Header Ads

ນາຍົກຫ້າມບໍ່ໃຫ້ສວຍໂອກາດໃຊ້ຄຳວ່າ ຫັນດິນເປັນທຶນ ຫລື ຫັນຊັບພະຍາກອນເປັນທຶນ



ເມື່ອ​ຕົ້ນ​ອາທິດນີ້, ທ່ານ ທອງ​ລຸນ ສີ​ສຸລິດ ນາຍົກລັດຖະມົນຕີ​ ແຫ່ງ ສປປ ລາວ ​ໄດ້​ຊີ້​ແຈງ​ຕໍ່​ສະມາຊິກ​ສະພາ​ແຫ່ງ​ຊາດ ​ໃນ​ກອງ​ປະຊຸມ​ສະ​ໄໝສາມັນ​ເທື່ອ​ທີ 4 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VIII ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ທີ່​ດິນ ທີ່​ໄດ້​ພົບ​ບັນຫາ​ຈຳນວນ​ໜຶ່ງ ​ເປັນ​ຕົ້ນ​ແມ່ນການ​ແບ່ງ​ຂັ້ນ​ຄຸ້ມ​ຄອງ​ວຽກ​ງານ​ການ​ພິຈາລະນາ​ອະນຸມັດ​ເຊົ່າ ​ແລະ ການ​ສຳ​ປະທານ​ທີ່​ດິນ​ຂອງ​ລັດ ລະຫວ່າງ​ສູນ​ກາງ ​ແລະ ທ້ອງ​ຖິ່ນຍັງ​ບໍ່​ທັນ​ຈະ​ແຈ້ງ ສົ່ງ​ຜົນ​ກະທົບ​ເຮັດ​ໃຫ້ການ​ຄຸ້ມ​ຄອງ​ທີ່​ດິນ​ບໍ່​ທັນ​ຮັດກຸມ, ການ​ອອກ​ໃບ​ຕາດິນ​ຍັງ​ຊັກ​ຊ້າ, ​ເກີດ​ສະພາບ​ການ​ຈັບຈອງ​ດິນ ​ແລະ ການ​ແບ່ງ​ຂາຍ​ດິນ​ ທີ່​ບໍ່​ມີ​ການ​ພັດທະນາ.




​ທ່ານ ທອງ​ລຸນ ສີ​ສຸລິດ ນາຍົກລັດຖະມົນຕີ ​ໄດ້ຊີ້​ແຈງ​ວ່າ: ຕ້ອງ​ຍອມຮັບ​ນຳ​ກັນ​ວ່າການ​ຄຸ້ມ​ຄອງ​ທີ່​ດິນ, ການ​ນຳ​ໃຊ້​ທີ່​ດິນທີ່ເປັນ​ຊັບ​ສົມບັດ​ຂອງ​ຊາດ ​ໃນ​ໄລຍະ​ຜ່ານ​ມາມີ​ຫລາຍ​ອັນ​ສັບສົນ ​ແລະ ຜິດພາດ, ​ເຊິ່ງຄວາມ​ຈິງພວກ​ເຮົາ​ມີ​ກົດໝາຍ, ນິຕິ​ກຳ​ລຸ່ມ​ກົດໝາຍ, ມີ​ນະ​ໂຍບາຍ​ທີ່​ຈະ​ແຈ້ງ​ແລ້ວ ​ແຕ່​ການ​ປະຕິບັດ​ກົດໝາ​ຍ, ນິຕິ​ກຳ ຫລື ນະ​ໂຍບາຍ​ກ່ຽວກັບ​ທີ່​ດິນ​ນັ້ນ​ ຍັງ​ມີ​ຊ່ອງ​ຫວ່າງ​ຫລາຍ​ເຮັດ​ໃຫ້​ມີ​ການ​ສວຍ​ໃຊ້, ສວຍ​ໂອ​ກາດເອົາລະ​ບຽບການ​ຕ່າງໆ​ມາ​ປັບ​ປ່ຽນ, ​ແອບ​ແຝງ​ໃຫ້​ເປັນ​ຜົນ​ປະ​ໂຫຍ​ດ​ແກ່​ບຸກຄົນ, ກຸ່ມ​ຄົນ ແລະ ນັກທຸລະກິດ​ຈຳນວນ​ໜຶ່ງ, ​ແຕ່​ໃນ​ທາງ​ກົງກັນຂ້າມ ລັດ, ກຸ່ມ​ຄົນຈຳນວນ​ໜຶ່ງ, ບຸກຄົນ ຫລື ປະຊາຊົນ ຊ້ຳພັດ​ເສຍ​ຜົນ​ປະ​ໂຫຍ​ດ ຫລື ອັບປະ​ໂຫຍ​ດ ບໍ່​ໄດ້​ຮັບ​ຄວາມ​ຍຸຕິ​ທຳ, ​ເຊິ່ງລັດຖະບານ​ເຫັນ​ຊ່ອງ​ຫວ່າງ​ ​ແລະ ມີ​ຄວາມ​ສັບສົນ​ຫລາຍ ທີ່​ກາຍ​ເປັນ​ບັນຫາ​ຂອງ​ສັງຄົມ, ການ​ເມືອງ ​ແລະ ຄວາມ​ໝັ້ນຄົງ ຈຶ່ງ​ຕັດສິນ​ໃຈ​ສະ​ເໜີສ້າງ​ຍຸດ​ທະ​ສາດ​ ກ່ຽວກັບ​ການ​ຄຸ້ມ​ຄອງ​ນຳ​ໃຊ້​ທີ່​ດິນ​ຂຶ້ນ ​ເພື່ອນຳ​ມາ​ຜ່ານ​ກອງ​ປະຊຸມ​ໃຫ້​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ ອອກ​ເປັນ​ມະຕິ​ໄດ້​ສຳ​ເລັດ​ແລ້ວ ​ແລະ ການ​ຜັນ​ຂະຫຍາຍ​ມະຕິ​ສະບັບ​ນີ້ ກຳລັງ​ຢູ່​ໃນ​ຂັ້ນ​ຕອນ​ການ​ສຶກສາ​ຄົ້ນ​ຄວ້າ ​ເພື່ອ​ຮັບຮອງ​ ​ແລະ ປະຕິບັດ​ຕໍ່​ໄປ. ລັດຖະບານ​ຈະ​ພະຍາຍາມ​ແກ້​ໄຂ​ໃຫ້​ໄປ​ຕາມ​ກົດໝາ​ຍຢ່າງ​ເຂັ້ມ​ງວດ; ບໍ່​ໃຫ້​ສວຍ​ໃຊ້​ຄຳ​ວ່າ “ຫັນ​ດິນ​ເປັນ​ທຶນ ຫລື ຫັນ​ຊັບພະຍາກ​ອນ​ເປັນ​ທຶນ” ​ໄປ​ໃນ​ທາງ​ທີ່​ຜິດ​ທີ່​ເປັນ​ການສວຍ​ໂອກາດ; ສ້າງ​ກົນ​ໄກ​ທີ່​ຮັດກຸມ​ຂຶ້ນ​ມາເພື່ອ​ຄຸ້ມ​ຄອງ, ພັດທະນາ, ນຳ​ໃຊ້ທີ່​ດິນ ​ໃຫ້​ມີ​ຄວາມ​ສົມ​ບູນພູ​ກສຸກ​ຂອງ​ຄົນ​ໃນ​ຊາດ; ພ້ອມ​ນີ້, ຈະ​ເຮັດ​ໃຫ້​ທີ່​ດິນ​ທີ່​ເປັນ​ຊັບ​ສົມບັດ​ຂອງ​ວົງ​ຄະນາຍາດ​ແຫ່ງ​ຊາດ​ນັ້ນ ​ໄດ້​ຮັບ​ການ​ນໍາ​ໃຊ້​ຢ່າງ​ທົ່ວ​ເຖິງ ​ໃຫ້​ສົມ​ເຫດ​ສົມ​ຜົນ ມີ​ປະສິດທິ​ຜົນ​ສູງ​ສຸດ ນຳ​ຄຸນຄ່າ​ມາ​ໃຫ້​ປະ​ເທດ​ຊາດກໍ​ຄື​ປະຊາຊົນ ​ແລະ ກາ​ນຊື້-ຂາຍ​ໃດໆ, ການ​ສຳ​ປະທານ, ການ​ຈັບຈອງ ຕະຫລອດ​ຮອດ​ການ​ທຳລາຍ​ຄວາມ​ອຸດົມສົມບູນ​ຂອງ​ດິນ, ປ່າ​ໄມ້, ​ແຫ​ລ່ງນ້ຳ ຈະ​ຖຶກຈຳກັດ ​ແລະ ​ແກ້​ໄຂ, ຖືກ​ເອົາ​ກັບ​ຄືນ​ມາ​ຕາມ​ແຕ່​ກໍລະນີ​ໃຫ້​ໄດ້​ຢ່າງ​ເປັນ​ຮູບ​ປະ​ທຳ.


ພ້ອມ​ນີ້, ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ຍັງ​ຊື້​ແຈງ​ຕື່ມອີກ​ວ່າ: ​ໃນ​ເວລາ​ບໍ່​ດົນ​ນີ້, ລັດຖະບານ​ຈະ​ອອກ​ກຳນົດ​ກ່ຽວ​ກັບ​ການ​ຄຸ້ມ​ຄ​ອງ, ນໍາ​ໃຊ້ ​ແລະ ​ແບ່ງ​ງານ​ກັນ​ຢ່າງ​ຈະ​ແຈ້ງ ລະຫວ່າງ​ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ, ກະຊວງ​ກະສິກຳ, ປ່າ​ໄມ້ ​ແລະ ພັດທະນາ​ຊົນ​ນະ​ບົດ ລະຫວ່າງ​ສູນ​ກາງ​ ແລະ ທ້ອງຖິ່ນ​ໃຫ້​ຈະ​ແຈ້ງ ​ເພື່ອ​ຫລຸດຜ່ອນ​ບັນດາ​ຊ່ອງ​ຫວ່າງ ໃນ​ການ​ສວຍ​ໃຊ້, ສວຍ​ໂອກາດ. ສຳລັບ​ການ​ສຳ​ປະທານ​ທີ່​ດິນ​ຂອງ​ຕ່າງປະ​ເທດ​ ກໍ​ຈະ​ຕ້ອງ​ໄດ້​ເບິ່ງ​ຄືນກົດໝາຍ​, ຄວາມ​ເປັນ​ຈິງຖ້າ​ຜິດ​ກໍ​ໃຫ້​ຮັບ​ຮູ້ວ່າ​ຜິດ ​ແລະ ຕ້ອງ​ໄດ້​ແກ້​ໄຂ, ຖ້າ​ຖືກຕ້ອງ​ແລ້ວ ກໍ​ໃຫ້​ນຳ​ໃຊ້​ຕໍ່​ໄປ, ​ແຕ່​ການ​ອະນຸຍາດ​ໃໝ່​ຕ້ອງ​ໃຫ້​ຖືກຖ້າບໍ່​ຖືກຕ້ອງບໍ່​ອະນຸດ​ຍາດ​ໃຫ້.

ຂ່າວ: ສົມ​ຫວັງ, ພາບ​: ໄອ່​ຄຳ ( ຂປລ)
© ຈໍາປາໂພສ |  www.champapost.com

No comments

Powered by Blogger.