກກອງເຮືອດຳນ້ຳທີ່ລອຍລຳຢູ່ໃນທະເລເມດີເຕີເຣນຽນ.

ໂດຍເປົ້າໝາຍຕ່າງໆໃນເຂດທີ່ໝັ້ນຂອງ IS ຕາມທີ່ວາງແຜນໄວ້ປະກອບດ້ວຍສູນບັນຊາການ, ສູນການສື່ສານ, ຄັງອາວຸດ ທີ່ຢູ່ໃນເຂດພາຍໃຕ້ການຄຸ້ມຄອງຂອງ IS ໃນເມືອງເດອີ ເອສຊໍ ຢູ່ພາກຕາເວັນອອກຂອງຊີຣີ.



ວິດີໂອ ບັນຍາກາດໃນຫ້ອງປະຕິບັດການ:

 

ທີ່ມາ: ອິດສະຫຼະ

No comments

Powered by Blogger.