Header Ads

ປະທານປະເທດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສາລະວັນ



ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສາລະວັນ ໃນວັນທີ 18 ຕຸລານີ້ ໂດຍການຕ້ອນຮັບຂອງ ທ່ານ ສີສຸວັນ ວົງຈອມສີ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆສາລະວັນ ພ້ອມດ້ວຍຄະນະ, ບັນດາຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເຈົ້າເມືອງ 8 ຕົວເມືອງ, ຫົວຫນ້າພະແນກການອົງການທຽບເທົ່າອ້ອມຂ້າງແຂວງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.





ການມາຢ້ຽມຢາມຄັ້ງນີ້ທ່ານກໍ່ໄດ້ລົງຊີ້ນຳວຽກງານການພັດທະນາພື້ນຖານໂຄງລ່າງເປັນຕົ້ນແມ່ນ: ໂຄງການກໍ່ສ້າງຂົວຂ້າມນໍ້າເຊໂດນ, ໂຮງງານຜະລິດສີມັງ ແລະຢ້ຽມຢາມໂຮງຮຽນຊົນເຜົ່າແຂວງສາລະວັນ ພ້ອມມອບທຶນຈຳນວນໜຶ່ງໃຫ້ໂຮງຮຽນອີກດ້ວຍ. ພ້ອມນີ້ໃນຕອນບ່າຍທ່ານກໍ່ຈະໄດ້ເຂົ້າໂອ້ລົມບັນດາພະນັກງານຫລັກແຫລ່ງທົ່ວແຂວງສາລະວັນ.

 

 




ແຫຼ່ງຂ່າວ/ຂໍ້ມູນ: ໜັງສຶພິມສາລະວັນ 
© ຈໍາປາໂພສ |  www.champapost.com
_________




No comments

Powered by Blogger.